Breaking News

ດ່ວນ! ມິສແກຼນ ມຽນມ້າ ອອກເຄື່ອນໄຫວແລ້ວຫຼັງຈາກທີ່ຖືກສັ່ງປົດຕຳແໜ່ງ ຖານປະພຶດຕົວບໍ່ເໝາະສົມ!!!

ແບ່ງປັນ

ເປັນຂ່າວດັງໄປທົ່ວໂລກກໍລະນີທີ່ Shwe Eain Si ອາຍຸ 19 ປີ ມິສແກຼນ ມຽນມ້າ  2017 ຖືກສັ່ງໃຫ້ປົດອອກຈາກຕຳແໜ່ງກ່ອນການເດີນທາງໄປປະກວດ  Miss Grand International 2017 ທີ່ ປະເທດ ຫວຽດນາມ ຖານເຮັດຜິດກົດ ແລະ ປະພຶດຕົວບໍ່ເໝາະສົມ ເຊິ່ງຫຼາຍຄົນກໍຊອກສາເຫດການປົດຕຳແໜ່ງຂອງ Shwe Eain Si ວ່າອາດເປັນຍ້ອນທີ່ນາງໄດ້ໂພສຄລິບວິດີໂອຄວາມຮຸນແຮງໃນ ລັດ ຍະໄຂ່ ພ້ອມຂຽນຂໍ້ຄວາມປະນາມ.

ຫຼ້າສຸດໃນວັນທີ 3 ຕຸລາ Shwe Eain Si ກໍໄດ້ອອກເຄື່ອນໄຫວແລ້ວ ໂດຍການໂພສຖະແຫຼງການຜ່ານເຟສບຸກ ຊີ້ໃຫ້ເຫັນວ່າສາເຫດການຖືກປົດຕຳແໜ່ງກ່ຽວຂ້ອງກັບການອອກມາວິຈານສະຖານະການຄວາມຮຸນແຮງໃນມຽນມ້າ ໂດຍລະບຸວ່າ: “ຖືເປັນເລື່ອງຈຳເປັນໃນຖານະປະຊາຊົນຄົນໜຶ່ງທີ່ຈະໃຊ້ຊື່ສຽງໃນການເວົ້າຄວາມຈິງເພຶ່ອປະເທດຊາດ”

Shwe Eain Si's Response to the Revocation Announcement …………….1.Since 2013, Hello Madam Media Company of…

โพสต์โดย Shwe Eain Si บน 2 ตุลาคม 2017

“ແມ່ນ ວ່າ Shwe Eain Si ເຮັດວິດິໂອທີ່ກ່ຽວກັບຄວາມໜ້າຍ້ານກົວທີ່ກຸ່ມຕິດອາວຸດອາຊາເຮັດໃຫ້ເກີດຂຶ້ນໃນລັດຍະໄຂ່ແມ່ນຄວາມຈິງ ແຕ່ນັ້ນແທບຈະບໍ່ນັບວ່າເປັນຄວາມຜິດພາດໃນການຮັກສາພາບພົດຂອງນາງງາມ” (Shwe Eain Siໄດ້ຂຽນລົງໃນເຟສບຸກ)

ຢ່າງໃດກໍຕາມກ່ອນໜ້ານີ້ມີຂ່າວວ່າ Shwe Eain Si  ໄດ້ກ່າວປະນາມໂດຍການໂພສຄລິບປະນາມໂລຮິງຢາ ແຕ່ເນື້ອແທ້ Shwe Eain Si ບໍ່ໄດ້ເວົ້າເຖິງການກະທຳອັນຮຸນແຮງຂອງກອງທັບ ມຽນມ້າ ຕໍ່ຊາວມຸດສະລິມໂລຮິງຢາ ເຊິ່ງເປັນຊົນກຸ່ມນ້ອຍໃນ ລັດ ຍະໄຂ່ ແຕ່ຢ່າງໃດ.

 

 

ແລະ ນີ້ຖືເປັນກໍລະນີຫຼ້າສຸດທີ່ຜູ້ຊະນະການປະກວດເວທີນາງງາມຖືກປົດອອກຈາກຕຳແໜ່ງເນື່ອງຈາກສະແດງຄວາມຄິດເຫັນທາງດ້ານການເມືອງ ເຊິ່ງກ່ອນໜ້ານີ້ຊ່ວງເດືອນ ກັນຍາ ທີ່ຜ່ານມາ ນາງງາມເວທີມິສ ຕຸລະກີ ປີ 2017 ໄດ້ຖືກປົດອອກຈາກຕຳແໜ່ງຫຼັງຈາກທີ່ນາງໄດ້ຂຽນລົງໃນ ທະວີດເຕີ້ ໃນຊ່ວງຄົບຮອບ 1 ປີຂອງການພະຍາຍາມກໍ່ລັດທະປະຫານໃນ ຕຸລະກີ ໃນປີ 2016 ໂດຍລະບຸວ່າ “ການມີປະຈຳເດືອນຖືເປັນການສະເຫຼີມສະຫຼອງຂອງຜູ້ເສຍຊະລະຊີວິດໃນການຕໍ່ຕ້ານກອງທັບທີ່ພະຍາຍາມເຂົ້າຍຶດອຳນາດ”

ຍ້ອນກັບໄປອີກໃນປີ 2015 ອານາຕາເຊຍ ຫລິນ ນາງງາມປະເທດ ການາດາ ເຊື້ອສາຍຈີນ ເຊິ່ງໄດ້ເປັນຕົວແທນໄປແຂ່ງ ມິສເວີ ກັບພາດການເຂົ້າແຂ່ງຂັນໃນຄັ້ງນັ້ນເນື່ອງຈາກບໍ່ໄດ້ຮັບເຊີນຈາກປະເທດ ຈີນ ເຊິ່ງເປັນເຈົ້າພາບຈັດການແຂ່ງຂັນ ເຮັດໃຫ້ບໍ່ສາມາດຂໍວິຊ່າໄດ້ ຍ້ອນວ່ານາງໄດ້ວິພາກວິຈານປະເດັນການລະເມີດສິດທິມະນຸດໃນ ສປ ຈີນ ນັ້ນເອງ.

 

ທີ່ມາ: Shwe Eain Si , http://www.bbc.com/thai/international-41488210, https://women.kapook.com/view180668.html

ແບ່ງປັນ