Breaking News

ອຸ໋ຍ! ມີໃຜກຳລັງລັກຖ່າຍຮູບເຮົາຢູ່ບໍ່ນໍ… ມາເບິ່ງວິທີຖ່າຍຮູບແນວ Hipster ເບິ່ງໄວ້ຈະໄດ້ບໍ່ຕົກກະແສ!!!

ແບ່ງປັນ

ສະໄໝນີ້ບໍ່ວ່າຈະເຮັດກິດຈະກຳຕ່າງໆໃນຊີວິດປະຈຳວັນເຊື່ອວ່າໝູ່ເພື່ອນກໍຈະຕິດການຖ່າຍຮູບເປັນຊີວິດຈິດໃຈ ບໍ່ວ່າຈະຍາມກິນ ຍາມເຮັດວຽກ ຮຽນໜັງສື ຫຼື ຍາມນອນກໍຈະມັກຖ່າຍຮູບອັບເດດຄວາມເຄື່ອນໄຫວລົງໃນໂລກໂຊຊ່ຽວເປັນປະຈຳ, ແຕ່ຖ້າຈະອັບຮູບເລື້ອຍໆ ແບບມື້ໜຶ່ງໂພສເຖິງ 10-20 ຮູບມັນກະຈະເບິ່ງຄືໂອເວີ້ໄປ ຄວນສົງສານໝູ່ທີ່ຈະຕ້ອງໄດ້ນັ່ງກົດໄລ້ໃຫ້ເຮົາຕະຫຼອດແດ່… (555), ດັງນັ້ນໃນມື້ນີ້ ຊະນີIndy ເລີຍໄປຊອກເອົາໄອເດຍການຖ່າຍຮູບໃນແບບຂອງ Hipster ມາຝາກ.

ແຕ່ກ່ອນອື່ນຕ້ອງຂໍອະທິບາຍຄຳວ່າ ຮິບສເຕີ້ (Hipster) ກັນກ່ອນ ຄວາມໝາຍຂອງຄຳນີ້ກໍຄືເປັນ style  ຂອງເດັກແນວທີ່ມີຄວາມ Art ໃນຕົວເອງສູງ ຄ້າຍໆຄືກັບສິລະປິນທີ່ມັກແລະຮັກໃນອິດສະຣະ ໃຫ້ອາລົມການດຳເນີນຊີວິດແນວສະໂລໄລ້ (Slow life) ລັກສະນະຂອງການຖ່າຍຮູບກໍຈະເປັນໃນລັກສະນະການຖ່າຍແບບເຊວຟີ່ຕົວເອງ ຈະຖ່າຍອອກແນວແບບບໍ່ໄດ້ຕັ້ງໃຈຖ່າຍຈົນຫຼາຍເກີນໄປ ເຖິງແມ່ນວ່າຈະເປັນການຖ່າຍໂດຍການຕັ້ງໃຈຂອງເຮົາເອງກໍຕາມ ແຕ່ຮູບພາບທີ່ອອກມາຕ້ອງບອກເລີຍວ່າ ມີຄວາມ Art ທີ່ງາມຫຼາຍ ແລະ ພາບກໍຈະເປັນແບບເບີ່ງຄືບໍ່ແຈ້ງ ແຕ່ໄດ້ອາລົມເບິ່ງແລ້ວມີສະເໜ່ບໍ່ມີເບື່ອ.

ອຸ໋ຍ! ມີໃຜກຳລັງລັກຖ່າຍຮູບເຮົາຢູ່ບໍ່ນໍ…(555) ເອົ້າ!!! ໃຜທີ່ຄິດທ່າໂພສບໍ່ອອກເຮົາກໍມີມາຝາກມາເບິ່ງວິທີຖ່າຍຮູບແນວ Hipster ເບິ່ງໄວ້ຈະໄດ້ບໍ່ຕົກກະແສ!!!

