Breaking News

ຟ້າໃສ ຈິນນາລີ ມິສແກຣນລາວ ໂພສຂໍໂທດຄົນລາວທຸກໆຄົນທີ່ເຮັດໃຫ້ຜິດຫວັງໃນການປະກວດ Miss Grand International 2017

ແບ່ງປັນ

ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ ໂພສຂໍໂທດຄົນລາວທຸກໆຄົນທີ່ເຮັດໃຫ້ຜິດຫວັງໃນການປະກວດ Miss Grand International 2017 ໃນຄໍ່າຄືນວັນທີ 25 ຕຸລາ ທີ່ຜ່ານມາ ເຊິ່ງ ນ້ອງ ຟ້າໃສ ຈິນນາລີ ກໍໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວຫຼັງຈາກການປະກວດແລ້ວວ່າ: “ສຳລັບມື້ນີ້ ຂໍໂທດຄົນລາວ ແລະ ຄົນທີ່ເຊຍທຸກຄົນເດີ້ ທີ່ໄປໄດ້ບໍ່ເລິກ ຟ້າຂໍໂທດຖ້າເຮັດໃຫ້ຜູ້ໃດເສຍໃຈຫຼືຜິດຫວັງ”, ພໍແຕ່ຫຼັງຈາກທີ່ນາງໄດ້ໂພສໄປກໍເຮັດໃຫ້ມີແຟນໆເຂົ້າໄປກົດໄລ້ ກົດແຊຣ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ ແລະ ກໍເວົ້າເປັນສຽງດຽວກັນວ່າ ພູມໃຈໃນຕົວຟ້າໃສແລ້ວຖືວ່າເຮັດໄດ້ດີຫຼາຍ.

ສຳລັບ ຟ້າໃສ ຈິນນາລີ ນໍລະສິງ ໃນການປະກວດ Miss Grand International 2017 ແມ່ນສາມາດເຂົ້າໄປເຖິງຮອບ 20 ຄົນສຸດທ້າຍ ຈາກ 77 ປະເທດທົ່ວໂລກ ແລະ ກໍຖືວ່າເຮັດໄດ້ດີທີ່ສຸດ ເພາະສາມາດສ້າງຊື່ສຽງໃຫ້ຄົນທົ່ວໂລກໄດ້ຮູ້ຈັກປະເທດລາວ ຮູ້ຈັກຄວາມເປັນລາວ ຮູ້ຈັກເຖິງຄວາມສາມາດຂອງສາວລາວໄດ້ເປັນຢ່າງດີ. (ຂໍຊົມເຊີຍ)

#ແຊຣໄປໃຫ້ໂລກຮູ້ ??

ທີ່ມາ: Chinnaly Fasai , Miss Grand International

ແບ່ງປັນ