Breaking News

ບໍ່ທຳມະດາ! ມີ່ມີ່ ພູນຊັບ ນາງງາມລາວຕິດທ໋ອບໃນເວັບໄຊ້ດັງໃນການປະກວດ Miss International 2017!!!

ແບ່ງປັນ

ມາອັບເດດຄວາມເຄື່ອນໄຫວຂອງອີກໜຶ່ງເວທີການປະກວດສາວງາມລະດັບອິນເຕີ Miss International 2017 ທີ່ປະເທດລາວເຮົາກໍໄດ້ໂຕແທນສາວງາມທີ່ມີຄວາມພ້ອມກໍຄື ມີ່ມີ່ ພູນຊັບ ພົນໂຍທາ Miss International Laos 2017 ຫຼັງຈາກບິນໄປເກັບໂຕໃນການປະກວດ Miss International 2017 ຢູ່ ໂຕກຽວ, ປະເທດຍິປຸ່ນ ຕັ້ງແຕ່ວັນທີ 24 ຕຸລາ 2017, ຫຼ້າສຸດມີຜົນການຈັດອັນດັບ ຈາກ website www.missosology.org Third HOT PICKS ສາວ ມີ່ມີ່ ພູນຊັບ ໂຕແທນນາງງາມຈາກປະເທດລາວມີລາຍຊື່ ຕິດອັນດັບ 8 ຂອງການສັງເກດການຈາກເວັບໄຊດັ່ງກ່າວທີ່ຕິດຕາມກອງປະກວດ Miss International 2017 ຕັ້ງແຕ່ມື້ລົງຍົນຢູ່ທີ່ສະໜາມບິນນາຣິຕະ ແລະ ເລີ່ມການເກັບໂຕຈົນຮອດປັດຈຸບັນ, ເປັນແນວໃດກໍ່ຊ່ວຍເຊຍ ແລະ ສົ່ງກຳລັງໃຈ ມີ່ມີ່ ພູນຊັບ ໂຕແທນຈາກປະເທດລາວເຮົາ.

ໃນອີກບໍ່ດົນຈະມີການໂຫວດ ແຟນໆສາມາດຕິດຕາມການເຄື່ອນໄຫວໄດ້ທີ່ page: firstmodelinglao ແລະ Mimi Phounsap – Miss International Laos 2017 ມື້ຕັດສິນແມ່ນວັນທີ 14 ພະຈິກ 2017 ນີ້…ຢ່າລືມສົ່ງກຳລັງໃຈໃຫ້ສາວງາມຕົວແທນປະເທດລາວເຮົາແດ່ເດີ້!!!

#ແຊຣໄປໃຫ້ໂລກຮູ້  #ຮັກລາວເຊຍລາວ ??????

ຮູບພາບ: firstmodelinglao, Mimi Phounsap, www.missosology.

 

 

ແບ່ງປັນ