Breaking News

ຟ້າໃສ ຈິນນາລີ ມິສແກຣນເດີນທາງກັບຮອດລາວແລ້ວ ບັນດາແຟນຄລັບໃຫ້ການຕ້ອນຮັບຢ່າງອົບອຸ່ນ!!!

ແບ່ງປັນ

ຫຼັງຈາກທີ່ໄປປະກວດເວທີລະດັບໂລກ Miss Grand International 2017 ເຖິງຈະບໍ່ໄດ້ລາງວັນມາຝາກແຟນໆແຕ່ ຟ້າໃສ ຈິນນາລີ ມິສແກຣນລາວ ກໍຍັງໄດ້ Top20 ຈາກທັງໝົດ 77 ປະເທດທົ່ວໂລກມາຝາກພໍ່ແມ່ພີ່ນ້ອງຊາວລາວ ແລະ ໃນວັນທີ 28 ຕຸລາ 2017 ທີ່ຜ່ານມາ ນ້ອງ ຟ້າໃສ ຂວັນໃຈຂອງທຸກໆຄົນກໍເດີນທາງກັບຮອດປະເທດລາວບ້ານເກີດຢ່າງປອດໄພ ແຖມທັງຄອບຄົວ ແລະ ແຟນຄລັບໃຫ້ການຕ້ອນຮັບຢ່າງອົບອຸ່ນຈົນໜາແໜ້ນສະໜາມບິນວັດໄຕ, ເຊິ່ງບັນຍາກາດໃນມື້ນັ້ນກໍເຕັມໄປດ້ວຍຄວາມຮັກ ຄວາມອົບອຸ່ນ ມີການຖ່າຍຮູບລວມກຸ່ມຢ່າງຍິ້ມແຍ້ມແຈ່ມໃສ.

ນອກຈາກນັ້ນ ຟ້າໃສ ຈິນນາລີ ຍັງໄດ້ຂຽນລະບາຍຄວາມໃນໃຈວ່າ: “ຕອນທີ່ກຳລັງສິ້ນສຸດການປະກວດ … ຟ້າບອກຕົນເອງສະເໝີ ວ່າຫ້າມກັບໄປໃນຈຸດທີ່ຕົນເລີ່ມຕົ້ນ ຢ່ານັບໜຶ່ງໃໝ່ ແຕ່ໃຫ້ກັບໄປລາວ ແລ້ວເປັນຄົນໃໝ່ ເປັນຄົນທີ່ດີຂຶ້ນ ເກັ່ງຂຶ້ນ ສະຫຼາດຂຶ້ນ ສ້າງປະໂຫຍດໃຫ້ແກ່ສັງຄົມໄດ້ຫຼາຍຂຶ້ນ… ຄົນໃໝ່ນະທີ່ນີ້ບໍ່ໄດ້ໝາຍເຖິງຄວາມເຍີ່ຍິ່ງທະນົງຕົນ ແຕ່ໝາຍເຖິງ ການໃຊ້ສິ່ງທີ່ຕົນເອງໄດ້ຮັບ ມາເກີດໝາກເກີດຜົນແກ່ສ່ວນລວມສູງສຸດ ພັດທະນາຕົນເອງໄປເລື້ອຍໆ ກ່ອນທີ່ຟ້າລົງປະກວດຟ້າເປັນຄົນແນວໃດ, ຫຼັງຈາກປະກວດແລ້ວໃຫ້ເປັນຄົນທີ່ ເກັ່ງກວ່ານັ້ນ ສະຫຼາດກວ່ານັ້ນ ສ້າງຜົນປະໂຫຍດໃຫ້ໄດ້ຫຼາຍກວ່ານັ້ນ ຟ້າເຫັນວ່ານີ້ເປັນພຽງຈຸດເລີ່ມຕົ້ນຂອງສິ່ງມະຫັດສະຈັນເທົ່ານັ້ນ” 

#ແຊຣໄປໃຫ້ໂລກຮູ້  ??

ຮູບພາບ: Chinnaly Fasai

ແບ່ງປັນ