Breaking News

ພິທີຖະແຫຼງຂ່າວ ເທດສະການສາຍຮູບເງົາດີເດັ່ນຂອງຈີນ ແລະງານປະກວດນັກພາກສຽງຮູບເງົາ…

ແບ່ງປັນ

ເທສະການຮູບເງົາດີເດັ່ນຂອງຈີນ

ໃນຕອນເຊົ້າຂອງວັນທີ 19 ຕຸລາ 2017 ວິທະຍຸສາກົນແຫ່ງປະເທດຈີນ (CRI) ປະຈໍາລາວ ໄດ້ຈັດພິທີຖະແຫຼງຂ່າວເທສະການຮູບເງົາດີເດັ່ນຂອງຈີນ ຢູ່ທີ່ໂຮງແຮມດອນຈັນພາເລດ ໂດຍມີທ່ານ ວິທູນ ສູນດາລາ ຫົວໜ້າກົມຮູບເງົາ ກະຊວງຖະແຫຼງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານນາງ ແສງແກ້ວ ຕາງໜ້າສະຖານທູດ ສປ ຈີນປະຈໍາ ສປປ ລາວ ແລະ ສິລະປິນທີ່ມີຊື່ສຽງ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 

ທ່ານນາງ ແສງແກ້ວ ກ່າວວ່າ: ການແລກປ່ຽນວັດທະນະທໍາມີບົດບາດສໍາຄັນ ໃນການເສີມສ້າງຄວາມເຂົ້າໃຈກັນລະຫວ່າງປະຊາຊົນ ກໍຄືເຮັດໃຫ້ປະຊາຊົນສອງປະເທດມີຄວາມໃກ້ສິດຍິ່ງຂຶ້ນ. ສ່ວນຮູບເງົາກໍເປັນສື່ໜຶ່ງທີ່ມີລະດັບດ້ານສິລະປະ, ເປັນທີ່ຍອມຮັບຈາກປະຊາຊົນ ແລະ ມີບົດບາດພິເສດໃນການແລກປ່ຽນວັດທະນະທໍາ. ກິດຈະກໍາເທື່ອນີ້ນອກຈາກຈະສາຍຮູບເງົາດີເດັ່ນຈີນ 2 ເລື່ອງຄື: ເລື່ອງ ມະເຮັງ…ຂອງຂວັນໃນວັນຄົບຮອບ 29 ປີ ແລະ ເລື່ອງ ໝາປ່າປະຈົນໄພ ຢູ່ 8 ແຂວງ ແລະ ກໍາແພງນະຄອນເຊັ່ນ: ນະຄອນຫຼວງວຽງຈັນ, ແຂວງ ຫຼວງນໍ້າທາ, ແຂວງ ອຸດົມໄຊ, ແຂວງ ຫຼວງພະບາງ, ແຂວງ ຊຽງຂວາງ, ແຂວງ ຄໍາມ່ວນ, ແຂວງ ສະຫວັນນະເຂດ ແລະ ແຂວງ ຈໍາປາສັກ ໃນລະຫວ່າງເດືອນ ພະຈິກ ຫາ ເດືອນ ທັນວາ 2017.

ເທສະການຮູບເງົາດີເດັ່ນຂອງຈີນ ຄັ້ງນີ້ແມ່ນ ສະຖານທູດ ສປ ຈີນປະຈໍາ ສປປ ລາວ ຮ່ວມມືກັບ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວລາວ ເປັນເຈົ້າພາບ ແລະ ຮ່ວມຈັດໂດຍ ວິທະຍຸ CRI ປະຈໍາລາວ ແລະ ກົມຮູບເງົາ ໂດຍຈະນໍາເອົາຮູບເງົາດີເດັ່ນຂອງຈີນ 2 ເລື່ອງມາສາຍຢູ່ລາວ. ຮູບເງົາ 2 ເລື່ອງນີ້ ຈະພາກເປັນພາສາລາວໂດຍ ອາຈານ ສະຫຼຽງ ຊຽງວົງ, ອາຈານ ວິໄລ ໄຊຍະເວດ ຜູ້ຊ່ຽວຊານການພາກຈາກກົມຮູບເງົາລາວ ແລະ ສິລະປິນຊື່ດັງອີກ 3 ທ່ານຄື: ຕ້າເອແພັກ, ໄກ່ໂອເວີແດນຊ໌ ແລະ ອາເລັກຊານດຣາ ບຸນຊ່ວຍ.

ໃນຕອນທ້າຍຂອງພິທີຍັງໄດ້ມີການເຊີນຊວນ ໃຫ້ຜູ້ທີ່ມີຄວາມມັກຮັກໃນເລື່ອງຂອງການພາກສຽງ ເຂົ້າຮ່ວມປະກວດນັກພາກ ໂດຍບໍ່ເສຍຄ່າສະໝັກ ໃຜທີ່ສົນໃຈສາມາດສົ່ງສຽງພາກທີ່ພາກຕາມຕົວຢ່າງວີດີໂອ (ລາຍລະອຽດຕິດຕາມຢູ່ Facebook:CRI-FM93) ສຽງພາກບໍ່ໃຫ້ເກີນ 20 ນາທີ. ໂດຍເລີ່ມສະໝັກຕັ້ງແຕ່ມື້ນີ້ ຈົນຮອດວັນທີ 23 ຕຸລາ 2017 ນີ້.

ແບ່ງປັນ