Breaking News

ຢາກເບິ່ງໄວໆແລ້ວວວ! ບວງສວງຮູບເງົາເລື່ອງ “ຄິດເຖິງ…ທຸກປີ” (Memories of New Years) ນຳທີມໂດຍຄູ່ພະນາງລາວ-ໄທ ບາບີ້-ຊາຄຣິດ!!!

ແບ່ງປັນ

ເຂົ້າສູ່ຍຸກ AEC ທັງທີ ວົງການຮູບເງົາກໍບໍ່ພາດທີ່ຈະມີຮູບເງົາດີໆເຊັ່ນ “ຄິດເຖິງ…ທຸກປີ” (Memories of New Years) ເຊິ່ງເປັນຮູບເງົາແນວຄວາມຮັກຂອງໄວໜຸ່ມສາວ ແລະ ຮູບເງົາເລື່ອງນີ້ກໍບໍ່ທຳມະດາ ເພາະຂົນເອົາກອງທັບນັກສະແດງຈາກຫຼາຍປະເທດ ຫຼາຍສັນຊາດເຊັ່ນ ລາວ,ໄທ, ຫວຽດນາມ ແລະ ກຳປູເຈຍ ມາຮ່ວມສະແດງກັນຢ່າງໜາແໜ້ນ.

ຮູບເງົາເລື່ອງ “ຄິດເຖິງ…ທຸກປີ” (Memories of New Years) ໄດ້ເລີ່ມບວງສວງແລ້ວຕັ້ງແຕ່ວັນທີ 3 ຕຸລາ 2017 ທີ່ຜ່ານມາ ນຳທີມໂດຍ ຊາຄຣິດ ແຍ້ມນາມ ພະເອກດັງຫຼາກຫຼາຍຄວາມສາມາດ (ໄທ), ບາບີ້ ປິຍະມາດ ນັກສະແດງສາວຈາກລາວ, ໄວ ຮັງ ຈາກ (ກຳປູເຈຍ), ຊັນ ໂກ່ງ ເຊື່ອງ ຈາກ (ຫວຽດນາມ) ແລະ ນອກຈາກນັ້ນຍັງມີນັກສະແດງມາກຄວາມສາມາດອີກຫຼາຍຄົນເຊັ່ນ: ແພ ນັດຖະທິດາ, ກັສຈັງ ຈິຣ່າ ແລະ ອ໋ອງ ທະນາ ອີກດ້ວຍ, ເຊິ່ງຮູບເງົາເລື່ອງ “ຄິດເຖິງ…ທຸກປີ” ນີ້ມີເນື້ອເລື່ອງເວົ້າເຖິງຄວາມຮັກຂອງໄວໜຸ່ມເຖິງ 2 ຄູ່ ຄົນລະສັນຊາດ ຮັບຮອງເລື່ອງຄວາມມ່ວນ ຄວາມມັນ ຄວາມຊຶ້ງ.

ແຟນໆທ່ານໃດທີ່ຢາກເບິ່ງຮູບເງົາເລື່ອງ “ຄິດເຖິງ…ທຸກປີ” ກໍອົດໃຈລໍກັນແດ່ ຖ້າມີກຳນົດສາຍມື້ໃດ ຊະນີIndy ສັນຍາວ່າຈະມາອັບເດດໃຫ້ແຟນໆຮູ້ກ່ອນແນ່ນອນ!!!

ຮູບພາບ: B’Bie Piyamarth , http://www.tvpoolonline.com/content/586824

ຄລິບ: NewsplusTH OFFICIAL

 

ແບ່ງປັນ