Breaking News

ຄົນລາວບໍ່ເຄີຍຖິ້ມກັນ! ຊົມເຊີຍນໍ້າໃຈຜູ້ໃຈບຸນຮ່ວມຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກເຫດການໄຟໄໝ້ ບ້ານທົ່ງຂັນຄຳ!!!

ແບ່ງປັນ

ເປັນກະແສໃນຊ່ວງທ້າຍອາທິດທີ່ຜ່ານມາຈາກການລະດົມທຶນຂອງ ເອື້ອຍ ວັນທະວີ ສຸພານຸວົງ ແລະ ອ້າຍ ຕຸ້ຍ ໂອເວີ້ແດ້ນ ໃນວັນທີ 4 ພະຈິກ 2017 ເພື່ອຂໍວອນຜູ້ໃຈບຸນ ຮ່ວມກັນຊ່ວຍຜູ້ຖືກເຄາະຮ້າຍ ຈາກເຫດການໄຟໄໝ້ ບ້ານທົ່ງຂັນຄຳ ນະຄອນຫຼວງວຽງຈັນ ໃນວັນທີ 2 ພະຈິກ 2017 ຈົນເຮັດໃຫ້ມີຜູ້ຖືກເຄາະຮ້າຍຫຼາຍສິບຄອບຄົວ.

ໃນວັນທີ 4 ພະຈິກ 2017 ເອື້ອຍວັນທະວີ ໄດ້ໂພສຂໍລະດົມທຶນທາງເຟສບຸກວ່າ: “ຂໍວອນຜູ້ໃຈບຸນ ຮ່ວມກັນຊ່ວຍຜູ້ຖືກເຄາະຮ້າຍ ຈາກເຫດການໄຟໄໝ້ ບ້ານທົ່ງຂັນຄຳ ມື່ວານນີ້… ຂ້ອຍ ແລະ ຕຸ້ຍ Touy Overdance ຮູ້ຈັກ ອ້າຍໄລ ຕັ້ງແຕ່ປີ 2010 ຕອນທີ່ພວກຂ້ອຍເລີ່ມເຮັດວຽກກັບ ອົງການແຄຣ໌ ນາໆຊາດ ປະຈຳລາວ, ອ້າຍໄລ ເປັນພະນັກງານຂັບລົດໃຫ້ໂຄງການ. ອ້າຍໄລ ເປັນຄົນນິໄສດີ ເປີດເຜີຍ ຊື່ສັດ ແລະອົດທົນບໍ່ວ່າວຽກໃນໂມງ ຫຼືນອກໂມງ, ອ້າຍໄລ ເປັນຄົນມີນໍ້າໃຈຫຼາຍ ບໍ່ວ່າຄົນໃນຫ້ອງການ ຫຼື ຫາກໃຜຕ້ອງການຄວາມຊ່ວຍເຫຼືອຫຍັງ ລາວບໍ່ເຄີຍປະຕິເສດ ເຮັດໃຫ້ລາວເປັນທີ່ຮັກຂອງທຸກຄົນໃນອົງການ ເປັນອ້າຍຜູ້ໜຶ່ງທີ່ພວກຂ້ອຍຮັກ ແລະນັບຖືສະເໝີແຕ່ມື້ຄືນນີ້ ເກືອບທ່ຽງຄືນ ອ້າຍໄລ ໄດ້ສົ່ງຂໍ້ຄວາມມາວ່າ “ວັນ ໄຟໄໝ້ເຮືອນອ້າຍໝົດແລ້ວ ບໍ່ໄດ້ຫຍັງ ໄດ້ແຕ່ເຄື່ອງຄາຄີງ” ພາບທຳອິດທີ່ຂ້ອຍຄືດເຫັນຄືໜ້າລູກສາວນ້ອຍ ອາຍຸ 7 ປີ ແລະລູກຊາຍ ອາຍຸ 3 ປີ ຂອງລາວ .. ເຂົາເຈົ້າຊິເປັນແນວໃດ? ຂ້ອຍຮີບໂທຫາ ອ້າຍໄລ ເພາະຄິດວ່າລາວຄົງຈະຕົກໃຈ ແລະກັງວົນຫຼາຍ 

