Breaking News

ຊາຄຣິດ ແຍ້ມນາມ ອອກມາເປີດໃຈເລື່ອງການແຕ່ງດອງຮອບໃໝ່ ຍອມຮັບວ່າແຟນສາວກຳລັງຖືພາລູກແຝດ!!!

ແບ່ງປັນ

ຊາຄຣິດ ແຍ້ມນາມ ອອກມາເປີດໃຈເລື່ອງການແຕ່ງດອງຮອບໃໝ່ ຍອມຮັບວ່າແຟນສາວນອກວົງການ ແອນ ພັດທິລາ ຮຸ່ງໂລດ ກຳລັງຖືພາລູກແຝດ ພ້ອມທັງເປີດເຜີຍວິນາທີສູນເສຍລູກໄປໜຶ່ງຄົນ!!!

ຊາຄຣິດ ແຍ້ມນາມ ພະເອກດັງຈາກປະເທດເພື່ອນບ້ານ ຫຼັງຈາກທີ່ຈົບການເຮັດວຽກທີ່ປະເທດລາວເຮົາ ໃນຊ່ວງບຸນພຣະທາດຫຼວງໃນໄລຍະທີ່ຜ່ານມາ ກໍໄດ້ເດີນທາງກັບປະເທດໄທ ພ້ອມອອກມາຖະແຫຼງຂ່າວເປີດໃຈ ຫຼັງຈາກທີ່ມີຂ່າວລືອອກມາໃຫ້ແຟນຄລັບໄດ້ເມົ້າມອຍກັນຢ່າງໜາຫູວ່າ ພະເອກດັງ ຊາຄຣິດ ແຍ້ມນາມ ກຳລັງຈະສະຫຼະໂສດຮອບ 2 ກັບແຟນສາວນອກວົງການມີນາມວ່າ ແອນ ພັດທິລາ ຮຸ່ງໂລດ ໃນວັນທີ 8 ພະຈິກ 2017 ຈົນເປັນທີ່ໃຫ້ຄວາມສົນໃຈຂອງແຟນໆກັນຢ່າງຫຼວງຫຼາຍ.

ຫຼ້າສຸດ ໃນວັນທີ 7 ພະຈິກ 2017 ຊາຄຣິດ ກໍໄດ້ອອກມາຕັ້ງໂຕະຖະແຫຼງກ່ຽວກັບເລື່ອງນີ້ວ່າ ຕົນເອງຈະແຕ່ງດອງໃນວັນທີ 8 ພະຈິກ 2017 ນີ້ແທ້ ແລະ ໄດ້ມີການກະກຽມງານໄວ້ແລ້ວ ແລະ ທັງສອງກໍໄດ້ເບິ່ງໃຈກັນມາພໍສົມຄວນ ມີມຸມມອງການໃຊ້ຊີວິດຄ້າຍໆກັນ ເລີ່ມຮູ້ຈັກກັນຈາກການເປັນໝູ່ ລົມກັນເລື່ອງອາຫານການກິນ ຈົນມາຮອດຈຸດໜຶ່ງກໍເລີຍລອງຄົບກັນ, ນອກຈາກນີ້ ຊາຄຣິດ ຍັງໄດ້ເປີດໃຈອີກວ່າ ເມື່ອຊ່ວງເດືອນ ຕຸລາ ທີ່ຜ່ານມາຕົນເອງມີວຽກບິນໄປຕ່າງປະເທດຕະຫຼອດ ແລະ ກໍເຫັນໝູ່ສະນິດ ເກືອ ກິດຕິ ມີຄວາມສຸກກັບຊີວິດຄູ່ແລ້ວຮູ້ສຶກອິດສາ ຕົນເອງເລີຍຄິດຢາກມີຄອບຄົວທີ່ສົມບູນແບບ ເປັນຄວາມຝັນຂອງຕົນແຕ່ໃດມາວ່າຢາກມີລູກ ແຕ່ດ້ວຍໄວອາຍຸຂະໜາດນີ້ເລຍມານັ່ງຄິດເບິ່ງວ່າເຮັດທຸກຢ່າງທຸກມື້ນີ້ໄດ້ມາແລ້ວຈະເອົາໄປໃຫ້ໃຜ ແລ້ວພໍກັບມາເມືອງໄທ ແອນ (ແຟນສາວ) ກໍຍ່າງມາບອກວ່າກຳລັງຖືພາ ພໍກວດເບິ່ງລະອຽດກໍປະກົດເປັນຄວາມຈິງ ຕົນເອງຮູ້ສຶກຕື່ນເຕັ້ນຫຼາຍ ຟ້າວນັດໝໍທັນທີ ແລະ ພໍໄປກວດຮ່າງກາຍໝໍກໍບອກວ່າມີໄຂ່ຕົກສອງໜ່ວຍ (ລູກແຝດ) ຕົນມີຄວາມດີໃຈຈົນບອກບໍ່ຖືກ ເລີຍເຂົ້າໄປຫາພໍ່ແມ່ແຟນບອກຂ່າວດີ ແລະ ພ້ອມຮັບຜິດຊອບ ເຊິ່ງທາງຄອບຄົວແຟນກໍໜ້າຮັກ ທຸກຢ່າງລົງໂຕ ແລະ ງົດງາມໄປໝົດ

ຢ່າງໃດກໍຕາມ ຊາຄຣິດ ແຍ້ມນາມ ກໍໄດ້ເປີດເປີຍວິນາທີສູນເສຍລູກໄປໜຶ່ງຄົນດ້ວຍນໍ້າສຽງສັ່ນວ່າ ມີມື້ໜຶ່ງນັດໃຫ້ໝໍກວດປະກົດວ່າໄຂ່ຫຼຸດໄປໜຶ່ງໜ່ວຍ ຕົນແລະແຟນເສຍໃຈ ສະພາວະຈິດໃຈບໍ່ດີເລີຍໃນຕອນນັ້ນ ແຕ່ແນວໃດເຮົາກໍຈະຜ່ານມັນໄປນຳກັນໃຫ້ໄດ້.

ສ່ວນເລື່ອງແຕ່ງດອງຂໍໃຫ້ເປັນເລື່ອງພາຍໃນຄອບຄົວ ແຕ່ຈະເກັບຮູບມາໃຫ້ແຟນໆ ແລະ ສື່ມວນຊົນຢ່າງແນນ່ອນ.

ທີ່ມາ: https://women.kapook.com/view182674.html

ແບ່ງປັນ