Breaking News

ຕາຊັ້ນດຽວ ຕາບໍ່ເທົ່າກັນ ກາຍເປັນບັນຫາໜຶ່ງທີ່ເຮັດໃຫ້ສາວໆຫຼາຍຄົນໜັກໃຈ, ໃຜຢາກຕາງາມ ຟັງທາງນີ້!!!

ແບ່ງປັນ

ຕາຊັ້ນດຽວ ຕາບໍ່ເທົ່າກັນ ກາຍເປັນບັນຫາໜຶ່ງທີ່ເຮັດໃຫ້ສາວໆຫຼາຍຄົນໜັກໃຈ ຫຼາຍຄົນກໍເລືອກທີ່ຈະແຕ້ມ Eyeliner ໃຫ້ເຂັ້ມຂຶ້ນ ຈົນເຮັດຕາເບິ່ງຮ້າຍຢູ່ຕະຫຼອດ ຫຼືເສຍເວລາຕິດສະກ໊ອດໃສ່ຊັ້ນຕາເບື້ອງໃດໜຶ່ງ ເພື່ອໃຫ້ຕາທັງສອງເບື້ອງເທົ່າກັນ ເຮັດໃຫ້ສາວໆຫຼາຍຄົນເກີດຄວາມຂີ້ຄ້ານ ແລະ ຢາກຈະເຮັດສັນຍະກໍາໃຫ້ມັນແລ້ວໆໄປພຽງຄັ້ງດຽວກໍຈົບເລີຍ

ຈາກຂໍ້ມູນຂອງວອນຈິນ ໂຮງໝໍສັນຍະກໍາປະເທດເກົາຫຼີລະບຸວ່າ ອະໄວຍະວະທີ່ດາຣາເກົາຫຼີນິຍົມເຮັດສັນຍະກໍາຫຼາຍທີ່ສຸດກໍຄື ການສັນຍະກໍາດວງຕາ ບໍ່ວ່າຈະເປັນການສັນຍະກໍາຕາສອງຊັ້ນ ຫຼືແກ້ໄຂກ້າມເນື້ອຕາ ຕັ້ງແຕ່ກ່ອນທີ່ດາຣາເຫຼົ່ານີ້ຈະເຂົ້າວົງການອີກ ເນື່ອງຈາກ ຕາມີຄວາມສໍາພັນກັບຄວາມສົດໃສ ຊ່ວຍໃຫ້ອ່ອນໄວລົງ ແຖມລາຄາກໍບໍ່ສູງ ແລະ ບໍ່ຕ້ອງພັກຟື້ນດົນ ໃນຂະນະທີ່ສາວອາຍຸເຂົ້າເລກ 3 ກໍຍັງມາເຮັດສັນຍະກໍາເພີ່ມຂຶ້ນເລື້ອຍໆ ເພາະຍິ່ງອາຍຸຫຼາຍຂຶ້ນ ກໍຕ້ອງປະເຊີນກັບບັນຫາ ໜັງຕາຕົກ ຫຼືຫາງຕາຍານຄວບຄູ່ກັນໄປ.

ຜູ້ຊ່ຽວຊານດ້ານການສັນຍະກໍາ ລະບຸວ່າ ເປັນເລື່ອງທໍາມະດາທີ່ເຮົາຈະມີຕາຊ້າຍ ແລະຕາຂວາ ຂະໜາດບໍ່ເທົ່າກັນ ເຊິ່ງເກີດມາຈາກຫຼາຍສາເຫດເຊັ່ນ: ກ້າມເນື້ອທີ່ໃຊ້ໃນການມືນຕາອ່ອນແຮງ ສາມາດເປັນຕັ້ງແຕ່ກໍາເນີດ ຫຼືເມື່ອອາຍຸຫຼາຍຂຶ້ນ ກ້າມເນື້ອອ່ອນລ້າຕາມໄວ ເຮັດໃຫ້ຕາທັງສອງຂ້າງເປີດບໍ່ເທົ່າກັນ. ອີກສາເຫດໜຶ່ງຄື ປະລິມານໄຂມັນທີ່ດວງຕາທັງສອງຂ້າງບໍ່ເທົ່າກັນ ເຮັດໃຫ້ໜັງຕາອູມ ເບື້ອງໜຶ່ງມີລັກສະນະຕາສອງຊັ້ນ ອີກເບື້ອງໜຶ່ງເປັນຕາຊັ້ນດຽວ ການຮູ້ສາເຫດຈະເຮັດໃຫ້ສາມາດເລືອກວິທີແກ້ໄຂໃຫ້ຕົງຈຸດ, ງາມ ແລະ ສົມດຸນ ເໝາະສົມກັບບັນຫາຂອງຊັ້ນຕາ

