Breaking News

ຄວາມຮູ້ທີ່ຄວນອ່ານ!!! ສາເຫດການຂໍຢ່າຮ້າງ ຕາມກົດໝາຍລາວມີຫຍັງແດ່?

ແບ່ງປັນ

“ຄອບຄົວ ກາຍເປັນບ່ອນທີ່ມີແຕ່ຄວາມທຸກ ມີແຕ່ນ້ຳຕາ ຂາດຄວາມເຂົ້າໃຈ ດູດກືນພະລັງໃຈ ຂອງສະມາຊິກໃນຄອບຄົວ ການຢ່າຮ້າງ ອາດເປັນທາງເລືອກສຸດທ້າຍ”

ແນ່ນອນວ່າແມ່ຍິງທຸຸກຄົນ ເມື່ອເກີດມາແລ້ວ ຕ້ອງໃຝ່ຝັນຢາກມີຄອບຄົວທີ່ອົບອຸ່ນ ພຽບພ້ອມ ດ້ວຍພໍ່ແມ່ແລະລູກໆ ແຕ່ຄືວ່າຫັ້ນແຫຼະ ບໍ່ມີໃຜຄາດເດົາອະນາຄົດໄດ້ ເພາະການແຕ່ງດອງ ຄືການທີ່ຄົນສອງຄົນ ເຕີບໃຫຍ່ມາຈາກຕ່າງສະຖານທີ່ ຖືກອົບຮົມສັ່ງສອນຄົນລະແບບ ນິດໃສແຕກຕ່າງກັນ ມາມັກຮັກກັນຈົນເຖິງຂັ້ນ ຈູງມືກັນເຂົ້າປະຕູວິວາ ບາງຄົນອາດຈະຄິດວ່າ ຈຸດນີ້ແຫຼະຄືຄວາມສຳເລັດຂອງຊີວິດ ເຊິ່ງທີ່ຈິງອາດບໍ່ແມ່ນສະເໝີໄປ ເພາະເມື່ອລົງເຮືອຊີວິດລຳດຽວກັນແລ້ວ ມັນເປັນຈຸດເລີ່ມຕົ້ນຂອງ ໜ້າທີ່ ພັນທະ ພາລະ ທີ່ຕ້ອງຮັບຜິດຊອບຮ່ວມກັນ ການແບ່ງປັນພື້ນທີ່ສ່ວນຕົວໃຫ້ກັນ ຄົນສອງຄົນຕ້ອງປັບຕົວເຂົ້າຫາກັນ ເຮັດແນວໃດໃຫ້ສະມາຊິກຄອບຄົວມີຄວາມສຸກ ແລະນຳພາເຮືອລຳນ້ອຍ ທີ່ເອີ້ນວ່າ “ຄອບຄົວ” ຜ່ານຜ່າອຸປະສັກທີ່ເຂົ້າມາທ້າທາຍຄວາມເຂັ້ມແຂງ ທຸ່ນທ່ຽງ ຂອງຄົນທັງສອງຢູ່ຕະຫຼອດເວລາ ຍິ່ງເມື່ອທັງສອງມີລູກ ຫຼືພະຍານຮັກ ຄວາມຮັບຜິດຊອບຕ່າງໆກໍຍິ່ງເພີ່ມພູນຂຶ້ນໄປ ເປັນເງົາຕາມຕົວ

ຫຼາຍໆຄູ່ສາມາດຝ່າຟັນສິ່ງກີດຂວາງຕ່າງໆໄປໄດ້ງ່າຍດາຍ ຢູ່ນຳກັນຈົນແກ່ເຖົ້າ ດ້ວຍພະລັງແຫ່ງຄວາມຮັກ ຄວາມເຂົ້າໃຈ ແລະນຳພາຄອບຄົວໄປຮອດຈຸດໝາຍປາຍທາງໄດ້ຢ່າງມີຄວາມສຸກ ໃນຂະນະດຽວກັນ ກໍຍັງມີເຮືອ “ຄອບຄົວ” ອີກຫຼາຍໆລຳທີ່ບໍ່ສາມາດຜ່ານຜ່າມໍລະສຸມຊີວິດຕ່າງໆໄປໄດ້ ເຖິງແມ້ວ່າທັງສອງຈະໃຊ້ຄວາມພະຍາຍາມ ແກ້ໄຂບັນຫາຈົນສຸດຄວາມສາມາດແລ້ວກໍຕາມ ຫຼືອາດເກີດຈາກເຫດປັດໄຈອື່ນໆທີ່ໄດ້ກ່າວໄວ້ໃນກົດໝາຍວ່າດ້ວຍຄອບຄົວ ກໍຈຳເປັນຕ້ອງແຍກທາງຈາກກັນ ຫຼືຢ່າຮ້າງກັນໄປນັ້ນເອງ

ຄໍລຳ In Action ສະບັບນີ້ ຄິດວ່າຂໍ້ມູນຕໍ່ໄປນີ້ ມີປະໂຫຍດຕໍ່ແຟນໆຂວັນໃຈ ໂດຍສະເພາະຜູ້ທີ່ກຳລັງຮູ້ສຶກວ່າ ສະຖາບັນຄອບຄົວ ບໍ່ເປັນດັ່ງທີ່ວາດຫວັງໄວ້ ແລະກຳລັງຄິດກ່ຽວກັບການຢ່າຮ້າງ ຫຼືກຳລັງຢູ່ໃນສະຖານະການໃດໜຶ່ງຕໍ່ໄປນີ້ ໃຫ້ໄດ້ຮູ້ ແລະທຳຄວາມເຂົ້າໃຈບັນດາສາເຫດຂອງການຂໍຢ່າຮ້າງ ທີ່ໄດ້ຖືກລະບຸໄວ້ໃນກົດໝາຍແຫ່ງ ສປປ ລາວ ກ່ອນຈະຕັດສິນໃຈໃດໆລົງໄປ:

