Breaking News

ຂໍພະລັງຄົນລາວ! ມາຮ່ວມສົ່ງກຳລັງໃຈໃຫ້ ຟ້າໃສ ຈິນນາລີ ໃນຮອບຕັດສິນ Miss Grand International 2017 ຄືນນີ້ຫ້າມພາດ!!!

ແບ່ງປັນ

ຮູ້ສຶກຕື່ນເຕັ້ນຢ່າງບອກບໍ່ຖືກ ໃນຄໍ່າຄືນຂອງວັນທີ 25 ຕຸລາ 2017 ນີ້ແລ້ວທີ່ທຸກໆຄົນທົ່ວໂລກຈະໄດ້ຮູ້ກັນວ່າສາວງາມຄົນໃດທີ່ຈະໄດ້ເປັນ Miss Grand International 2017 ເຊິ່ງສາວງາມທີ່ເຂົ້າປະກວດໃນຄັ້ງນີ້ມີເຖິງ 70ກວ່າ ປະເທດທົ່ວໂລກກັນເລີຍ ແລະ ໜຶ່ງໃນນັ້ນກໍມີ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ  Miss Grand Laos ທີ່ເດີນທາງໄປເປັນຕົວແທນສາວງາມຈາກລາວຢ່າງເປັນທາງການ ແລະ ຖືເປັນປີທຳອິດຂອງປະເທດລາວເຮົາອີກດ້ວຍ.

ຟ້າໃສ ຈິນນາລີ ນໍລະສິງ ອາຍຸ 18 ປີ ລວງສູງ 173 ສັດສ່ວນ 33-24-36 ສາວນ້ອຍຜູ້ມີຄວາມໝັ້ນໃຈເກີນຮ້ອຍ ມີຄວາມສາມາດເກີນຕົວ ເກີນໄວ ໄດ້ເຮັດໜ້າທີ່ເປັນຕົວແທນສາວງາມຈາກລາວໃນຊ່ວງເກັບຕົວປະກວດໄດ້ເປັນຢ່າງດີ ແຖມຍັງເປັນດາວເດັ່ນໃນທຸກໆຮອບຂອງການປະກວດ, ຫຼ້າສຸດກໍຕິດ Top3 ຈາກສາວງາມທັງໝົດໃນການຂຶ້ນສະແດງໃນມື້ Final Show ຈົນສ້າງສຽງຮືຮາຈາກປະຊາຊົນລາວ ແລະ ຜູ້ຄົນທົ່ວໂລກກໍໃຫ້ຄວາມສົນໃຈເປັນຢ່າງດີ. (ຂໍບອກວ່າການປະກວດເທື່ອນີ້ປະເທດລາວເຮົາມີລຸ້ນເດີ້…ສຸດຍອດ)

ດັ່ງນັ້ນ, ໃນຄໍ່າຄືນຂອງ ວັນທີ 25 ຕຸລາ 2017 ນີ້ ຢາກຂໍພະລັງຄົນລາວມາຮ່ວມສົ່ງກຳລັງໃຈໃຫ້ ຟ້າໃສ ຈິນນາລີ ນໍລະສິງ ໃຫ້ມີກຳລັງໃຈເຮັດໜ້າທີ່ໃຫ້ດີທີ່ສຸດ ແຟນໆສາມາດຕິດຕາມການປະກວດຄືນນີ້ເລີ່ມເວລາ 8:00 PM ໄດ້ທີ່ເພສ Miss Grand International ຫຼື ສາມາດຕິດຕາມຄວາມເຄື່ອນໄຫວຕ່າງໆໄດ້ທີ່ເວັບໄຊ້  Kuanjai Magazine ເຮົາໄດ້ເລີຍ.

#ແຊຣໄປໃຫ້ໂລກຮູ້ ???????? 

ຮູບພາບ: Chinnaly Fasai , Miss Grand International

ແບ່ງປັນ