Breaking News

ເຜີຍໂສມໜ້າຂອງບັນດານາງຟ້າ Victoria’s Secret ມາເບິ່ງກັນວ່າປີນີ້ຈະມີໃຜແດ່?

ແບ່ງປັນ

ຖ້າຈະເວົ້າເຖິງງານແຟຼຊັ່ນໂຊທີ່ຄົນທົ່ວໂລກໃຫ້ຄວາມສົນໃຈ ແລະ ຕ່າງລຸ້ນ ຕ່າງລໍຖ້າເພື່ອທີ່ຈະໄດ້ເບິ່ງບັນດາເຫຼົ່ານາງແບບງາມໆ ເຊັກຊີ່ໆ ຄົງຈະບໍ່ມີໃຜບໍ່ນຶກເຖິງ Victoria’s Secret Fashion Show ຢ່າງແນ່ນອນ ເພາະນອກຈາກບັນດາສາວໆຈະໄດ້ເບິ່ງຄໍເລັກຊັ່ນໃໝ່ໆທີ່ສຸດແສນຈະອະລັງການແລ້ວ ບັນດາໜຸ່ມໆກໍຍັງຈະໄດ້ເພີດເພີນຕາໄປກັບສາວໆນາງຟ້າວິກຕໍເລຍທີ່ມາຮ່ວມເດີນແບບອວດຫຸ່ນງາມໆ.

ໂດຍງານໃນປີນີ້ຈະຈັດຂຶ້ນໃນວັນທີ 28 ພະຈິກ 2017 ທີ່ນະຄອນຫຼວງ ຊຽງໄຮ້ ປະເທດ ຈີນ ເຊິ່ງທາງວິກຕໍເລຍ ຊີເຄຣັດ ກໍໄດ້ເປີດເຜີຍລາຍຊື່ບັນດານາງແບບທີ່ໄດ້ຮັບການຍືນຍັນອອກມາແລ້ວວ່າຈະໄດ້ເດີນແບບໃນ ວິກຕໍເລຍ ຊີເຄຣັດ ແຟຼຊັ່ນໂຊ 2017ເປັນທີ່ຮຽບຮ້ອຍກວ່າ 50 ຄົນ, ໃນມື້ນີ້ ຂວັນໃຈ ເຮົາຈຶ່ງຂໍນຳເອົາຮູບພາບຂອງນາງຟ້າວິກຕໍເລຍ ມາໃຫ້ເບິ່ງເປັນນໍ້າຈິ້ມໄປກ່ອນ ເຊິ່ງຂໍບອກເລີຍເດີ້ວ່ານາງແບບແຕ່ລະຄົນນັ້ນບໍ່ແມ່ນເລື່ອງງ່າຍທີ່ຈະໄດ້ມາເດີນແບບໃນເວທີນີ້ ຕ້ອງຄັດແລ້ວຄັດອີກ ກວ່າຈະໄດ້ສາວໆທີ່ມີຄວາມງາມ ຄວາມເຊັກຊີ່ ມີເອກະລັກສະເພາະຕົວ ລອງມາເບິ່ງກັນເລີຍວ່າຈະມີໃຜແດ່…

ອະເດີຍນ່າ ລິມ່າ (Adriana Lima)

ອະເລັກຊຣານດຣ້າ ອຳໂບຊິໂອ (Alessandra Ambrosio)

ເບຮາຕິ ພຣິ້ນລູ (Behati Prinsloo)

ເບວລ່າ ຮາດິດ (Bella Hadid)

ຈີ່ຈີ່ ຮາດິດ  (Gigi Hadid)

ແຄນດິດ ສະວານໂພເອວ (Candice Swanepoel)

ແອວຊ່າ ຮ໊ອດ (Elsa Hosk)

ເຄດສ໌ ກິຣໂກເລຍວ່າ  (Kate Grigorieva)

ຊາຣ່າ ແຊມປາຍໂອ (Sara Sampaio)

ສະເຕວລ່າ ແມັກເວວ (Stella Maxwell)

ເທເລີ ຮິວ (Taylor Hill)

ໂຮມີ ສະຕຣິດ (Romee Strijd)

ບາບາຣາ ຟີອັລໂຮ (Barbara Fialho)

ເດວອນ ວິນເຊີ (Devon Windsor)

ແມັກກີ້ ເລນ  (Maggie Laine)

ເກສ ອາລິດຊາເບັດ (Grace Elizabeth)

ຈໍເຈີຍ ຟາວເລີ  (Georgia Fowler)

ເມແກນ ວິວລຽມ  (Megan Williams)

ຫລິວ ເຫວິນ  (Liu Wen)

ຫມິງ ຊີ່ (Ming Xi)

ຊູ ເປ່ຍ  (Shu Pei)

ຊຸ່ຍ ເຫີ  (Sui He)

 ນາດີນ ລີໂອໂພລ (Nadine Leopold)

ຈີເຊວ ໂອລິເວຍຣ່າ(Gizele Oliveira)

ຈູເລຍ ເບຍາໂກວາ (Julia Belyakova)

ວາເນສຊ່າ ມູດີ້ (Vanessa Moody)

ວິກຕໍເລຍ ລີ (Victoria Lee)

ອະລິເຊຍ ມໍເລສ  (Alecia Morais)

ອະເລັກຊິນ່າ ເກຼແຮມ (Alexina Graham)

ເອສເຕວ ເສິນ (Estelle Chen)

ເຫັນສາວໆເຫຼົ່ານາງຟ້າ ແລະ ນາງແບບ  Victoria’s Secret ບາງສ່ວນພໍເປັນນໍ້າຈິ້ມກັນແດ່ແລ້ວ ຕ້ອງຂໍບອກໄວ້ກ່ອນເລີຍວ່າງານໃນປີນີ້ຕ້ອງອອກມາອະລັງການ ສົມກັບຊື່ ວິກຕໍເລຍ ແນ່ນອນ ເອົາເປັນວ່າແຟນໆອົດໃຈຖ້າກັນອີກຈັກໜ້ອຍ ຮັບຮອງເດືອນ ພະຈິກ ໄດ້ເບິ່ງແຟຼຊັ່ນໂຊເລີດໆງາມໆຂອງສາວໆເຫຼົ່ານີ້ແນ່ນອນ.

ທີ່ມາ: https://women.kapook.com/view178515.html

ແບ່ງປັນ