Breaking News

“ຢືມ” ເພງໃໝ່ຫຼ້າສຸດຂອງ ໂຈໂຈ້ ມີຣາໂຄ…

ແບ່ງປັນ

ໃນທີ່ສຸດມື້ທີ່ແຟນໆຄອຍຖ້າກໍມາເຖິງ ກັບການເປີດຕົວເພງໃໝ່ຫຼ້າສຸດຂອງ ຈິລະສັກ ສາຍສະໜິດ ຫຼືອ້າຍໂຈໂຈ້ ມີຣາໂຄ ກັບຜົນງານເພງທີ່ມີຊື່ວ່າ “ຢືມ” ເປັນຜົນງານເພງຊຶ້ງໆ ອົກຮັກ ແຕ່ຟັງແລ້ວຕິດໃຈ. ເຊິ່ງຜົນງານໃໝ່ຂອງ ອ້າຍໂຈໂຈ້ ແມ່ນໄດ້ເປີດຕົວຢ່າງເປັນທາງການໃນວັນທີ 27 ຕຸລາ ທີ່ຜ່ານມານີ້ເອງ. ສໍາລັບແຟນຄັບຄົນໃດທີ່ບໍ່ໄດ້ໄປຮ່ວມຟັງເພງເປີດຕົວຂອງເພິ່ນ ມື້ນີ້ຂວັນໃຈກໍເລີຍໄປຊອກຄົ້ນມາໃຫ້ແຟນໆໄດ້ຟັງກັນນໍາ ແຕ່ຖ້າຍັງບໍ່ໍພໍໃຈສາມາດຊອກຟັງ ແລະເບິ່ງມິວສິກຂອງເພິ່ນໄດ້ໃນ You tube ແລະ Face book ເດີ່!!! ເພິ່ນໄດ້ປ່ອຍອອກມາໃຫ້ຟັງກັນແລ້ວ…

  • ນາງເອກ

  • ອ້າຍໂກ້ ກະມາຮ່ວມແຈມ

  • ແຟນຄັບມາຮ່ວມຍິນດີ

  • ມື້ເປີດຕົວ ຄົນດັງຫຼາຍຄົນມາຮ່ວມຍິນດີ

  • ຢືມ ເພງໃໝ່ຫຼ້າສຸດ

ເພງ : ຢືມ Yeum ( JoJo Miracle Ft. Koh Mr. Saxman )

“ຢືມ” ເພງໃໝ່ລ່າສຸດຂອງ JoJo Miracle ທີ່ແຕ່ງຂຶ້ນມາຈາກຊີວິດຈິງ ແລະ ໄດ້ຖ່າຍທອດຜ່ານຜົນງານເພງນີ້ ເປັນຜົນງານເພງທີ 4 "The 4th single" ທີ່ໂຈໂຈ້ຕັ້ງໃຈເຮັດອອກມາ ເພື່ອເປັນໂຕແທນໃຫ້ກັບຄົນທີ່ຕົກຢູ່ໃນສະຖານະການ ຢືມ ! ຢືມຄວາມຮັກຈາກໃຜຈັກຄົນໜຶ່ງ ຄົນທີ່ຢືມຄວາມຮັກຈາກຄົນອື່ນ ນັ້ນ ຮູ້ສຶກເຈັບຢູ່ແລ້ວ ແຕ່ໃນທາງກັບກັນ ໂຈໂຈ້ ຢາກຖ່າຍທອດໃຫ້ທຸກຄົນໄດ້ເຫັນອີກມຸມໜຶ່ງ ກໍຄືຄົນທີ່ເປັນຝ່າຍໃຫ້ຢືມ ກໍຮູ້ສຶກເຈັບປວດບໍ່ແພ້ກັນ ….ເປັນກຽດຢ່າງສູງທີ່ທາງອ້າຍ Koh Mr.Saxman ໃຫ້ກຽດມາເປົ່າ Sax ໃຫ້ ຂອບໃຈອ້າຍໂກ້ຫຼາຍໆ … ຢ່າລືມຕິດຕາມຮັບຊົມ MV ໄດ້ໄວໆນີ້ ວັນທີ : 1/11/2017 11/11 AM ສຳລັບອີກຊ່ອງທາງການຮັບຊົມ Lyric ແລະ Official Music Video ເພງ ຢືມ ໄດ້ໄວໆນີ້ທີ່ :www.facebook.com/OishiLao/Sole Sponsored by : Oishi Green Tea Produced by : Miraclelao Productions #ຢືມ #JoJoMiracle#Oishigreentea#Oishilaos#Miraclelaoproductions

JoJo Miracleさんの投稿 2017年10月16日(月)

ແບ່ງປັນ