Breaking News

ເປີດໂຕແລ້ວ! ມາເບິ່ງຄວາມອະລັງການງານສ້າງກັບຊຸດປະຈຳຊາດທີ່ຈະໃຊ້ເຂົ້າໃນການປະກວດ Miss Global 2017!!!

ແບ່ງປັນ

ເປີດໂຕແລ້ວ! ກັບຊຸດປະຈຳຊາດ ສຳລັບການປະກວດ Miss Global 2017 ທີ່ປະເທດ ກຳປູເຈຍ ຈະຕັດສິນໃນວັນທີ 17 ພະຈິກ 2017, ເຊິ່ງປິນີ້ ເມ ວະລິສະລາ ຕັງສຸວັນ Miss Global Laos 2017 ໄດ້ເດີນທາງໄປເປັນຕົວແທນສາວງາມເພື່ອເຂົ້າແຂ່ງຂັນ.

ມາເບິ່ງ…ຄວາມອະລັງການງານສ້າງກັບຊຸດປະຈຳຊາດ (National Costume) ທີ່ຈະໃຊ້ເຂົ້າໃນການປະກວດ Miss Global 2017 ເຊິ່ງລາວເຮົາກໍໄດ້ຈັດເຕັມເນລະມິດຊຸດທີ່ມີຊື່ວ່າ ນາຄາມະນີວາລີນິມິດ(Jewel of Mekong) ເຊິ່ງໄດ້ແຮງບັນດານໃຈໃນການສ້າງໃຫ້ມີຮູບຮ່າງຄ້າຍກັບພຣະຍານາກ ໂຕມີເກັດ ມີສຽນເຈັດສຽນ ລຳໂຕສີຂຽວທອງເຫລື້ອມ ໃນມືຖືລູກໄຟເຊິ່ງ ໃນຄວາມເຊື່ອໝາຍເຖິງ ວັນທີ່ພະພຸດທະເຈົ້າສະເດັດລົງມາຈາກສະຫັວນຊັ້ນດາວະດຶງ ເຊິ່ງກົງກັບວັນທີ່ 15ຄຳ່ ເດືອນ 11 ຈະເຫັນເປັນລູກໄຟຜຸດຂຶ້ນມາຈາກແມ່ນຳ້ຂອງ ປຽບເຫມືອນເຫຼົ່າພຣະຍານາກໄດ້ມາບູຊາພຣະພຸດທະເຈົ້າເປັນຄວາມເຊື່ອ ແລະ ສັດທາທີ່ຖືກຖ່າຍທອດມາຈາກລຸ້ນສູ່ລຸ້ນ ແລະ ຍັງສືບສານຕໍ່ໄປອີກຍາວນານ.

ພຣະຍານາກ ແມ່ນງູທີ່ມີະຫນາດໄຝໃຫ່ຍ ມີຫງອນ ເປັນສັດສັກສິດ ແລະ ເປັນສັນຍາລັກແຫ່ງຄວາມຍິ່ງໃຫ່ຍ ຄວາມອຸດົມສົມບູນ, ເປັນສິ່ງລີ້ລັບເຫນືອທຳມະຊາດ ທີ່ຢູ່ຄູ່ແມ່ນໍ້າຂອງ ຢູ່ຕິດກັບຄວາມເຊື່ອຂອງປະຊາຊົນຄົນລາວມາແຕ່ບູຮານນະການ.

#ຮັກລາວເຊຍລາວ ??????

ທີ່ມາ: May Varissara Page

ແບ່ງປັນ