Breaking News

ບໍລິສັດເບຍລາວ ສ້າງປະສົບການໃໝ່ໃຫ້ແກ່ຜູ້ບໍລິໂພກໃນລາວ ກັບງານເທສະການ Beerlao Oktoberfest

ແບ່ງປັນ

Oktoberfest ເປັນເທສະການທີ່ມີຕົ້ນກໍາເນີດ ໃນປະເທດເຢຍລະມັນ ແລະ ປັດຈຸບັນ ໄດ້ຮັບຄວາມນິຍົມໄປທົ່ວໂລກ ເຊິ່ງການຈັດງານແມ່ນ ຈະເລີ່ມໃນທ້າຍອາທິດຂອງເດືອນກັນຍາ ແລະ ສິ້ນສຸດໃນເດືອນຕຸລາ ຂອງທຸກໆປີ ເລີ່ມມາແຕ່ປີ 1810. ໃນປັດຈຸບັນ Oktoberfest ເປັນງານສະເຫຼີມສະຫຼອງທີ່ໄດ້ຮັບຄວາມນິຍົມໃນອາຊີເຊັ່ນ: ຈີນ, ຮ່ອງກົງ, ສິງກະໂປ ແລະ ມາເລເຊຍ. ດັ່ງນັ້ນບໍລິສັດເບຍລາວ ຈຶ່ງໄດ້ນໍາເອົາ ງານດັ່ງກ່າວມາຈັດໃນລາວ ເພື່ອໃຫ້ຜູ້ບໍລິໂພກໄດ້ສໍາຜັດກັບບັນຍາກາດ ຈອງການສະເຫຼີມສະຫຼອງ Oktoberfest ທີ່ຈັດຂຶ້ນໃນທົ່ວໂລກ. ໃນປີນີ້ ເບຍລາວກໍໄດ້ນໍາເອົາ Oktoberfest ມາຈັດຂຶ້ນໃນລາວ ລະຫວ່າງວັນທີ 19-22 ຕຸລາ 2017 ທີ່ເດີນຈອດລົດ ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍຄາດວ່າຈະມີຜູ້ເຂົ້າຮ່ວມງານໃນແຕ່ລະວັນຫຼາຍກວ່າ 2.000 ຄົນ.

ພາຍໃນງານໄດ້ມີການກະກຽມເມນູອາຫານທີ່ເປັນເອກະລັກຂອງ ເທສະການ Oktoberfest ຈາກຮ້ານອາຫານຊື່ດັງໃນນະຄອນຫຼວງວຽງຈັນ ແລະ ເຄື່ອງດື່ມຫຼາຍຍີ່ຫໍ້ຈາກບໍລິສັດເບຍລາວຈໍາກັດ. ນອກຈາກນີ້ຍັງມີວົງດົນຕີທີ່ມີຊື່ສຽງຈາກພາຍໃນ ແລະ ຕ່າງປະເທດ ພິເສດ ຜູ້ທີ່ມາຮ່ວມງານຍັງສາມາດຊື້ ແລະ ເປັນເຈົ້າຂອງຈອກ Beerlao Oktoberfest ທີ່ເປັນ Limited Edition ໄວ້ສະສົມ.

ງານເທສະການ Beerlao Oktoberfest ແມ່ນໄດ້ເປີດພິທີຢ່າງເປັນທາງການ ໃນຕອນແລງຂອງວັນທີ 19 ຕຸລາ 2017 ເຊິ່ງນໍາໂດຍ ຄະນະຜູ້ບໍລິຫານຂອງບໍລິສັດເບຍລາວ ແລະ ບັນດາຕົວແທນຈາກອົງການຈັດຕັ້ງສາກົນປະຈໍາລາວ

ແບ່ງປັນ