ຖ້າຈະເລືອກເຮັດສັນຍະກໍາຕາ  ຈຶ່ງຕ້ອງເປັນໄປຕາມອັດຕາສ່ວນຄວາມງາມທີ່ແພດຈະຍຶດຖື ເພື່ອຄວາມສົມດຸນຂອງແຕ່ລະຄົນ ດວງຕາທີ່ງາມ ຄືດວງຕາທີ່ມີຄວາມສໍາພັນກັບໃບໜ້າ ຄວນຈະມີຄວາມກວ້າງລະຫວ່າງຕາທັງ 2 ເບື້ອງລະປະມານ 30-34 ມມ. ໄລຍະຫ່າງລະຫວ່າງຄິ້ວກັບຕານັ້ນບໍ່ຄວນແຄບ ຫຼືຫ່າງເກີນໄປ ເພາະຈະເຮັດໃຫ້ຕານ້ອຍ ໃນຂະນະທີ່ຕໍາແໜ່ງຂອງດວງຕານັ້ນ ຈາກຫົວຄິ້ວຜ່ານຕາດ້ານໃນເຖິງປີກດັງ ແລະ ດ້ານນອກຂອງຄິ້ວເຖິງດ້ານນອກຂອງຕາ ຄວນເຊື່ອມຕໍ່ເປັນເສັ້ນຂະໜານ ສ່ວນປາຍຫາງຕານັ້ນຄວນເປັນເສັ້ນຊື່ຈາກຫົວຕາ ແລະ ຊີ້ຂຶ້ນເລັກໜ້ອຍ

ສ່ວນຖ້າຈະປັບດວງຕາ ສາມາດເຮັດໄດ້ຫຼາຍວິທີບໍ່ຕາຍຕົວ ຂຶ້ນຢູ່ກັບລັກສະນະຂອງແຕ່ລະຄົນ ແລະ ຄວາມຊໍານານຂອງທີມແພດ ສໍາລັບສາວໆໃນແຖບອາຊີ ສ່ວນຫຼາຍຈະມີຮູບໜ້າຂ້ອນຂ້າງກວ້າງ ດວງຕານ້ອຍ ເຮັດໃຫ້ໃບໜ້າເບິ່ງກວ້າງເກີນຄວາມເປັນຈິງ ແພດຈະໃຊ້ເຕັກນິກການຜ່າຕັດຫາງຕາ ເຊິ່ງຈະຊ່ວຍຢືດ ຫຼືຂະຫຍາຍຂອບຕາທາງດ້ານຂ້າງໃຫ້ກວ້າງຂຶ້ນ ການເປີດຫາງຕານີ້ຈະສາມາດຈັດຊົງຕາຂອງສາວໆ ທີ່ມີບັນຫາເລື່ອງຫາງຕາຊີ້ຂຶ້ນຫຼາຍເກີນໄປ ໂດຍຈະດຶງຫາງຕາລົງໃຫ້ສົມດຸນ ຫຼືຈັດແຕ່ງຊົງຕາທີ່ອຽງໃຫ້ເທົ່າກັນໄດ້ໂດຍງ່າຍ ແລະ ຍັງຊ່ວຍເພີ່ມພື້ນທີ່ໃນສ່ວນຂອງຕາຂາວ ໃຫ້ເຫັນຫຼາຍຂຶ້ນ ເຮັດໃຫ້ເຫັນຕາທີ່ກົມໃຫຍ່ ແລະ ເຮັດໃຫ້ຫາງຕາບໍ່ຊີ້ແຫຼມເກີນໄປ