ໂພສທ່າໃຫ້ເບິ່ງຄືວ່າບໍ່ໄດ້ຕັ້ງໃຈຖ່າຍ…

ຍືນປິ່ນໜ້າໃສ່ກ້ອງແຕ່ຕາຕ້ອງເບິ່ງໄປທາງອື່ນ

ຖ່າຍກັບຕົ້ນໄມ້ໃບຫຍ້າ…ເລີດໄປອີກໆໆໆ

ຖ່າຍໃຫ້ເຫັນພຽງສ່ວນໃດສ່ວນໜຶ່ງຂອງຮ່າງກາຍ ແລະ ຕ້ອງຈັດວາງອົງປະກອບໃຫ້ Art ທີ່ສຸດ

ປິ່ນຂ້າງຕາມ style ຍິ້ມຫຼືບໍ່ຕ້ອງຍິ້ມກໍໄດ້ແຕ່ເບິ່ງແລ້ວໂຄດດດ Cool

ໃຊ້ກ້ອງຖ່າຍຮູບ ຫຼື ໂທລະສັບ ໃຫ້ເປັນປະໂຫຍດ ຈັບຂຶ້ນມາຖ່າຍຮູບເລີຍ!!!

ຈະໃສ່ແວ່ນຕາຖ່າຍຮູບກໍໄດ້…ບໍ່ວ່າກັນ

ຖ່າຍຮູບໃຫ້ຜົມປິວປົກໜ້າ ມັນກໍຈະເປັນແນວ Art ໄປອີກກກກ

ໂພສທ່າຖ່າຍຮູບແບບປິ່ນຫຼັງໃສ່ກ້ອງ

ຖ່າຍຮູບມຸມສູງແຕ່ຕ້ອງມີເຮົາເປັນອົງປະກອບໃນນັ້ນ

ຖ່າຍສ່ວນໃດສ່ວນໜື່ງຂອງເສື້ອຜ້າ ຫຼື ເຄື່ອງປະດັບກໍໄດ້

ໂພສທ່າຖ່າຍຮູບຕາມທາງຍ່າງອອກແນວສະຕຣີດ

ຖ່າຍຮູບກັບຈອກກາເຟຄູ່ໃຈ

ພສທ່າຕອນທີ່ເຮົາກຳລັງກ້າວຂາຍ່າງ…

ບໍ່ຈຳເປັນຈະຕ້ອງຫວານຕະຫຼອດ ໂພສທ່າອອກແນວກວນໆແນ່ກໍໄດ້ເດີ້

ພສທ່າແນວໆແຕ່ສາກຫຼັງຕ້ອງເປັນທ້ອງຟ້າ ຫຼື ວິວງາມໆ

ເປັນແນວວໃດກັນແດ່ກັບວິທີໂພສທ່າ ແລະ ຖ່າຍຮູບໃນແບບຂອງເດັກ Hipster ທີ່ ຊະນີIndy ໄດ້ເອົາມາຝາກ ແຕ່ຢ່າລືມວ່າການຖ່າຍຕ້ອງມີສິລະປະໃນຕົວ ພະຍາຍາມບໍ່ເບິ່ງກ້ອງ ແລະ ໃຊ້ອຸປະກອນທີ່ມີເສີມເຊັ່ນ: ຈອກກາເຟ, ປື້ມ, ໃບໄມ້ ຫຼື ດອກໄມ້ ເພື່ອຈະມາຊ່ວຍໃຫ້ເປັນຈຸດສົນໃຈ ຫຼື ຖ້າຕ້ອງການພື້ນຫຼັງເປັນທ້ອງຟ້າຫຼືສະຖານທີ່ອື່ນໆ ກໍສາມາດຍືນລ້າໆ ກົ້ມໜ້າ  ປິ່ນຂ້າງ ຫຼື ປິ່ນຫຼັງກໍໄດ້ເລີຍເດີ້… ເພື່ອຄວາມ Art ນັ້ນເອງ ຮູບທີ່ອອກມາກໍຈະໄດ້ມີຫຼາຍແບບບໍ່ໜ້າເບື່ອຈຳເຈແບບເກົ່າໆອີກຕໍ່ໄປ.

pic via: americanstyle

ແບ່ງປັນ