Breaking News

ເປີດໂຕຊຸດປະຈຳຊາດຂອງ ປະເທດ ມຽນມ້າ ທີ່ຈະໃຊ້ເຂົ້າໃນການປະກວດ MISS UNIVERSE 2017!!!

ແບ່ງປັນ

ເປີດໂຕໃຫ້ເຫັນກັນໄປແລ້ວ ສຳລັບຊຸດປະຈຳຊາດຂອງ ປະເທດ ມຽນມ້າ ບໍ່ຮູ້ວ່າປີນີ້ຈະມີໃຜສູ້ຄວາມອະລັງການຂອງຊຸດປະຈຳຊາດ Miss Universe Myanmar 2017 ໄດ້ຫຼືບໍ່? ເພາະງານນີ້ປະເທດເພື່ອນບ້ານເຮົາກໍບໍ່ໄດ້ມາແບບຫຼິ້ນໆ ຂໍບອກວ່າຈັດໜັກ ຈັດເຕັມ ງັດເອົາໄອເດຍໃນການອອກແບບຊຸດປະຈຳຊາດແບບສຸດຂີດ ເພື່ອໃຊ້ເຂົ້າໃນການແຂ່ງຂັນ MISS UNIVERSE 2017 (ນາງາມຈັກກະວານ )ທີ່ (USA) ໃນວັນທີ 26 ພະຈິກ 2017 ນີ້, ນອກຈາກຄວາມງາມຂອງ Zun Than Sin Miss Universe Myanmar 2017 ແລ້ວ ຍັງມີການອອກແບບຊຸດປະຈຳຊາດໄດ້ອະລັງການງານສ້າງສຸດໆ ເຊິ່ງຊຸດນີ້ໄດ້ແຮງບັນດານໃຈມາຈາກ “Myanma Hsaing Waing” ເຊິ່ງເປັນວົງດົນຕີແບບດັ້ງເດີມຂອງມຽນມ້ານັ້ນເອງ.

ສຳລັບ “Myanma Hsaing Waing” ເປັນວົງດົນຕີແບບດັ້ງເດີມມາແຕ່ບູຮານ ທີ່ມີຢູ່ໃນແຕ່ປະເທດມຽນມ້າເທົ່ານັ້ນ ໂດຍມີຈຸດເລີມຕົ້ນມາຈາກຣາດຊະວົງ ຄັນເບີອົງ, ສ່ວນການປະດັບປະດາແອ້ຍ້ອງຊຸດກໍບໍ່ທຳມະດາອີ່ຫລີ ເພາະຖືກຕົບແຕ່ງດ້ວຍໄມ້ສັກ ແລະ ທອງຄຳແທ້ ຂັ້ນຕອນການຕັດຊຸດກໍມາຈາກສີມືຂອງຄົນມຽນມ້າທີ່ມີຄວາມປານີດຢ່າງແທ້ຈິງ.

ທີ່ມາ: https://women.mthai.com/scoop/323057.html

 

ແບ່ງປັນ