Breaking News

ໃຜໆກໍຢາກງາມ! ແຕ່ກ່ອນທີ່ຈະຕັດສິນໃຈເຮັດສັນຍະກຳຄວນສຶກສາໃຫ້ດີໆ ຮູ້ຫຼືບໍ່ວ່າການເສີມດັງມີຈັກວິທີ?

ແບ່ງປັນ
  1. ການເສີມດັງແບບປິດ (Closed Rhinoplasty)

ການເສີມດັງດ້ວຍຊິລິໂຄນເຕັກນິກແບບ Closed Rhinoplasty ເປັນວິທີທີ່ໄດ້ຮັບຄວາມນິຍົມຫຼາຍ ເພາະມີຄວາມສະດວກປອດໄພ, ຮອຍບາດນ້ອຍ ແລະ ບາດກໍເບິ່ງບໍ່ເຫັນຈາກພາຍນອກ ເປັນວິທີທີ່ແພດສ່ວນຫຼາຍຄຸ້ນເຄີຍ ແລະ ໃຊ້ຈົນເຖິງປັດຈຸບັນ. ໂດຍວິທີນີ້ໝໍຈະຜ່າຕັດບາດນ້ອຍໆພາຍໃນຮູດັງ ແລະ ໃສ່ວັດສະດຸທີ່ຕ້ອງການເສີມເຂົ້າໄປຕາມຮອຍຜ່າຕັດນ້ອຍໆພາຍໃນຮູດັງ ສະດວກໃຊ້ເວລາຜ່າຕັດບໍ່ດົນ ເໝາະສົມກັບສາວຄົນທີ່ມີຮູບດັງເກົ່າທີ່ພໍໃຊ້ໄດ້ຢູ່ແລ້ວລະດັບໜຶ່ງ ແຕ່ວິທີນີ້ຈະມີຂໍ້ຈໍາກັດໃນຜູ້ທີ່ມີດັງສັ້ນຫຼາຍ ເພາະການຜ່າຕັດຈະໃຊ້ຕົວເສີມດັ່ງນີ້:

  1. ຊິລິໂຄນ medical grade ທີ່ໝໍໄດ້ເຫຼົາຈົນໄດ້ຮູບຊົງທີ່ເໝາະສົມກັບຄົນໄຂ້ແຕ່ລະຄົນ
  2. ເສີມດັງດ້ວຍຊິລິໂຄນ ແລະ ກະດູກອ່ອນຫຼັງໃບຫູ, ການເສີມດັງດ້ວຍການໃຊ້ກະດູກອ່ອນຫຼັງໃບຫູຄືການເອົາກະດູກອ່ອນຫຼັງໃບຫູມາຮອງຕໍາແໜ่ງປາຍດັງຂອງສາວໆເອົາໄວ້ ໃນຜູ້ທີ່ມີບັນຫາປາຍດັງບາງ ສ່ວນຄ່າໃຊ້ຈ່າຍສູງກວ່າການໃຊ້ຊິລິໂຄນຢ່າງດຽວ.

     ຂໍ້ດີຂອງການເສີມດັງແບບປິດ (Closed Rhinoplasty)

  • ບາດນ້ອຍ ແລະ ຢູ່ໃນຮູດັງ ຈະເບິ່ງບໍ່ເຫັນຮອຍບາດຍົກເວັ້ນໄປສ່ອງເບິ່ງໃນຮູດັງ
  • ລາຄາບໍ່ສູງເທົ່າການເສີມດັງແບບເປີດ
  • ສະດວກ, ປອດໄພ
  • ບາດບໍ່ບວມຫຼາຍ

ຂໍ້ເສຍຂອງການເສີມດັງແບບປິດ (Closed Rhinoplasty)

  • ຜູ້ທີ່ມີຮູບດັງຜິດປົກກະຕິເຊັ່ນ: ສັ້ນຫຼາຍ, ໃຫຍ່ຫຼາຍ ຫຼືຍາວເກີນໄປ ອາດຈະບໍ່ໄດ້ຜົນດັ່ງທີ່ຫວັງ ເພາະພື້ນຖານໂຄງສ້າງເກົ່າອາດຈະເໝາະກັບວິທີຜ່າຕັດແບບເປີດຫຼາຍກວ່າ
  1. ການເສີມດັງແບບເປີດ (Open Rhinoplasty)

ການເສີມດັງແບບເປີດ (Open Rhinoplasty) ຄືການຜ່າຕັດເສີມດັງແບບເປີດ ໂດຍໝໍຈະຜ່າຕັດບໍລິເວນລຸ່ມປາຍດັງ ທີ່ຕໍ່ກັບຮິມສົບເທິງຂອງສາວໆ

ການຜ່າຕັດດ້ວຍວິທີນີ້ມີຂໍ້ດີຄື: ສາມາດຜ່າຕັດແກ້ໄຂຮູບດັງໄດ້ດີກວ່າແບບທໍາອິດ, ເພາະຈະເຫັນໂຄງສ້າງທາງໃນຫຼາຍກວ່າ ລວມທັງສາມາດຕົບແຕ່ງປາຍດັງຂອງສາວໆໃຫ້ງາມ, ສ່ວນສາວທີ່ເໝາະສົມກັບວິທີນີ້ກໍຄື ຜູ້ທີ່ມີຮູບດັງຜິດປົກກະຕິເຊັ່ນ: ສັ້ນຫຼາຍ, ຍາວຫຼາຍ, ບ້ຽວຫຼາຍ ຕ້ອງການເສີມດັງແບບປັບໂຄງສ້າງ ໂດຍໝໍຈະລົງຮອຍບໍລິເວນແກນກ້ອງດັງ ເຂົ້າໄປຕົບແຕ່ງຕາມບັນຫາຂອງແຕ່ລະຄົນເຊັ່ນ: ຕັດຕົບແຕ່ງກະດູກອ່ອນຂອງປາຍດັງ ໃຫ້ມີຂະໜາດນ້ອຍລົງໃນຄົນທີ່ມີດັງໃຫຍ່, ເຫຼົາກະດູກຖານດັງ ໃຫ້ແຫຼມນ້ອຍ ຖ້າສາວຄົນໃດມີບັນຫາຖານດັງກວ້າງ, ເສີມປາຍດັງດ້ວຍກະດູກອ່ອນຮ່ວມກັບການຕໍ່ຂາກາງ ຫຼືໜັງກັ້ນກາງດັງໃຫ້ມີຄວາມຍາວຂຶ້ນ ໃນຄົນທີ່ດັງສັ້ນ ຮ່ວມກັບການຜ່າຕັດປັບຮູບຮ່າງປີກດັງໃຫ້ງາມ ຂໍ້ດີດັ່ງກ່າວສາມາດແກ້ໄຂໃນຜູ້ທີ່ມີບັນຫາໂຄງສ້າງດັງແບບຕ່າງໆໄດ້

ຂໍ້ເສຍຂອງວິທີການເສີມດັງແບບເປີດ (Open Rhinoplasty)

  • ເຮັດຍາກ ແລະ ດົນກວ່າແບບປິດ (Closed Rhinoplasty)
  • ມີອາການບວມຊໍ້າດົນກວ່າ
  • ເຫັນຮອຍບາດຈາກພາຍນອກໃຊ້ເວລາກວ່າຈະຈາງໄປ
  • ລາຄາສູງ

ແບ່ງປັນ