ອີງຕາມກົດໝາຍວ່າດ້ວຍຄອບຄົວ ມາດຕາ 20 (ປັບປຸງ) ສາເຫດຂອງການຢ່າຮ້າງ

ຜົວ ຫຼືເມຍ ຈະຂໍຢ່າຮ້າງກັນໄດ້ ເມື່ອມີສາເຫດໃດໜ່ຶງດັ່ງນີ້:

  1. ທຳມິດສະຈານ (ການຫຼິ້ນຊູ້ ຈາກຜົວ ຫຼືເມຍ)
  2. ໃຊ້ຄວາມຮຸນແຮງ ຫຼື ປ້ອຍດ່າດ້ວຍຄວາມຫຍາບຊ້າຕໍ່ກັນ ຫຼືຕໍ່ພໍ່ແມ່ ແລະຍາດພີ່ນ້ອງ ຫຼື ມີການປະພຶດທີ່ບໍ່ເໝາະສົມຢ່າງຮ້າຍແຮງ ເຊັ່ນ: ຕິດເຫຼົ້າ, ຕິດຢາເສບຕິດ ຢ່າງໜັກໜ່ວງ ຫຼື ຫຼິ້ນການພະນັນເປັນອາຈິນ, ຫຼິ້ນກິນຟູມເຟືອຍ;
  3. ໜີໄປໂດຍບໍ່ຄອບກັນ ແລະບໍ່ໄດ້ສົ່ງຂ່າວຄາວ ຫຼືສົ່ງຊັບມາລ້ຽງຄອບຄົວ ເປັນເວລາ ສາມປີ ຂຶ້ນໄປ;
  4. ຜົວໄປບວດເປັນພິກຂຸ, ສາມະເນນ ຫຼື ພໍ່ຂາວ ຫຼື ເມຍໄປບວດເປັນແມ່ຂາວ ເກີນກວ່າ ສາມປີ ໂດຍບໍ່ມີຄວາມເຫັນດີນຳກັນ;
  5. ເປັນຜູ້ຫາຍສາບສູນ ຕາມຄຳຕັດສິນຂອງສານ ໃນກໍລະນີທີ່ຜົວ ຫຼືເມຍນັ້ນ ຫາກໜີຈາກຄອບຄົວ ໂດຍບໍ່ຮູ້ບ່ອນຢູ່ ແລະ ບໍ່ຮູ້ຂ່າວຄາວ ເປັນເວລາສອງປີ ຫຼື ໃນກໍລະນີທີ່ເກີດອຸປະຕິເຫດ ຫາກບໍ່ຮູ້ຂ່າວຄາວເປັນເວລາຫົກເດືອນ;
  6. ຖືກສານຕັດສິນລົງໂທດ ຕັດອິດສະລະພາບ ແຕ່ ຫ້າປີຂຶ້ນໄປ;
  7. ເປັນພະຍາດ ຊຶ່ງເປັນອັນຕະລາຍຢ່າງຮ້າຍແຮງ ທີ່ບໍ່ສາມາດຢູ່ນຳກັນໄດ້;
  8. ເປັນຄົນບ້າເສຍຈິດ ຈົນບໍ່ສາມາດຢູ່ນຳກັນໄດ້;
  9. ບໍ່ສາມາດຮ່ວມປະເວນີທາງເພດ;
  10. ບໍ່ສາມາດດຳລົງຊີວິດເປັນຜົວເມຍກັນຕໍ່ໄປໄດ້ ຍ້ອນສາເຫດຕ່າງໆເຊັ່ນ: ບໍ່ສັດຊື່ຕໍ່ກັນ, ທໍລະມານຈິດໃຈກັນ

ຢ່າລືມວ່າ ຄອບຄົວ ແມ່ນສະຖາບັນທີ່ສົມຄວນເຕັມໄປດ້ວຍຄວາມສຸກ ຄວາມຮັກ ຄວາມອົບອຸ່ນ ປອດໄພ ເປັນບ່ອນເພິ່ງພິງທັງກາຍແລະໃຈ ຂອງບັນດາສະມາຊິກ ແຕ່ຫາກເມື່ອໃດ ຄອບຄົວ ຫາກບໍ່ສາມາດຕອບສະໜອງສິ່ງເຫຼົ່ານີ້ໄດ້ ຄອບຄົວ ກາຍເປັນບ່ອນທີ່ມີແຕ່ຄວາມທຸກ ມີແຕ່ນ້ຳຕາ ຂາດຄວາມເຂົ້າໃຈ ດູດກືນພະລັງໃຈ ແລະພະລັງຊີວິດຂອງສະມາຊິກໃນຄອບຄົວ ຈົນແນມບໍ່ເຫັນອະນາຄົດແລ້ວ ການຢ່າຮ້າງ ອາດເປັນທາງເລືອກສຸດທ້າຍ ທີ່ສາມາດປົດປ່ອຍໃຫ້ແມ່ຍິງເຮົາ ໄດ້ມີໂອກາດໃຊ້ຊີວິດທີ່ເຫຼືອຢ່າງມີຄວາມສຸກໃນແບບຂອງຕົນເອງ.

ຂໍຂອບໃຈບົດຄວາມດີໆຈາກວາລະສານ ຂວັນໃຈ ສະບັບເດືອນ ພຶດສະພາ 2017

ແບ່ງປັນ