Breaking News

ການສີດຜິວໃຫ້ຂາວມີວິທີໃດແດ່ ?

ແບ່ງປັນ

ການສີດຜິວໃຫ້ຂາວມີວິທີໃດແດ່ ?

ການສີດສານ Glutathione ເຂົ້າສູ່ຮ່າງກາຍເພື່ອ “ເຮັດໃຫ້ສີຂອງເມັດເລືອດຈາງລົງ ເຮັດໃຫ້ຜິວພັນຂາວຂຶ້ນ” ຫຼັງຈາກສີດສານ Glutathione ແລ້ວຜິວພັນຂອງເຮົາຈະປັບສະພາບໃຫ້ຂາວຂຶ້ນກວ່າເກົ່າແຕ່ຕ້ອງເຮັດຄວາມເຂົ້າໃຈກ່ອນວ່າຜິວພັນຂອງເຮົານັ້ນຈະຂາວຂຶ້ນອີກດ້ວຍ, ວິທີສີດສານ ກລູຕ້າໄຮໂອນ ແຕ່ຈະບໍ່ສາມາດຂາວເກີນກວ່າສີຜິວດັ່ງເດີມຂອງເຮົາເຊັ່ນ: ຄົນທີ່ມີຜິວດໍາມາຕັ້ງແຕ່ເກີດເມື່ອສີດສານກລູຕ້າໄຮໂອນແລ້ວຜິວພັນຈະບໍ່ສາມາດຂາວໃສໄດ້.

    ການສີດວິຕາມິນຊີ ຄົນສ່ວນຫຼາຍມັກຈະເຂົ້າໃຈຜິດວ່າ ຖ້າສີດວິຕາມິນຊີແລ້ວຜິວພັນຂອງເຮົາຈະຂາວຂຶ້ນ ເຊິ່ງມັນບໍ່ເປັນຄວາມຈິງ ການສີດວິຕາມິນຊີເຂົ້າສູ່ຜິວພັນຈະເຮັດໃຫ້ຜິວພັນຂອງເຮົານຽນນຸ່ມ ຜິວພັນຊຸ່ມເຊິ່ງແຕກຕ່າງຈາກການສີດສານກລູຕ້າໄຮໂອນທີ່ຈະປ່ຽນສີຜິວພັນຂອງເຮົາ ຈາກຜົນສໍາຫຼວດຈາກຄົນທີ່ສີດວິຕາມິນຊີເປັນປະຈໍາຕິດຕໍ່ກັນຫຼາຍເດືອນຜິວພັນທີ່ແຫ້ງແຫ່ວຈະຄ່ອຍໆນຽນນຸ່ມ ຜິວພັນງາມໃສສຸຂະພາບດີຂຶ້ນໄດ້.

 

ແບ່ງປັນ