Breaking News

ງາມຫຼາຍ! ຟ້າໃສ ຈິນນາລີ ໃສ່ຊຸດໄໝລາວທ່ຽວບຸນພ້ອມເຊີນຊວນໃຫ້ທ່ຽວ ບຸນນະມັດສະການພຣະທາດຫຼວງ!!!

ແບ່ງປັນ

ຫຼັງຈາກທີ່ເດີນທາງກັບຈາກປະເທດ ຫວຽດນາມ ເພາະໄປເປັນຕົວແທນສາວລາວໃນການປະກວດ Miss Grand International 2017, ຫຼ້າສຸດ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ 2017 ກໍໄດ້ໃສ່ຊຸດໄໝລາວທ່ຽວບຸນພ້ອມເຊີນຊວນໃຫ້ພໍ່ແມ່ພີ່ນ້ອງຊາວລາວ ແລະ ຊາວຕ່າງຊາດໃຫ້ໄປທ່ຽວໃນງານ ບຸນນະມັດສະການພຣະທາດຫຼວງ ໃນເຟສບຸກສ່ວນຕົວວ່າ:

“ໄປໄປ ຫຼິ້ນບຸນພຣະທາດຫຼວງ ປີນີ້ຊອກເດີ່ນຈອດລົດບໍ່ຍາກ ອາກາດດີ ມີແດດແຕ່ມີລົມເຢັນ ບໍ່ແອອັດ ໄປໄຫວ້ທາດ ໄຫວ້ເຈົ້າ ໄປເບິ່ງສວນເຮືອນລາວ ໃນນັ້ນມີຕະຫຼາດນຳ ເພິ່ນນຸ່ງເຄື່ອງສະໄໝແຕ່ກີ້ ມັກບັນຍາກາດ ອາຫານແຊບອີກ (ມັກປີ້ງກ້ວຍເປັນພິເສດ) ໄປຖ່າຍຮູບຫຼິ້ນກະງາມເດີ້. ບຸນທາດຫຼວງເປັນບຸນທີ່ທັງຜູ້ນ້ອຍ ຜູ້ໃຫຍ່ ຄົນລາວ ຄົນຕ່າງຊາດໃຫ້ຄວາມສົນໃຈ ຊຸກຍູ້ການທ່ອງທ່ຽວລາວ. ທີ່ຟ້າມັກເປັນສ່ວນຕົວອີກຢ່າງແມ່ນ ພໍໄຫວ້ແລ້ວ ທາງນອກມີຮ້ານອາຫານເຄື່ອງດື່ມໄວລຸ້ນ ເຊິ່ງຄິດວ່າເປັນການດຶງດູດໄດ້ຫຼາຍກຸ່ມຄົນດີ (ດຽວໆ ຫຼືວ່າເຮົາເປັນຄົນມັກກິນ… ກັບຊັດປຸມເປົ້ານິ). ບາດເມືອລະຊື້ເຂົ້າຫຼາມມາຕ້ອນແນ່ເດີ້”

“That Luang (or translated, Great Stupa) is one of the national symbol of Laos. When it’s full moon in November, we celebrate That Luang festival for three days.Day and night celebration includes gathering of pilgrims, listening to prayers, praying religious ancestors, praying the Great Stupa, giving alms to hundreds of monks, traditional showcases, and teens attractions! Boun That Luang is a festival all ages, teens, adults, elderly people, foreigners take an interest in. Oh! and the festival ends with a huge fireworks display! can’t wait to share them with you on my story!??

ເຮັດໃຫ້ມີແຟນໆເຂົ້າໄປກົດໄລ້ ກົດແຊຣຮູບພາບທີ່ ຟ້າໃສ ໄດ້ໂພສໄປຢ່າງຫຼວງຫຼາຍ!!!

ທີ່ມາ: Chinnaly Fasai , Vilasak Sengphetmany

ແບ່ງປັນ