Breaking News

ບໍລິສັດຊຳຊຸງ ໄດ້ຢຸດເຊົາການຜະລິດ Galaxy Note 7 ທີ່ມີບັນຫາແລ້ວ

ແບ່ງປັນ

ໃນບໍໍ່ພໍເທົ່າໃດຊົ່ວໂມງທີ່ຜ່ານມານີ້ ບໍລິສັດ Sumsung ໄດ້ມີການຢຸດເຊົາ ການຜະລິດອຸປະກອນຕ່າງໆທີ່ກ່ຽວກັບສະມາດໂຟນ Galaxy Note 7. ເນື່ອງຈາກ, ມີຄວາມກັງວົນກ່ຽວກັບ ການແຜ່ກະຈາຍຂອງລຸ້ນ ທີ່ໄດ້ເອົາໄປ ປ່ຽນແທນນັ້ນ ອາດເຮັດໃຫ້ສາມາດເກີດລະເບີດລຸກເປັນໄຟໄດ້.

ອີງຕາມຜູ້ຊ່ຽວຊານໃນເລື່ອງນີ້ ໄດ້ລາຍງານໃຫ້ແກ່ສຳນັກຂ່າວ CNN ໃນວັນ ຈັນທີ່ຜ່ານມາວ່າ: ໄດ້ມີການລະງັບ, ຢຸດເຊົາການຜະລິດສະມາດໂຟນ ລຸ້ນນີ້ ໄວ້ຊົ່ວຄາວ.

ສຳລັບສະມາດໂຟນ ລຸ້ນ Galaxy Note 7 ໜຶ່ງໃນລຸ້ນທີ່ເປັນສິນຄ້າຫຼັກຂອງ ບໍລິສັດ. ມັນເກີດຂື້ນພາຍຫຼັງທີ່ ຜູ້ໃຫ້ບໍລິການໂທລະສັບ ທີ່ ປະເທດສະຫະລັດ ອາເມລິກາ ແລະ ປະເທດ ອົດສະຕາລີ, ໄດ້ອອກມາກ່າວວ່າ: ພວກເຂົາຈະຢຸດຕິການນຳສະເໜີການປ່ຽນ ສະມາດໂຟນລຸ້ນ Note 7 ຄືນ, ຍ້ອນສາເຫດທີ່ວ່າ: ພວກເຂົາມີຄວາມກັງວົນ ກ່ຽວກັບສະມາດໂຟນລຸ້ນນີ້ ມັນບໍ່ມີຄວາມປອດໄພ ຈາກຄວາມສ່ຽງໃນການເກີດໄຟໄໝ້.

ວ່າງມໍ່ໆທີ່ຜ່ານມານີ້ ສະມາດໂຟນ Galaxy Note 7 ໄດ້ກາຍເປັນກະແສຮິດ ໃນຮ້ານຄ້າ ໃນເດືອນສິງຫາ ທີ່ຜ່ານມາ, ຊຶ່ງໄດ້ມີຜູ້ໃຊ້ງານບາງຄົນ ໄດ້ລາຍງານວ່າ ເກີດມີປະກາຍໄຟລຸກໄໝ້ຂຶ້ນ ໃນໂທລະສັບຂອງພວກເຂົາ. ຫຼັງຈາກນັ້ນບໍລິສັດ ຊໍາຊຸງ ກໍ່ໄດ້ ຮຽກເກັບສະມາດໂຟນລຸ້ນນີ້ຄືນ ຫຼາຍກວ່າ 2.5 ລ້ານໜ່ວຍ ໃນທົ່ວໂລກ   ຍ້ອນແບັດເຕີລີ້ຂອງໂທລະສັບ ທີ່ເຮັດໃຫ້ເຄື່ອງໂທລະສັບຮ້ອນຜິດປົກກະຕິ ແລະ ເປັນຕົ້ນເຫດ ເຮັດໃຫ້ເກີດມີໄຟລຸກໄໝ້ຂຶ້ນ.

#ຂໍ້ມູນທີ່ກ່ຽວຂ້ອງ : ຜູ້ໃຫ້ການບໍລິການ   ການແລກປ່ຽນເຄື່ອງ ສະມາດໂຟນ Galaxy Note 7

ໃນການປ່ຽນເຄື່ອງໂທລະສັບແທນຄືນໃໝ່ນີ້ ຄວນຈະມີການແກ້ບັນຫາ ແລະ ຜູ້ໃຊ້ງານ ກໍ່ສາມາດເລີ່ມການຊື້ຂາຍສິນຄ້າອຸປະກອນເກົ່າຂອງເຂົາໄດ້. ແຕ່ລູກຄ້າບາງຄົນ, ໄດ້ມີການລາຍງານວ່າ ພວກເຂົາໄດ້ພົບບັນຫາ ອັນຕະລາຍຄືກັນກັບເຄື່ອງເກົ່າ ໃນເຄື່ອງມືຖືໜ່ວຍໃໝ່ຂອງພວກເຂົາ.

ໃນອາທິດທີ່ຜ່ານມາ ຜູ້ໃຊ້ງານໃນອາເມລິກາ ໄດ້ລາຍງານວ່າ: ໂທລະສັບທີ່ ລາວໄດ້ໄປປ່ຽນເຄື່ອງໃໝ່ມານັ້ນໄດ້ເກີດມີໄຟລຸກໄໝ້ຂຶ້ນ, ເຖິງວ່າ ລາວບໍ່ໄດ້ສຽບສາຍສາກໄຟໄວ້ກໍ່ຕາມ ແລະ ໃນວັນພຸດທີ່ຜ່ານມາໄດ້ມີເຫດ ການ ເກີດມີຄວັນອອກຈາກສະມາດໂຟນ Galaxy Note 7 ໃນເຮືອບິນ ຂອງສາຍການບິນ ຕາເວັນຕົກສຽງໃຕ້ (Southwest Airline plane) ກ່ອນການອອກເດີນທາງ, ເຮັດໃຫ້ເປັນສາເຫດໃນການຍົກເລີກທ່ຽວບິນນັ້ນ.