ຂ້ອຍ: ຮາໂຫຼ ເປັນແນວໃດອ້າຍໄລ ເຈົ້າໂອເຄບໍ່?
ອ້າຍໄລ: ອ້າຍ ແລະຄອບຄົວປອດໄພດີ ຕອນນີ້ໝູ່ຮັບມານອນຢູ່ບ້ານຕາດທອງ ອ້າຍໝົດໂຕແລ້ວ ລູກໆ ກັບເມຍ ມີແຕ່ໂສ້ງເສື້ອຄາຄີງ ອ້າຍບໍ່ຮູ້ຊິເຮັດແນວໃດຕໍ່ໄປ? ຈາກຄວາມສູນເສຍທີ່ຮ້າຍແຮງ ລຳພັງຂ້ອຍ ແລະຕຸ້ຍ ອິນປັນ ຄົງບໍ່ສາມາດຊ່ວຍຫຍັງ ອ້າຍໄລ ໄດ້ຫຼາຍ ຂ້ອຍຈຶ່ງຢາກໃຫ້ໂພສນີ້ ເປັນສື່ກາງ ຂໍວອນຜູ້ໃຈບຸນ ສະຫຼະເງິນ ຫຼືເຄື່ອງໃຊ້ ເລັກໆນ້ອຍໆ ເພື່ອຊ່ວຍ ຄອບຄົວອ້າຍໄລ”

ຈາກການໂພສຂໍຄວາມຊ່ວຍເຫຼືອໃນຄັ້ງນີ້ເຮັດໃຫ້ມີຄົນໃຈບຸນເຂົ້າມາຊ່ວຍເຫຼືອຄອບຄົວຜູ້ປະສົບເຄາະຮ້າຍຢ່າງຫຼວງຫຼາຍ ມີຍອດກົດໄລ້ ກົດແຊຣໂພສດັ່ງກ່າວເປັນພັນກວ່າແຊຣ, ຈົນໃນວັນທີ 5 ພະຈິກ 2017 ໄດ້ມີການນຳເງິນລົງໄປມອບໃຫ້ແກ່ຜູ້ປະສົບໄພ ເພາະບໍ່ພຽງແຕ່ຄອບຄົວ ອ້າຍໄລ ເທົ່ານັ້ນ ທີ່ໝົດຕົວ ແຕ່ຍັງມີຜູ້ຮ່ວມຊະຕາກຳນຳລາວອີກ 6 ຄອບຄົວ (9 ຫຼັງຄາເຮືອນ) ໃນນັ້ນ ມີທັງເດັກນ້ອຍຫຼາຍຄົນ ແລະຜູ້ເຖົ້າ ເມື່ອຖາມເຖິງການຊ່ວຍເຫຼືອເບື້ອງຕົ້ນ ໄດ້ຍິນວ່າ ອຳນາດການປົກຄອງໄດ້ນຳເອົາ ສາດ, ມຸ້ງ, ຜ້າຫົ່ມ ແລະໝີ່ໄວໆ ແຈກຢາຍໃຫ້ຄອບຄົວລະ 1 ຊຸດແລ້ວ ຫຼັງຈາກເກີດເຫດ

ເມື່ອເຫັນພາບແນວນັ້ນ ຂ້ອຍ ແລະຕຸ້ຍ ຈຶ່ງຖາມ ອ້າຍໄລ ວ່າ: ເຈົ້າຄິດແນວໃດ ຢາກຊ່ວຍຜູ້ຖືກເຄາະຮ້າຍອື່ນໆບໍ່?

ອ້າຍໄລ ຕອບວ່າ: ອ້າຍໂຊກດີທີ່ໄດ້ຮັບຄວາມຊ່ວຍເຫຼືອຈາກສັງຄົມຢ່າງຫຼວງຫຼາຍ ຖືວ່າເປັນສິ່ງວິເສດທີ່ສຸດ ອ້າຍກໍຢາກ ແບ່ງປັນສິ່ງວິເສດນີ້ ໃຫ້ກັບຜູ້ຮ່ວມຊະຕາກຳນຳກັນຢູ່ບ່ອນນີ້ ອ້າຍຢາກເປັນຜູ້ໃຫ້ຕໍ່ ເພາະອ້າຍເຂົ້າໃຈຄວາມຮູ້ສຶກສູນເສຍຂອງເຂົາເຈົ້າດີ

