Breaking News

ສຸດຍອດຄັກໆ! ໜູນາ DJ ສາວລາວສຸດແນວກຽມຂຶ້ນໂຊຄວາມສາມາດໃນເທສະການດົນຕີທີ່ Cambodia!!!

ແບ່ງປັນ

ຍາກຈະຍົກໂປ້ແຖມກ້ອຍໃຫ້ DJ ໜູນາ ທີ່ຫຼ້າສຸດນາງໄດ້ເປັນດີເຈສາວລາວຄົນດຽວທີ່ໄດ້ໄປໂຊຄວາມສາມາດໃນເທສະການດົນຕີຢູ່ທີ່ປະເທດ ກຳປູເຈຍ (Cambodia) ໃນລະຫວ່າງວັນທີ 1-4 ພະຈິກ 2017 ນີ້ ເຊິ່ງໃນງານດັ່ງກ່າວຈະເປັນເທສະການງານເພງແນວອີເລັກໂທນິກແດ້ນ (EDM) ແລະ ງານນີ້ຈະເປັນການລວມຕົວຂອງ DJ ເກືອບທົ່ວອາຊີບໍ່ວ່າຈະເປັນ ລາວ, ສ. ເກົາຫລີ, ໄທ ແລະ ກຳປູເຈຍນັ້ນເອງ.

ສຳລັບ ສຸກພາລັກ ວົງສອນສະໝຸດ ຫຼື  ໜູນາ ອາຍຸ 23 ປີ  ສາວລາວຄົນງາມ ແລະ ຫຼາກຫຼາຍຄວາມສາມາດ ເຊິ່ງສາວຄົນນີ້ເປັນທີ່ຮູ້ກັນໃນວົງການ DJ ສາຍຕືດໆໆໆ…ບ້ານເຮົາກໍຄື  DJ ໜູນາ , ເຊິ່ງ ຊະນີIndy ເຊື່ອເລີຍວ່າແຟນໆທຸກຄົນຄົງຈະຄຸ້ນໜ້າຕຸ້ນຕາກັນດີ ເພາະດີເຈສາວຄົນນີ້ທົວມາແລ້ວທຸກແຂວງ ທຸກພາກ ທົ່ວປະເທດລາວ ແລະຫຼາຍໆເວທີລະດັບເທດກໍຈະເຫັນນາງໄປໂຊຝີມືມາໝົດແລ້ວທົ່ວປະເທດ ແລະຍັງໆຍັງບໍ່ໝົດເດີ້ ເພາະສາວ ໜູນາ ຄົນນີ້ຍັງມີໂອກາດໄດ້ໄປໂຊຝີມືໃນສະຖານບັນເທິງດັງໆຂອງຕ່າງປະເທດມາແລ້ວໆໆໆ (ໂອ້ໆໆໆ ບໍ່ທຳມະດາ) ເຊິ່ງປະເທດທີ່ ໜູນາ ໄດ້ໄປໂຊນັ້ນກໍມີທັງ Singapore, Thailand, China, Myanmar, Malaysia, Cambodia ແລະ Macau ແລະ ທີ່ເດັ່ນໆແມ່ນ ໜູນາ ຍັງໄດ້ຮັບໂອກາດເປັນຕົວແທນຂອງ DJ ຄົນລາວຮ່ວມກັບ Mc SuperOne ຂຶ້ນທຳການສະແດງຢູ່ເວທີດຽວກັບ DJ VINAI ຫຼື VINAI ເຊິ່ງບອກເລີຍວ່າ 2 ໜຸ່ມນີ້ເປັນເຖິງ DJ ອັນດັບທີ 37 ຂອງໂລກ ພຸ້ນເດີ້… (ວ້າວວວ!!!)

#ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງແມ່ຍິງລາວ

ສາມາດຕິດຕາມໄດ້ທີ່: IG: xxnouna

Fb:Vongsonesamouth Soukphalack

ແບ່ງປັນ