Breaking News

ຈັດໜັກຈັດເຕັມແບບອະລັງການ! ກັບງານແຕ່ງດອງ ແອັບເປີ້ນ-ຟຸກ ງານນີ້ມີປະເພນີລາວ, ໄທ ແລະ ຈີນ!!!

ແບ່ງປັນ

ຮືຮາກັນສຸດກັບງານແຕ່ງດອງຂອງ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຣຸກ ຈິຣະ ດ່ານບະວອນກຽດ ຄູ່ຮັກດາລາສາວລາວບ່າວໄທ  ທີ່ງານນີ້ທັງສອງຈັດໜັກຈັດເຕັມ ຈັດງານແຕ່ງດອງແບບອະລັງການງານສ້າງ,  ງານແຕ່ງດອງຂອງ ແອັບເປີ້ນ ແລະ ຟຸກ ມີການເຮັດດອງຕາມປະເພນີເຖິງ 3 ສັນຊາດຄື: ໃນວັນທີ 3 ພະຈິກ ເຮັດງານດອງຕາມປະເພນີລາວ, ວັນທີ 4 ພະຈິກ ຈັດແບບປະເພນີຈີນມີການຍົກນໍ້າຊາ ແລະ ໃນວັນທີ 5 ພະຈິກ ມີການຈັດງານແຕ່ງດອງໃນໂຮງແຮມຫຼູ ພາຍໃນງານເຕັມໄປດ້ວຍຄວາມອະລັງການ ມາໃນໂທນງານສີ ຂາວ-ເທົາ ເບິ່ງສະບາຍຕາ ຕາມແບບຄວາມມັກຂອງທັງສອງ ແລະ ຍັງມີບັນດາໝູ່ເພື່ອນໃນວົງການບັນເທີງ ບັນດາເຊເລບຄົນດັງມາຮ່ວມສະແດງຄວາມຍິນດີຢ່າງຫຼວງຫຼາຍ.

ນອກຈາກນີ້ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຣຸກ ຈິຣະ ດ່ານບະວອນກຽດ ຍັງຈະບິນມາຈັດພິທີງານແຕ່ງດອງຢູ່ທີ່ ປະເທດລາວ ໃນວັນທີ 8 ພະຈິກ ທີ່ຈະເຖິງນີ້. (ຢ່າງໃດກໍຂໍສະແດງຄວາມຍິນດີກັບທັງສອງຄົນຫຼາຍໆເດີ້) 

ຮູບພາບ: Appleminiberry

ແບ່ງປັນ