Breaking News

ໃຫ້ໂລກຮູ້ໄປເລີຍ!!! ຟ້າໃສ ຈິນນາລີ Miss Grand Laos ອາສາຂຶ້ນໂຊຄວາມສາມາດພິເສດໃນງານລ້ຽງຕ້ອນຮັບ Miss Grand International 2017

ແບ່ງປັນ

ມີຄວາມໂດດເດັ່ນອີ່ຫລີສຳລັບ ຈິນນາລີ ນໍລະສິງ ຫຼື (ຟ້າໃສ ) Miss Grand Laos 2017 ທີ່ໃນເວລານີ້ໄດ້ເດີນທາງໄປເປັນຕົວແທນປະເທດລາວເພື່ອປະກວດໃນເວທີລະດັບສາກົນ Miss Grand International 2017 ຢູ່ທີ່ປະເທດ ຫວຽດນາມ, ຟ້າໃສ ເປັນທີ່ຈັບຕາເບິ່ງຂອງສື່ມວນຊົນຫຼາຍປະເທດເພາະມີຄວາມງາມ ແລະໂດດເດັ່ນໃນຕົວ, ຫຼ້າສຸດ ກໍຍິ່ງເປັນທີ່ຈັບຕາເບິ່ງເຂົ້າໄປອີກ ເພາະໃນຄໍ່າຄືນຂອງວັນທີ 8 ຕຸລາ 2017 ຟ້າໃສ ໄດ້ສະແດງຄວາມສາມາດ ແລະ ກ້າຫານ ສະໝັກຂຶ້ນຮ້ອງເພັງ “Someone like you” ໃນງານລ້ຽງຕ້ອນຮັບ Miss Grand International 2017 ທີ່ປະເທດຫວຽດນາມ. (ເກັ່ງໆ…ຂໍສຽງຕົບມືໃຫ້ນ້ອງ ຟ້າໃສ ແດ່)

ຈິນນາລີ ນໍລະສິງ Miss Grand Laos ຮ້ອງເພງ Laos ?? ???

โพสต์โดย To Vongsamphanh บน 7 ตุลาคม 2017

ມາຮ່ວມເປັນກຳລັງໃຈໃຫ້ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ ໂດຍແຟນໆສາມາດເຂົ້າໄປໃຫ້ກຳລັງໃຈໂດຍສາມາດ ຊ່ວຍໂຫວດຊ່ວຍເຊຍຟ້າໃສຕາມຂັ້ນຕອນງ່າຍໆ ພຽງແຕ່ໂຫລດແອັບ  (Miss Grand International) ແລ້ວຄລິກເຂົ້າໄປຊື່ປະເທດ LAOS (ຫ້າມກົດຜິດດດ 55555) ແລ້ວຄລິກ VOTE ໄດ້ເລີຍ.

#ແຊຣໄປເປັນກຳລັງໃຈໃຫ້ນາງງາມຈາກລາວ

ຮູບພາບຈາກ: Chinnaly Fasai , MISS GRAND LAOS ມີສແກຣນລາວ , Miss Grand International

ແບ່ງປັນ