Breaking News

ເກີດກະແສໃນວົງການຂາອ່ອນ! ນາງງາມຟິິລິປິນ ຜູ້ຄວ້າມົງກຸດ Miss Earth 2017 ຖືກວິຈານວ່າບໍ່ສົມຕຳແໜ່ງ!!!

ແບ່ງປັນ

ກຳລັງເປັນກະແສໃນວົງການຂາອ່ອນກັນແບບສົດໆຮ້ອນໆ ສຳລັບເວທີການປະກວດນາງງາມ ຈັດຂຶ້ນທີ່ປະເທດ ຟິລິປິນ ໂດຍນາງງາມທີ່ສາມາດຄວ້າຕຳແໜ່ງມົງກຸດ Miss Earth 2017 ໄດ້ແກ່ Karen Ibasco (ຄາເລນ ໄອບັສໂກ) ຕົວແທນຈາກຟິລິປິນ ປະເທດເຈົ້າພາບ, ເຊິ່ງນາງງາມຟິລິປິນ Karen Ibasco ໃນຊ່ວງຕອບຄຳຖາມນາງເຮັດໄດ້ດີຫຼາຍ ເອີ້ນສຽງເຊຍຈາກຜູ້ຊົມໄດຢ່າງສະໜັ່ນຫວັ່ນໄຫວ ຈົນສາມາດຄວ້າຕຳແໜ່ງມາໄດ້ສຳເລັດ, ແຕ່ກັບເກີດສຽງວິພາກວິຈານຈາກແຟນໆນາງງາມທົ່ວໂລກທີ່ບໍ່ພໍໃຈໃນເລື່ອງຂອງຄວາມງາມຂອງ Karen Ibasco ວ່າເບິ່ງແນວໃດນາງກໍບໍ່ມີຄວາມເໝາະສົມທີ່ຈະໄດ້ຕຳແໜ່ງນີ້.

ແຕ່ໃນດ້ານຄວາມສາມາດກໍເກັ່ງບໍ່ແພ້ສາວໆຄົນອື່ນ Karen Ibasco ເປັນອາຈານສອນທີ່ມະຫາວິທະຍາໄລ ແລະ ຈົບການສຶກສາ ສາຂາ ຟີສິກສາດ ແລະ ໃຫ້ຄວາມສົນໃຈກ່ຽວກັບສິ່ງແວດລ້ອມ ແລະ ການໃຊ້ພະລັງງານໃນຊີວິດປະຈຳວັນ, ເຊິ່ງການຄອງມົງກຸດ Miss Earth ຂອງສາວງາມຟິລິປິນກໍຖືເປັນຄົນທີ່ 4 ແລ້ວ.

ສ່ວນເລື່ອງຄວວາມງາມທີ່ເປັນປະເດັນດຣ່າມ່າ ວິພາກ ວິຈານຢ່າງໜາຫູນັ້ນ ແຟນໆລອງມາເບິ່ງຮູບພາບຂອງ Karen Ibasco ເຈົ້າຂອງຕຳແໜ່ງ Miss Earth 2017 ຄົນນີ້ ແລະ ລອງຕັດສິນກັນເອົາເອງເນາະ!!! (ຢ່າງໃດກໍຂໍເປັນກຳລັງໃຈໃຫ້ສາວງາມຄົນນີ້ເດີ້)

ທີ່ມາ: https://women.mthai.com/scoop/322902.html

 

ແບ່ງປັນ