ກຳລັງມີບັນຫາກັບລາຍຈ່າຍທີ່ບໍ່ເປັນປະໂຫຍດຢູ່ແມ່ນບໍ່ ຫຼາຍຄົນກຳລັງຄິດໜັກເລື່ອງເງິນເດືອນບໍ່ພໍໃຊ້ ຮອດກາງເດືອນ ຫຼື ທ້າຍເດືອນຍາມໃດຮູ້ສຶກວ່າຈະກະເປົາແບນຕະຫຼອດ ສະນັ້ນ ລອງມາເບິ່ງວິທີຕັດລາຍຈ່າຍທີ່ບໍ່ເປັນປະໂຫຍດໃນຊີວິດປະຈຳວັນ ເພື່ອຈະໄດ້ມີເງິນພໍໃຊ້ແຖມມີຄວາມສຸກ ບໍ່ຕ້ອງມານັ່ງຄິດໜັກອີກຕໍ່ໄປ:
- ຄ່າ Shopping
ສຳລັບສາວໆທີ່ມັກ Shopping ເປັນຊີວິດຈິດໃຈ ຄົງຈະປະຕິເສດບໍ່ໄດ້ເລີຍ ແລະອາດຈະຄວບຄຸມຄ່າໃຊ້ຈ່າຍຍາກສຸດໆ ໂດຍສະເພາະກັບສິນຄ້າເສື້ອຜ້າ ກະເປົ໋າ ເກີບ Collection ໃໝ່ໆ ເຊິ່ງຄ່າໃຊ້ຈ່າຍນີ້ຖືເປັນຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ ແຖມຍັງເຮັດໃຫ້ເຮົາຕິດນິດໃສກາຍເປັນຄົນຟຸ່ມເຟືອຍ ວິທີແກ້ໄຂ ຫຼືຢາກຈະປະຢັດຄ່າໃຊ້ຈ່າຍໃນສ່ວນນີ້ ກໍບໍ່ມີຫຍັງຍາກເລີຍ ພຽງແຕ່ຄວບຄຸມຈິດໃຈ ຕັ້ງສະຕິໃຫ້ໄດ້ ແລະ ເລືອກຊື້ເຄື່ອງເທົ່າທີ່ຈຳເປັນເນາະ
- ຄ່າສິນຄ້າອຸປະໂພກ ບໍລິໂພກ
ຂອງກິນຂອງໃຊ້ທີ່ຕ້ອງຊື້ໃນແຕ່ລະເດືອນ ຖ້າຈະຄິດໄລ່ແລ້ວຕ້ອງຍອມຮັບເລີຍວ່າຕົກເປັນເງິນຈຳນວນຫຼາຍແບບສຸດໆ ແຕ່ຖ້າເພື່ອນໆທ່ານໃດຕ້ອງການປະຢັດຄ່າໃຊ້ຈ່າຍໃນສ່ວນນີ້ ກໍພຽງແຕ່ເລືອກຊື້ຂອງໃຊ້ທີ່ຈຳເປັນເທົ່ານັ້ນ ຈົດລາຍການທີ່ຕ້ອງຊື້ທຸກເທື່ອ ເພື່ອກຳນົດແຜນການໃຊ້ຈ່າຍ, ແຕ່ຖ້າເປັນຂອງໃຊ້ທີ່ຈຳເປັນໃນທຸກໆມື້ເຊັ່ນ: ເຄື່ອງສຳອາງ, ຢາຖູແຂ້ວ, ຄຣີມກັນແດດ ຫຼື ອື່ນໆ ກໍຄວນເລືອກຊື້ສິນຄ້າທີ່ມີລາຄາ Sale ເພາະຈະຊ່ວຍ Save ຈໍານວນເງິນທີ່ຕ້ອງຈ່າຍໄດ້
- ຄ່າໂທລະສັບ
ໃນປັດຈຸບັນ Smart phone ເປັນໂທລະສັບທີ່ຄົນໃຊ້ຫຼາຍທີ່ສຸດ ເຮັດໃຫ້ຄ່າໃຊ້ຈ່າຍໂທລະສັບມັກຈະຕົກໄປຢູ່ທີ່ຄ່າບໍລິການ Internet ລວມທັງຄ່າໂທລະສັບໄປພ້ອມໆກັນ ດັ່ງນັ້ນ ຖ້າຢາກປະຢັດເງິນຄ່າໂທລະສັບ ລອງຊອກເບິ່ງ Application ທີ່ສາມາດໂທຫາກັນໄດ້ຟຣີ ຫຼື ໂປຼເແກຣມ ສົນທະນາແບບບໍ່ຕ້ອງເສີຍເງິນມາໃຊ້ ແຕ່ຖ້າທ່ານໃດບໍ່ສະດວກກໍລອງຊອກຫາ Promotion ທີ່ຄຸ້ມຄ່າ ແລະ ເໝາະສົມກັບພຶດຕິກຳການໃຊ້ຂອງຕົນເອງ ເພື່ອຈະໄດ້ບໍ່ຕ້ອງເສຍເງິນກັບລາຍຈ່າຍສ່ວນນີ້ຫຼາຍຈົນເກີນໄປ