ສໍາລັບຜູ້ທີ່ຢາກມີຕາທີ່ກົມໃຫຍ່ງາມ ຫຼືຜູ້ທີ່ກ້າມເນື້ອບໍລິເວນໜ່ວຍຕາອ່ອນແຮງ (ສັງເກດໄດ້ຈາກການທີ່ ຕາມີລັກສະນະຄືຄົນທີ່ຢາກນອນຢູ່ຕະຫຼອດເວລາ) ຫຼືມີເນື້ອບໍລິເວນຫົວຕາຫຼາຍເກີນໄປ ເຊິ່ງຈະປິດໜ່ວຍຕາເຮັດໃຫ້ເບິ່ງອຶດອັດ ແພດນິຍົມໃຊ້ເຕັກນິກເພີ່ມຄວາມສູງຂອງຕາ ເຊິ່ງຈະຊ່ວຍເຮັດໃຫ້ຕາເບິ່ງກົມໃຫຍ່ຂຶ້ນ ເພີ່ມຄວາມສົດໃສໄປອີກຂັ້ນ ບໍ່ພຽງເທົ່ານັ້ນ ຜູ້ທີ່ມີບັນຫາໄລຍະຫ່າງຂອງຄິ້ວກັບຕາກວ້າງເກີນໄປ ສາມາດແກ້ໄຂໄດ້ ດ້ວຍການສັນຍະກໍາຕາສອງຊັ້ນ ສ່ວນຜູ້ທີ່ມີຕາຫ່າງກັນເກີນໄປ ແກ້ໄຂໄດ້ດ້ວຍການສັນຍະກໍາເປີດຫົວຕາ

ເຕັກນິກໃນການສັນຍະກໍາ ມີຫຼາກຫຼາຍເຕັກນິກ ແລະ ຍັງສາມາດປະສົມປະສານຫຼາຍເຕັກນິກເຂົ້າດ້ວຍກັນ ເພື່ອໃຫ້ໄດ້ດວງຕາທີ່ເໝາະສົມກັບແຕ່ລະຄົນ. ຫຼັງຈາກຜ່າຕັດ ຈະມີອາການບວມທີ່ຕ່າງກັນເລັກໜ້ອຍ ຕາມປະເພດຂອງການຜ່າຕັດ ແລະ ນໍ້າໜັກຕົວ ໂດຍທົ່ວໄປຫຼັງຈາກສັນຍະກໍາ 2-3 ມື້ ອາການບວມຈະເພີ່ມຂຶ້ນ ໂດຍສະເພາະໃນມື້ທີ 3 ຫຼັງຈາກນັ້ນກໍຈະຄ່ອຍໆຫຼຸດລົງ ການເລືອກແພດທີ່ມີຄວາມຊໍານານເລື່ອງການເຮັດສັນຍະກໍາຕາໂດຍສະເພາະ ຈຶ່ງມີຄວາມສໍາຄັນ ເພາະມີຄວາມຮູ້ ແລະ ຄວາມເຂົ້າໃຈໃນຂໍ້ຈໍາກັດ ແລະ ຂໍ້ຄວນລະວັງຕ່າງໆຫຼາຍກວ່າ ລວມເຖິງການທີ່ບໍ່ຖີ້ມຮອຍແປ້ວໄວ້ໃຫ້ກວນໃຈ ນອກຈາກນີ້ ການສູບຢາ ຫຼືການດື່ມເຄື່ອງດື່ມທີ່ມີທາດເຫຼົ້າ (Alcohol) ຈະສົ່ງຜົນໃຫ້ຕ້ອງພັກຟື້ນດົນ ສະນັ້ນ ຄວນຫຼີກລ່ຽງສິ່ງເຫຼົ່ານີ້ ປະມານ 4 ອາທິດຫຼັງຈາກຜ່າຕັດ.

ການຜ່າຕັດສັນຍະກໍາຕາ Style ເກົາຫຼີ ຈະເນັ້ນຕາທີ່ໃຫຍ່ກົມເປັນປະກາຍຂຶ້ນ ລວມທັງຮູບຊົງຕາທີ່ເຂົ້າກັບໃບໜ້າຂອງແຕ່ລະຄົນ ເຮັດໃຫ້ຮູບໜ້າງາມຂຶ້ນ ທັງໃນຕອນແຕ່ງໜ້າ ແລະ ໜ້າສົດ ນີ້ຄືືສິ່ງທີ່ຢາກແນະນໍາສໍາລັບສາວໆ ທີ່ກໍາລັງຄິດຢາກຈະເຮັດສັນຍະກໍາຕາສອງຊັ້ນ ຫຼືແກ້ໄຂບັນຫາຕ່າງໆກ່ຽວກັບຕາ.

 

ແບ່ງປັນ