ຄະນະກຳມະການ ຝ່າຍຄວາມປອດໄພ ສິນຄ້າຕໍ່ກັບ ຜູ້ອຸປະໂພກ ແລະ ບໍລິໂພກ ຂອງສະຫະລັດອາເມລິກາ ໄດ້ໃຫ້ຮູ້ວ່າ: ຈະ ກວດສອບກໍລະນີ ທີ່ເກີດຂື້ນໃນເຄື່ອງບິນດັ່ງກ່າວ.

#ຂໍ້ມູນທີ່ກ່ຽວຂ້ອງ : ໄດ້ມີການລາຍງານເຫດເກີດໄຟໄໝ້ສະມາດໂຟນ Galaxy Note 7 ລຸ້ນປ່ຽນແທນ ໃນເຮືອບິນ

ໃນຂະນະດຽວກັນນັ້ນ, ມີຜູ້ໃຫ້ບໍລິການ ບາງບໍລິສັດ ພວກເຂົາໄດ້ອອກມາ ເຄື່ອນໄຫວ ເຊັ່ນ: “ຕາມການລາຍງານຫຼ້າສຸດ, ພວກເຮົາຈະບໍ່ມີການແລກ ປ່ຽນເຄື່ອງໂທລະສັບ Galaxy Note 7 ຄືນໃໝ່ໃນໄລຍະນີ້, ໃນລະຫວ່າງລໍຖ້າ ການສືບສວນໃນກໍລະນີທີ່ເກີດເຫດດັ່ງກ່າວ” ຜູ້ຕ່າງໜ້າຂອງບໍລິສັດ AT&T ກ່າວກັບ CNNMoney ໃນວັນອາທິດທີ່ຜ່ານມາ.

ບໍລິສັດ T-Mobile ໄດ້ອອກມາກ່າວວ່າ: ຈະໄດ້ຢຸດເຊົາການຂາຍ Note 7 ທຸກລຸ້ນ, ລວມທັງ ລຸ້ນທີ່ຈະເອົາມາປ່ຽນຄືນໃຫ້ລູກຄ້າ. ລູກຄ້າຍັງສາມາດ ນຳເອົາ Note 7 ຂອງພວກເຂົາມາປ່ຽນກັບ ເຄື່ອງມືຖືທຸກລຸ້ນຂອງ T-Mobile ໄດ້.

— John Legere (@JohnLegere) October 9, 2016

ໃນອົດສະຕາລີ, ຜູ້ໃຫ້ບໍລິການ ໂທລະສັບມືຖື Telstra ໄດ້ອອກມາກ່າວວ່າ: “ຢຸດການຈັດສົ່ງສິນຄ້າຊົ່ວຄາວ” ກ່ຽວກັບ ສະມາດໂຟນ Note 7 ລຸ້ນທີ່ຈະເອົາ ມາປ່ຽນຄືນໃຫ້ລູກຄ້າ “ເຖິງວ່າ ທາງ ບໍລິສັດຊໍາຊຸງ ຈະໄດ້ອອກມາລາຍ ງານ ການສືບສວນ ໃນກໍລະນີທີ່ເກີດເຫດ ຢູ່ສະຫະລັດອາເມລິກາກໍ່ຕາມ”

#ຂໍ້ມູນທີ່ກ່ຽວຂ້ອງ : ວິກິດການຂອງ Note 7 ແມ່ນຫຍັງ? ຫຸ້ນຂອງ ບໍລິສັດຊໍາຊຸງ ຫຼຸດລົງຕໍ່າທີ່ສຸດ

ພາຍໃຕ້ ກະແສຂ່າວທີ່ເປັນດ້ານລົບ ຊຶ່ງເປັນຜົນກະທົບຕໍ່ກັບຫຸ້ນຂອງ ບໍລິສັດຊໍາຊຸງ ເຮັດໃຫ້ ຫຸ້ນຂອງບໍລິສັດ ຫຼຸດລົງຕ່ຳທີ່ສຸດ ເທົ່າທີ່ເຄີຍມີ 4.6% ທີ່ເມືອງ ເຊອຸນ (Seoul) ຂອງວັນຈັນທີ່ຜ່ານມານີ້.

ຫຸ້ນຂອງບໍລິສັດຊໍາຊຸງ ໄດ້ຂະຫຍາຍໂຕຂຶ້ນສູງສຸດ ພຽງແຕ່ບໍ່ເທົ່າໃດມື້ເທົ່າ ນັ້ນ, ກໍ່ຈະໄດ້ເອີ້ນຫາກອງທຶນປະກັນ ກິດຈະການຄວາມສ່ຽງແລ້ວ ເພື່ອຈະນຳມາປັບປຸງການຈັດຕັ້ງຂອງບໍລິສັດຄືນໃໝ່.

ລາຍງານໂດຍ — Danielle Wiener-Bronner and Zahra Ullah

ຂໍ້ມູນຈາກ http://money.cnn.com/2016/10/09/technology/samsung-galaxy-note-7/index.html?sr=fbCNN101016samsung-galaxy-note-70420AMVODtopLink&linkId=29741918

 

ແບ່ງປັນ