Breaking News

ຈາກອະດີດຂໍທານ Joyita Mondal ສູ່ຜູ້ພິພາກສາຂ້າມເພດ ຄົນທຳອິດຂອງອິນເດຍ!!!

ແບ່ງປັນ

ເປັນເລື່ອງລາວທີ່ໜ້າສົນໃຈທີ່ເກີດຂຶ້ນທີ່ ປະເທດ ອິນເດຍ Joyita Mondal  ອາຍຸ 29 ປີ ຜູ້ພິພາກສາສານຍິງຂ້າມເພດຄົນທຳອິດ ຂອງຣັດ ເບັງກໍ ເຊິ່ງຖືເປັນການພິກຜັນປະຫວັດສາດວົງການຍຸດຕິທຳຂອງອິນເດຍຄັ້ງທຳອິດເລີຍກໍວ່າໄດ້.

ກວ່າທີ່ຈະມາຮອດຈຸດນີ້ໄດ້ ເສັ້ນທາງຊີວິດຂອງ Joyita Mondal ຜູ້ພິພາກສາບໍ່ໄດ້ໂຮຍດ້ວຍກີບດອກກຸຫຼາບແຕ່ຢ່າງໃດ ນາງມີຄວາມທຸກຍາກລຳບາກມາແຕ່ນ້ອຍໆ ເກີດມາເປັນເດັກກຳພ້າ ບໍ່ມີທີ່ຢູ່ອາໄສ ແລະ ຕ້ອງຂໍທານຕັ້ງແຕ່ນ້ອຍໆເພື່ອໃຫ້ຊີວິດຢູ່ລອດ ພົບເຈິກັບການຈຳແນກທາງຊົນຊັ້ນມາແລ້ວທຸກຮູບແບບ ແລະ ຖືກດູຖູກຈາກຄົນອ້ອມຂ້າງ ດັ່ງໂຕປະຫຼາດ

ເຖິງຄັ້ງພິກຜັນໃຫ່ຍໃນຊີວິດ Joyita Mondal ມີໂອກາດໄດ້ເຮັດວຽກຮ່ວມກັບ ອົງກອນດ້ານສິດທິມະນຸດຂອງຄົນຂ້າມເພດ ເລີຍເຮັດໃຫ້ນາງມີແຮງບັນດານໃຈທີ່ຢາກຈະຕໍ່ສູ້ເພື່ອຄວາມຍຸດຕິທຳໃນສັງຄົມ ນາງຈຶ່ງຕັ້ງໃຈ ແລະມີຄວາມພະຍາຍາມທີ່ຈະຮຽນດ້ານກົດໝາຍ ຈົນຈົບປະລິນຍາຕີ ແລະ ສອບເສັງເຂົ້າເປັນຜູ້ພິພາກສາ ເພື່ອເຂົ້າໄປມີບົົດບາດສຳຄັນໃນການເດີນໜ້າຕໍ່ສູ້ເພື່ອກຸ່ມຄົນຂ້າມເພດ ໃຫ້ສັງຄົມເປີດໃຈຍອມຮັບ ແລະ ຢຸດເຊົາການຈຳແນກທາງເພດ ໂດຍສະເພາະດ້ານການສຶກສາ ແລະ ການວ່າຈ້າງງານ

Joyita Mondal ໄດ້ກ່າວວ່າ: “ຂ້ອຍມີຄວາມຮູ້ສຶກດີໃຈ ແລະ ມີຄວາມສຸກຫຼາຍທີ່ໄດ້ຮັບຄວາມເຄົນລົບນັບຖື ຕ່າງຈາກເມື່ອກ່ອນທີ່ຜູ້ຄົນຄິດວ່າຂ້ອຍເປັນໂຕປະຫຼາດ ບໍ່ໄດ້ຮັບການຍອມຮັບ ບໍ່ມີສິດອອກຄວາມຄິດເຫັນໃດໆ ແຕ່ຕອນນີ້ກັບມີຜູ້ຄົນຈຳນວນຫຼວງຫຼາຍເອີ້ນຫາ ເພື່ອຮ້ອງຂໍໃຫ້ຊ່ວຍຕັດສິນຂໍ້ພິພາດ”

ເລີ່ມຕັ້ງແຕ່ປີ 2014 ທີ່ຜ່ານມາ ສານສູງສຸດຂອງ ປະເທດ ອິນເດຍ ໄດ້ມີມະຕິຂອງກຸ່ມຄົນຂ້າມເພດໄດ້ຮັບການຍອມຮັບໃນຖານະບຸກຄົນເພດທີ່ສາມ ເຮັດໃຫ້ລັັັັດທະບານຕ້ອງຈັດຫາໂຄຕ້າການເຮັດວຽກ ແລະ ການສຶກສາໃຫ້ກັບກຸ່ມຄົນເຫຼົ່ານີ້ ໃຫ້ໄດ້ຮັບສິດເົທ່າທຽມກັບເພດຊາຍ ແລະ ເພດຍິງ.

 

ທີ່ມາ:  www.metro.co.uk

ແບ່ງປັນ