Breaking News

Wow! ຮູ້ສຶກແປກຕາ…ກັບ ເຈນນີ່ ຕົ້ນຄຳ Miss world lao ຂໍບອກວ່າງາມຂຶ້ນເປັນກອງ ຈົນເກືອບບໍ່ຈື່!!!

ແບ່ງປັນ

Wow wow wowww! ຮູ້ສຶກແປກຫູແປກຕາກັບ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ Miss world lao 2017 ທີ່ຊ່ວງນີ້ກຳລັງຢູ່ໃນຊ່ວງກຽມຕົວ ກຽມຄວາມພ້ອມຢ່າງເຕັມທີ່ເພື່ອເດີນທາງໄປເປັນຕົວແທນປະເທດລາວ ເພື່ອໄປປະກວດໃນລະດັບເວທີສາກົນ Miss world 2017 ທີ່ ສປ ຈີນ ໃນວັນທີ 18 ພະຈິກ ທີ່ຈະມາເຖິງນີ້ ແລະ ກໍຂໍບອກເລີຍວ່າ ເຈນນີ່ ເບິ່ງແຍງຕົວເອງໄດ້ດີຫຼາຍຈົນງາມຂຶ້ນເປັນກອງ ຈົນເກືອບຈະບໍ່ຈື່ ຈາກທີ່ກ່ອນໜ້າກໍງາມຢູ່ແລ້ວ ດຽວນີ້ກໍຍິ່ງງາມ ໜ້າຕານາງມີຄວາມຄົມຂຶ້ນ ດັງນິເປັນສັນລຽວ ເບິ່ງແລ້ວງາມໆ ສົມແລ້ວທີ່ໄດ້ຮັບຕຳແໜ່ງອັນຊົງກຽດ Miss world lao 2017.

ບໍ່ຮູ້ວ່າສາວ ເຈນນີ່ ໄປກິນຫຍັງມາ ຫຼື ໄປເຮັດຫຍັງມານໍຄືມາງາມຂຶ້ນແທ້? ຫວ່າງໆກໍຊ່ວຍມາບອກເຄັດລັບຄວາມງາມໃຫ້ກັບແຟນໆ ຂວັນໃຈ ແດ່ (ອິອິ)!!!

ຮູບພາບຫຼ້າສຸດຂອງ ເຈນນີ່ (ໂອ້ຍຍຍ!!! ຊັງມາງາມແທ້ລູກ…)

ຮູບພາບກ່ອນໜ້າ…

ງາມໆອີ່ຫລີສາວລາວ…ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ ເຈນນີ່ ຕົ້ນຄຳ ໃນການໄປປະກວດ Miss world 2017 ທີ່ ສປ ຈີນ ແດ່ເດີ້ແຟນໆ!!!

ຮູບພາບ: Tonkham Mc Jennie Phonchanheuang

ແບ່ງປັນ