Breaking News

ຂໍສະແດງຄວາມຍິນດີ! ແອັບເປີ້ນ-ຟຣຸກ ຄູ່ຮັກສາວລາວບ່າວໄທ ຈັດພິທີວິວາຫວານຕາມແບບປະເພນີ ລາວ!!!

ແບ່ງປັນ

ຂໍສະແດງຄວາມຍິນດີ! ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຣຸກ ຈິຣະ ດ່ານບະວອນກຽດ ຄູ່ຮັກດາລາສາວລາວບ່າວໄທ ຈັດພິທີວິວາຫວານຕາມແບບຮີດຄອງປະເພນີລາວ, ໃນຊ່ວງເຊົ້າຂອງວັນທີ 3 ພະຈິກ 2017 ເຊິ່ງພິທີດັ່ງກ່າວຈັດຂຶ້ນທີ່ເຮືອນຫໍຂອງທັງສອງຄົນຢູ່ທີ່ປະເທດໄທ, ໂດຍໃນຊ່ວງເຊົ້າມີພິທີແຫ່ຂັນໝາກ, ປົງສິນສອດ ແລະ ຕໍ່ດ້ວຍບາສີສູ່ຂັວນ, ເຊິ່ງງານນີ້ ແອັບເປີ້ນ ມາໃນຊຸດໄໝລາວ ແລະ ຟຣຸກ ມາໃນຊຸດສູດສີຟ້າລຽບຫຼູ, ພາຍໃນພິທີວິວາຂອງ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຣຸກ ຈິຣະ  ເຕັມໄປດ້ວຍຄວາມຫວານ ອົບອຸ່ນ ມີບັນດາຄອບຄົວ ໝູ່ເພື່ອນຂອງທັງສອງຄົນ ມີທັງພາຍໃນ ແລະ ນອກວົງການບັນເທີງມາຮ່ວມສະແດງຄວາມຍິນດີກັບທັງສອງຢ່າງອົບອຸ່ນ.

ສຳລັບ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຸກ ຈິຣະ ດ່ານບະວອນກຽດ ຄູ່ຮັກດາລາສາວລາວ-ບ່າວໄທ  ທັງສອງກໍຄົບຫາເບິ່ງໃຈກັນມາດົນເຖິງ 10 ປີ ຜ່ານຜ່າອຸປະສັກ ຜ່ານຮ້ອນຜ່ານໜາວ ດັ່ງພົມລິຂິດ ຈົນໃນທີ່ສຸດກໍຕົກລົງປົງໃຈທີ່ຈະໃຊ້ຊີວິດຮ່ວມກັນ ແລະ ພິທີມົງຄຸນສົມລົດຂອງທັງສອງກໍຂໍບອກວ່າມີການຈັດໜັກ ຈັດເຕັມ ສະຫຼອງກັນເຖິງ 3 ມື້ 3 ຄືນ ໃນແບບປະເພນີ ລາວ, ໄທ ແລະ ຈີນ.

(ຢ່າງໃດກໍຂໍສະແດງຄວາມຍິນດີກັບທັງສອງຄົນຫຼາຍໆເດີ້)

(ຂໍຂອບໃຈສຳລັບຮູບພາບ)

ແບ່ງປັນ