- ຄ່າກາເຟ
ລອງຄິດຫຼິ້ນໆເບິ່ງວ່າ ກາເຟ ຈອກໜຶ່ງ 10.000-20.000 ພັນກີບ ດື່ມທຸກມື້ໃນຍາມບ່າຍຫຼັງເຂົ້າສວາຍ ເທົ່າກັບວ່າໃນ 1 ເດືອນເຮົາຕ້ອງຈ່າຍຄ່າກາເຟໄປ 300.000-600.000 ກີບຕໍ່ເດືອນ, ເຊິ່ງເປັນອີກສາເຫດໜຶ່ງຂອງມະນຸດເງິນເດືອນ ທີ່ມີເງິນບໍ່ພໍໃຊ້ ວິທີແກ້ໄຂອາດຈະບໍ່ຈຳເປັນເຖິງຂັ້ນຕ້ອງເຊົາດື່ມກາເຟ ແຕ່ໃຫ້ຫຼຸດຜ່ອນການກິນລົງ ຄວນເວັ້ນໄລຍະຫ່າງຂອງການກິນເຊັ່ນເຄີຍກິນທຸກມື້ ກໍໃຫ້ບາມື້ແດ່ ແລະ ຄ່ອຍໆຫຼຸດລົງມາເລື້ອຍ ກໍຈະຊ່ວຍ Save ເງິນໃນຖົງໄດ້ເປັນຢ່າງດີ
- ຄ່າອາຫານນອກບ້ານ
ຄ່າຄອງຊີບສູງຂຶ້ນ ຄ່າໃຊ້ຈ່າຍໃນການກິນອາຫານນອກບ້ານກໍຍິ່ງສູງຂຶ້ນ ທັ້ງທີ່ຈິງແລ້ວເຮົາສາມາດປະຢັດຄ່າໃຊ້ຈ່າຍໃນສ່ວນນີ້ໄດ້ຫຼາຍກວ່າທີ່ຄິດ ບໍ່ວ່າຈະເປັນການກຽມເອົາເຂົ້າສວາຍໄປກິນໃນບ່ອນເຮັດວຽກ ຫຼື ການເລືອກກິນອາຫານໃນຮ້ານທີ່ບໍ່ແພງຫຼາຍ ກໍລ້ວນແລ້ວແຕ່ເປັນວິທີທີ່ສາມາດຊ່ວຍຫຼຸດຄ່າໃຊ້ຈ່າຍລົງໄດ້
- ຄ່າໃຊ້ຈ່າຍເພື່ອຄວາມບັນເທີງ
ໃນເມື່ອເຮົາເຮັດວຽກໜັກ ເຊື່ອວ່າທຸກຄົນຕ້ອງມີ Moment ທີ່ແບບວ່າຕ້ອງການຢາກຜ່ອນຄາຍ ແລະ ຊອກຫາຄວາມບັນເທີງໃຫ້ກັບຕົນເອງເຊັ່ນ: ອອກໄປເບິ່ງໜັງນອກບ້ານ ສັງສັນກັບໝູ່ເພື່ອນ ຫຼືໄປທ່ຽວຕາມສະຖານທີ່ຕ່າງໆໃນວັນພັກຜ່ອນ ແຕ່ຖ້າເຮົາໃຊ້ເງິນກັບສ່ວນນີ້ຫຼາຍຈົນເກີນໄປ ອາດຈະເຮັດໃຫ້ເຮົາມີບັນຫາເລື່ອງຄ່າໃຊ້ຈ່າຍທີ່ບໍ່ພຽງພໍໃນອະນາຄົດ ດັ່ງນັ້ນ ວິທີແນະນຳກໍຄືແທນທີ່ເຮົາຈະຊື້ຄວາມບັນເທິງພຽງຢ່າງດຽວ ໃຫ້ເພື່ອນໆລອງຫາກິດຈະກຳທີ່ສາມາດມ່ວນຊື່ນໄດ້ໂດຍບໍ່ຕ້ອງເສຍເງິນເຊັ່ນ: ໄປຍ່າງຫຼິ້ນຕາມສວນສາທາລະນະ ເຮັດອາຫານກິນເອງ ເບິ່ງໂທລະພາບ ຫຼິ້ນກິລາ ແລະ ອື່ນໆ … ກິດຈະກຳເຫຼົ່ານີ້ ຊ່ວຍຜ່ອນຄາຍໃຫ້ເຮົາໄດ້ເຊັ່ນດຽວກັນ.