Breaking News

ວິທີບໍາລຸງມືໃຫ້ນຽນນຸ້ມຊຸ່ມຊື່ນ

ແບ່ງປັນ

ວິທີບໍາລຸງມືໃຫ້ນຽນນຸ້ມຊຸ່ມຊື່ນ

ສາວໆແຕ່ລະຄົນໄດ້ເຄີຍລອງສັງເກດເບິ່ງມືຂອງຕົນເອງບໍ່ວ່າຄວາມປ່ຽນແປງຂອງມືເປັນຢ່າງໃດ? ໂດຍໃຫ້ສັງເກດເລັບ ຖ້າເລັບເລີ່ມມີສີເຫຼືອງ ແລະ ມີດອກເລັບຂຶ້ນມາ ກໍ່ສະແດງວ່າສຸຂະພາບມື ແລະ ເລັບຂອງທ່ານນັ້ນບໍ່ຄ່ອຍດີປານໃດ ດັ່ງນັ້ນ ວາສະສານ ຂັວນໃຈ ຈຶ່ງໄດ້ຫາສູດກະຊັບ ບໍາລຸງມືມາຝາກ ຖ້າສາວໆທ່ານໃດທີ່ມີອາການດັ່ງກ່າວທີ່ເວົ້າມາລອງເອົາສູດນີ້ໄປນໍາໃຊ້ແລ້ວຈະໄດ້ມືທີ່ນຽນນຸ້ມ ດັ່ງນີ້:

  • ປະສົມນໍ້າຕານຊາຍກັບ Baby Oil ແລ້ວເອົາທາຖູມື ນວດຄ່ອຍໆນວດເປັນວົງມົນ 2-3 ນາທີ ແລ້ວລ້າງອອກດ້ວຍນໍ້າທໍາມະດາ ແລະ ເຊັດມືໃຫ້ແຫ້ງ.
  • ປະສົມນໍ້າຕານຊາຍ 1/2 ຖ້ວຍກັບໂຍເກີດ 1 ຈອກ ແລະ ເປືອກໝາກນາວຊອຍບາງໆ 1/2 ຖ້ວຍ ແລ້ວນໍາມາປະສົມໃຫ້ເຂົ້າກັນແລ້ວນໍາມາຖູຄ່ອຍໆ.
  • ທາມືດ້ວຍໂຍເກີດລົດທໍາມາະຊາດ ປະໄວ້ປະມານ 20 ນາທີ ເຮັດອາທິດລະ 2 ເທື່ອ.
  • ປະສົມນໍ້າຕານ, ນໍ້າໝາກນາວ ແລະ ຄຣີມສົດ ແນວລະ 1 ບ່ວງແກງ ປະສົມເຂົ້າກັນ ນວດຝາມືໄປເລື່ອຍໆ ຈົນກວ່ານໍ້າຕານຈະລະລາຍໝົດ.
  • ໃຊ້ວາສະລິນ ຫຼື ເຈວນໍ້າມັນ ທາພອກໄວ້ຕະຫຼອດ ແລະ ທາໄດ້ຕາມທີ່ຕ້ອງການ.
  • ໃຊ້ນໍ້າເຜິ້ງ 1 ບ່ວງກາເຟ, ໄຂ່ຂາວ 1 ໜ່ວຍ ນໍາມາປະສົມເຂົ້າກັນແລ້ວທາໃສ່ ໂດຍສະເພາະບໍລິເວນຜິວໜັງທີ່ດ້ານປະໄວ້ປະມານເຄິ່ງຊົ່ວໂມງຈຶ່ງຄ່ອຍລ້າງອອກ.
  • ນໍ້າເຜິ້ງ ແລະ ນໍ້າສົ້ມຄັ້ນ ປະສົມໃນປະລິມານທີ່ເທົ່າກັນແລ້ວໃຊ້ທາມື.
  • ແຊ່ມືໃນນໍ້າທີ່ໃສ່ນໍ້າມັນໝາກກອກ ໂດຍແຊ່ໄວ້ປະມານ 10 ນາທີ ຈາກນັ້ນໃຫ້ນວດຄ່ອຍໆເພື່ອໃຫ້ນໍ້າມັນຊື່ມເຂົ້າໄປໃນຜິວໜັງແລ້ວຈຶ່ງເຊັດສ່ວນເກີນອອກ ເຮັດຕິດກັນປະມານ 1 ອາທິດ.
  • ວິທີງ່າຍໆທີ່ເຮັດກັນຕະຫຼອດເວລາ ແລະ ບໍ່ຫຍຸ້ງຍາກກໍ່ຄື ການທາໂລຊັ່ນ ຫຼື ຄຣີມທາມືເລື່ອຍໆທາເປັນປະຈໍາ ຖ້າຫາກບໍ່ມີກໍ່ໃຊ້ວາສະລິນ ຫຼື ນໍ້າເຈວແທນກໍໄດ້ ທາໄດ້ຕະຫຼອດຕາມຄວາມຕ້ອງການ.

female-hands-with-manicured-nails

ແບ່ງປັນ