Breaking News

ສັນຍາເປີດໂຕໂຮງແຮມ Holiday Inn ຄັ້ງທຳອິດໃນປະເທດລາວ

ແບ່ງປັນ

ຍ້ອນຄວາມສຳເລັດຂອງໂຮງແຮມຄຣາວພລາຊ່າວຽງຈັນເຄືອໂຮງແຮມອິນເຕີຄອນທິເນັນໂທ ໂຮເທວ ກຣຸບ(IHG) ແລະ ບີມກຣຸບ (BIM Group) ໄດ້ເຊັນສັນຍາເປີດໂຕໂຮງແຮມ Holiday Inn ຄັ້ງທຳອິດໃນປະເທດລາວ.

Holiday Inn & Suites Vientiane ເປັນໂຮງແຮມຮູບແບບຂະໜາດກາງມີທັງໝົດ 250ຫ້ອງ ລວມທັງຫ້ອງພັກ ແລະ ຫ້ອງສູດ. Holiday Inn & Suites Vientianeນຳສະເໜີຜະລິດຕະພັນທີ່ພຽບພ້ອມດ້ວຍສິ່ງອຳນວຍຄວາມສະດວກທີ່ທັນສະໄໝ ເພື່ອການພັກຜ່ອນແບບຍຸກໃໝ່ໃນນະຄອນຫຼວງວຽງຈັນ.

ວ່າດ້ວຍຜົນສຳເລັດຂອງໂຮງແຮມ ຄຣາວພລາຊ່າ ວຽງຈັນ, ອິນເຕີຄອນທິເນັນໂທ ໂຮເທວ ກຣຸບIHG, ໜຶ່່ງໃນຜູ້ນຳຂອງໂຮງແຮມລະດັບໂລກ, ໄດ້ເຊັນສັນຍາຂໍ້ຕົກລົງ ກັບ ບີມກຣຸບ BIM Groupເພື່ອສ້າງຕັ້ງໂຮງແຮມ ຮໍລິເດອິນ ແຫ່ງທຳອິດໃນນະຄອນຫຼວງວຽງຈັນ ປະເທດລາວ. ແລະນີ້ກໍເປັນໂຄງການຄັ້ງທີສາມລະຫວ່າງ ບີມກຣຸບ ແລະ ໄອເອັຈຈີ ເຊິ່ງແມ່ນເຈົ້າຂອງດຽວກັນກັບໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ແລະ ໂຮງແຮມ ອິນເຕີຄອນທິເນັນໂທ Phu Quoc Long Beach Resort & Residences.

Holiday Inn & Suites Vientianeຄາດການທີ່ຈະເປີດຕົວໃນປີ 2019, ຊຶ່ງມີ 250ຫ້ອງພັກລວມຫ້ອງສູດ, ໂຮງແຮມ ຮໍລິເດອິນ ແອນ ສວີດ ວຽງຈັນ ປະກອບດ້ວຍ50ຫ້ອງສູດ ເພື່ອການພັກໄລຍະຍາວ, ເຊິ່ງຈະຕັ້ງຢູ່ບໍລິເວນໃກ້ຄຽງ ແລະ ສາມາດເຊື່ມຕໍ່ຫາກັນໄດ້ລະຫວ່າງ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ, ຕຶກຫ້ອງການໃຫ້ເຊົ່າ ແລະ ຫ້າງຊັບພະສິນຄ້າ. ໂດຍສະຖານທີ່ມີຄວາມເໝາະສົມ ແລະ ຕັ້ງຢູ່ໃກ້ກັບຕົວເມືອງ, ຫ່າງຈາກສະໜາມບິນຕ່ຳກວ່າ 3ກິໂລແມັດ, ເດີນທາງສະດວກສະບາຍ ແລະ ໃກ້ກັບສະຖານທີ່ສຳຄັນຫຼາຍແຫ່ງເຊັ່ນ: ສະຖານທູດ, ຫ້ອງການລັດຖະບານ, ທະນາຄານ ແລະ ບໍລິສັດຕ່າງໆທີ່ຢູ່ໃນຕົວເມືອງ

ດ້ວຍຕົວເລືອກທີ່ແສນສະບາຍຂອງການດຳລົງຊີວິດ ບັນດານັກທ່ອງທ່ຽວສາມາດເພີດເພີນກັບການຊື້ຈ່າຍໃຊ້ສອຍ, ຮັບປະທານອາຫານ, ຍ່າງຫຼິ້ນທ່ຽວຊົມຕົວເມືອງ ລວມເຖິງຍ້ຽມຊົມສະຖານທີ່ທ່ອງທ່ຽວມີຊື່ສຽງຂອງປະເທດລາວໄດ້ເຊັ່ນ: ຫໍວັດທະນະທຳແຫ່ງຊາດ, ຕະຫຼາດມືດ ແລະ ແຄມຂອງ.

