Breaking News

8 ວິທີແກ້ໄຂບັນຫາ ໜັງຫົວມັນຢ່າງງ່າຍໆ

ແບ່ງປັນ

8 ວິທີແກ້ໄຂບັນຫາ ໜັງຫົວມັນຢ່າງງ່າຍໆ

ຫຼັກການງ່າຍໆໃນການແກ້ໄຂບັນຫາປ້ອງກັນໜັງຫົວມັນ ຫຼື ເສັ້ນຜົມມັນໃຫ້ປະຕິບັດດັ່ງລຸ່ມນີ້.

  1. ເລືອກໃຊ້ຢາສະຜົມສໍາລັບຜົມມັນ ຫຼີກລ້ຽງຢາສະຜົມທີ່ຂຽນສັບພະຄຸນວ່າ 2 in 1 ແລະ ຄວນສະຜົມທຸກມື້ຢ່າງນ້ອຍມື້ລະ 1 ເທື່ອ ຄໍາແນະນໍາໃນການສະຜົມນັ້ນເວລາສະຜົມຄວນປະຢາສະຜົມໄວ້ປະມານ 5 ນາທີກ່ອນລ້າງອອກ.
  2. ບໍ່ຄວນໃຊ້ນໍ້າຮ້ອນສະຜົມ ຄວນສະຜົມດ້ວຍນໍ້າອຸນຫະພູມປົກກະຕິ.
  3. ບໍ່ຄວນໃຊ້ຄີມນວດຜົມ ຫຼື ຖ້າຫາກມີຜົມແຫ້ງແຕກປາຍຄວນໃຊ້ຄີມນວດທີ່ບໍລິເວນປາຍຜົມເທົ່ານັ້ນ.
  4. ຫຼີກລ່ຽງການຫວີຜົມເລື່ອຍໆ ເພາະການຫວີຜົມຈະກະຕຸ້ນໃຫ້ໜັງຫົວຜະລິດນໍ້າມັນອອກມາຫຼາຍຂຶ້ນ.
  5. ຫຼີກລ້ຽງຜະລິດຕະພັນທີ່ເຮັດໃຫ້ຜົມມັນຫຼາຍຂຶ້ນເຊັ່ນ: ເຈວແຕ່ງຜົມ ຫຼື ຜະລິດຕະພັນທີ່ເພີ່ມຄວາມເປັນປະກາຍໃຫ້ກັບເສັ້ນຜົມ.
  6. ຫຼີກລ່ຽງການເຂົ້າໄປຢູ່ໃນສິ່ງແວດລ້ອມທີ່ມີພູມອາກາດປ່ຽນແປງເລື່ອຍໆ ໂດຍສະເພາະອາດຮ້ອນ ເພາະຈະເຮັດໃຫ້ຜົມມັນຫຼາຍຂຶ້ນ.
  7. ຫຼຸດຄວາມຕຶງຄຽດຫາເວລາພັກຜ່ອນ ແລະ ຜ່ອນຄາຍ ເພາະຄວາມຕຶງຄຽດຈະສົ່ງຜົນໂດຍລວມຕໍ່ສຸຂະພາບ ແລະ ຫຼຸດປະລິມານເລືອດໄປລ້ຽງໜັງຫົວ.
  8. ກິນອາຫານໃຫ້ຖືກສ່ວນ ຫຼຸດການກິນອາຫານທີ່ທີຄວາມມັນຫຼາຍຈົນເກີນໄປ ເພີ່ມການກິນອາຫານພວກວິຕາມິນບີ, ເກືອແຮ່ເຊັ່ນ: ຜັກໃບຂຽວ, ໝາກໄມ້, ນົມຖົ່ວເຫຼືອງເປັນຕົ້ນ.

 

 

ແບ່ງປັນ