ອ້າຍໄລ ຈຶ່ງໄດ້ສົ່ງຕໍ່ນໍ້າໃຈຂອງຜູ້ໃຈບຸນທັງຫຼາຍທີ່ມີໃຫ້ລາວ ໃຫ້ອີກ 6 ຄອບຄົວ ທີ່ພວກຕົກຢູ່ໃນຄວາມໂສກເສົ້າເຊັ່ນດຽວກັບລາວ ດັ່ງນີ້:
1. ຄອບຄົວນາງຊ້ອຍ 800.000 ກີບ
2. ຄອບຄົວນາງຕຶງ 800.000 ກີບ
3. ຄອບຄົວຕູ້ເລີດ 800.000 ກີບ
4. ຄອບຄົວຕູ້ວຽງ 800.000 ກີບ
5. ຄອບຄົວທ້າວແກ້ວ 800.000 ກີບ
6. ຄອບຄົວທ້າວຫວາດ 800.000 ກີບ

ພ້ອມທັງແບ່ງປັນອາຫານ ເຄື່ອງໃຊ້ ແລະເຄື່ອງນຸ່ງຫົ່ມຕ່າງໆ ທີ່ຜູ້ໃຈບຸນໄດ້ນຳມາຊ່ວຍເຫຼືອ ໃຫ້ກັບຜູ້ຖືກເຄາະຮ້າຍອື່ນໆນຳອີກ
…..
ຂ້ອຍ ແລະຕຸ້ຍ ເຫັນແວວຕາແຫ່ງຄວາມປິຕິຍິນດີ ຈາກຜູ້ທີ່ໄດ້ຮັບການຊ່ວຍເຫຼືອຈາກ ອ້າຍໄລ .. ຄຳອວຍພອນ ແລະຄຳຂອບໃຈຫຼັ່ງໄຫຼອອກມາຈາກປາກຂອງບັນດາຜູ້ສູນເສຍ ມັນເຮັດໃຫ້ພວກເຮົາຮູ້ສຶກມີຄຸນຄ່າ ແລະພາກພູມໃຈທີ່ໄດ້ຊ່ວຍເຫຼືອ ແລະເປັນສື່ກາງໃນຄັ້ງນີ້ ຕ້ອງຂໍຂອບໃຈສັງຄົມທີ່ຮ່ວມໃຈກັນເຮັດໃຫ້ສິ່ງວິເສດ ເກີດຂຶ້ນກັບກຸ່ມຄົນທີ່ຢູ່ທ່າມກາງສະຖານະການທີ່ສິ້ນຫວັງ
….

ຄວາມຊ່ວຍເຫຼືອຈາກຜູ້ໃຈບຸນ ຍັງມີເຂົ້າມາຢ່າງຕໍ່ເນື່ອງ ທ່ານໃດທີ່ຢາກຊ່ວຍເຫຼືອ ສາມາດຕິດຕໍ່ໄດ້ຜ່ານທາງ:

1. ເງິນຊ່ວຍເຫຼືອ: ສາມາດໂອນໂດຍກົງຫາບັນຊີ ອ້າຍໄລ:
ທະນາຄານການຄ້າຕ່າງປະເທດລາວ BCEL
ຊື່ບັນຊີ: Viengvilay Nabandith
ເລກບັນຊີ: 010120000470574001
ຫຼືໂທ: 020-55008751
(ໃຜໂອນແລ້ວ ຊ່ວຍແຈ້ງການໂອນກ້ອງໂພສນີ້)

2. ອຸປະກອນກໍ່ສ້າງ, ສັງກະສີ, ໄມ້ເກົ່າ, ເຄື່ອງກິນ ເຄື່ອງໃຊ້ ຫຼືເສື້ອຜ້າ: ສາມາດເອົາໄປຝາກໄວ້ທີ່ ອົງການແຄ ນາໆຊາດ ປະຈຳລາວ, ບ້ານສີບຸນເຮືອງ, ຫຼັງໂຮງຮຽນປະຖົມສິນໄຊ, ນະຄອນຫຼວງວຽງຈັນ
ຕີດຕໍ່: ນາລອນ ເບີໂທ: 020-77837080
ຫຼືເອົາໄປໃຫ້ຜູ້ຖືກເຄາະຮ້າຍໂດຍກົງ ໄດ້ທີ່ບ້ານທົ່ງຂັນຄຳ
ຕິດຕໍ່: ອ້າຍໄລ 020-55008751

ທີ່ມາ: Vanthavy Spnv

ແບ່ງປັນ