ໂຮງແຮມ ຮໍລິເດອິນ ແອນ ສວີດ ວຽງຈັນ ມີເຄື່ອງມືອຸປະກອນຄົບຄັນສຳລັບການຈັດງານປະຊຸມ ແລະ ງານລ້ຽງຕ່າງ, ໃນນັ້ນປະກອບດ້ວຍຫ້ອງຈັດງານລ້ຽງຂະໜາດໃຫຍ່ທີ່ສາມາດຮອງຮັບແຂກໄດ້ຫຼາຍກວ່າ 1000ທ່ານ ສຳລັບຮູບແບບໂຕະຈີນ. ໃນໂຮງແຮມຈະມີ Business Centre, ສະລອຍນ້ຳກາງແຈ້ງ, ສູນອອກກຳລັງກາຍ ແລະ ຮ້ານອາຫານອີກສອງຮ້ານ. ໂຮງແຮມຈະຍັງຄົງຮັກສາເອກກະລັກປະຈຳຕົວຂອງແບຣນ ຮໍລິເດອິນ ເຊັ່ນ: ມີໂປຣແກຣມສຳລັບເດັກນ້ອຍກໍຄື ເດັກນ້ອຍອາຍຸຕ່ຳກວ່າ 12ປີ ສາມາດກິນ ແລະ ພັກໂດຍບໍ່ເສຍຄ່າໃຊ້ຈ່າຍ ເພື່ອຕອບສະໜອງຄວາມມເພິ່ງພໍໃຈສຳລັບແຂກທີ່ເຂົ້້າພັກແບບຄອບຄົວ, ລວມເຖິງແຂກນັກທ່ອງທ່ຽວ ແລະ ແຂກນັກທຸລະກິດ.

ປະເທດລາວເປັນໜຶ່ງໃນປະເທດຂອງທະວີບເອເຊຍອາຊີຕາເວັນອອກສຽງໃຕ້ທີ່ມີການພັດທະນາ ແລະ ເຕີບໂຕໄວທີ່ສຸດ, ຈຳນວນຕົວເລກ 8ເປີເຊັນ GDP ໃນປີກ່ອນໆທີ່ຜ່ານມາ. ມີໂຄງສ້າງພື້ນຖານ ແລະ ການພັດທະນາດ້ານອຸດດສະຫະກຳຢ່າງບໍ່ຢຸດຢັ້ງ ບົນພື້ນຖານການຕັ້ງເປົ້າໝາຍເພື່ອພັດທະນາດ້ານເສດຖະກິດ ແລະ ດຶງດູດນັກລົງທຶນຈາກຕ່າງປະເທດ. ໃນປີຜ່ານມາ, ປະເທດລາວໄດ້ຮັບໂຕເລກຈຳນວນນັກທ່ອງທ່ຽວຈາກຕ່າງປະເທດ 4,23ລ້ານຄົນ – ໝາຍວ່າ ເຕີບໂຕຂຶ້ນເຖິງ 10ເປີເຊັນ ຈາກ5ປີທີ່ຜ່ານມາ ແລະ ມີການຕັ້ງເປົ້າໝາຍວ່າຈະສາມາດດຶງດູດນັກທ່ອງທ່ຽວໄດ້ຕື່ມອີກສອງເທົ່າ ຫຼື 8,2ລ້ານຄົນ ໃນປີ 2025.

ທ່ານ ຣາຈິດ ສຸຂຸມມະຣານ ຜູ້ບໍລິຫານການພັດທະນາ ໄອເອັຈຈີ ພາກຕາເວັນອອກກາງອາຟຟຣິກາ ກ່າວວ່າ: ປະເທດລາວເປັນປະເທດທີ່ກຳລັງມີຊື່ສຽງໃນດ້ານການຈະເລີນເຕບໂຕທາງທຸລະກິດ ແລະ ການທ່ອງທ່ຽວ ຕາມແຜນການພັດທະນາການຂະຫຍາຍຕົວທີ່ໄດ້ວາງໄວ້, ໃນນັ້ນມີໂຮງແຮມ ຄຣາວ ພລາຊ່າ ວຽງຈັນ, ໂຮງແຮມຫຼູຫຼາ ຫ້າດາວລະດັບສາກົນແຫ່ງທຳອິດໃນນະຄອນຫຼວງວຽງຈັນ ແລະ ກຳລັງຈະສ້າງໂຮງແຮມ ຮໍລິເດອິນ ແອນ ສວີດ ວຽງຈັນ ໃນໄວໆນີ້ ບົນພື້ນຖານຄວາມເອົາໃຈໃສ່ຢ່າງໜັກລະຫວ່າງ ໄອເອັຈຈີ ແລະ ບີມກຣຸບ, ພວກເຮົາມີຄວາມຕື່ນເຕັ້ນ ແລະ ພາກພູມໃຈທີ່ສຸດໃນການສືບຕໍ່ຂະຫຍາຍຄວາມສຳພັນທາງດ້ານທຸລະກິດ, ພ້ອມອຳນວຍຄວາມສຳດວກໃນລະດັບກາງໃຫ້ແກ່ປະຊາຊົນລາວ ໃນການເປີດໂຕຄັ້ງທຳອິດຂອງ ແບຣນ ຮໍລິເດອິນ.

ຜູ້ພັດທະນາ ບີມກຣຸບ ເຈົ້າຂອງ 2ໂຮງແຮມໃນເຄືອ ໄອເອັຈຈີ – ຄຣາວ ພລາຊ່າ ວຽງຈັນ ທີ່ຫາກໍ່ເປີດໂຕເມື່ອບໍ່ດົນມານີ້ ແລະ ໂຮງແຮມ ອິນເຕີຄອນທິເນັນໂທ Phu Quoc Long Beach Resort & Residences.

ທ່ານ ດວນ ກວາກ ອູຍ, ປະທານບໍລິສັດ ບີມກຣຸບ ກ່າວວ່າ: “ດ້ວຍປະຫວັດທີ່ມີຄວາມເຂັ້ມແຂງໃນການດຳເນີນວຽກງານການໂຮງແຮມລະດັບໂລກ ແລະ ຜົນສຳເລັດຈາກໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ພວກເຮົາດີໃຈທີ່ໄດ້ຮ່ວມມືກັບ ໄອເອັຈຈີ ອີກຄັ້ງໜຶ່ງເພື່ອພັດທະນາວຽກງານການບໍລິການໃນປະເທດລາວ. ແບຣນ ຮໍລິເດອິນ ເປັນອີກໜຶ່ງແບຣນທີ່ໄດ້ຮັບການຍອມຮັບຈາກທົ່ວໂລກ ແລະ ດ້ວຍສະຖານທີ່ຕັ້ງທີ່ເໝາະສົມທີ່ສຸດ ພວກເຮົາຈຶ່ງມີຄວາມໝັ້ນໃຈຢ່າງຍິ່ງວ່າ ໂຮງແຮມ ຮໍລິເດອິນ ແອນ ສວີດ ວຽງຈັນ ຈະໄດ້ຮັບຜົນຕອບຮັບທີ່ດີໃນປີ 2019”.

ຮໍລິເດອິນ ແບຣນ ໄດ້ມີການເປີດໂຕມາແລ້ວຫຼາຍກວ່າ 23ໂຮງແຮມ ແລະ ຣີສອດ ໃນພາກອາຊີຕາເວັນອອກສຽງໃຕ້: 6ແຫ່ງໃນປະເທດອິນໂດເນເຊຍ, 3ແຫ່ງໃນປະເທດມາເລເຊຍ, 2ແຫ່ງໃນປະເທດຟິລິປິນ, 2ແຫ່ງໃນປະເທດສິງກະໂປ ແລະ 10ແຫ່ງໃນປະເທດໄທ. ຄາດວ່າພາຍໃນ 3-5ປີ, ໄອເອັຈຈີ ຈະເຮັດບັນຈຸເປົ້າໝາຍໄດ້ເປັນເທົ່າຕົວ ແລະ ໂຮງແຮມ ຮໍລິເດອິນ ຈະປາກົດຕົວຫຼາຍກວ່າ 20ແຫ່ງຢູ່ໃນທົ່ວທຸກພູມມີພາກ.

ແບ່ງປັນ