Breaking News

ຄົນອາຍຸ 25 ປີທ່ອງໄວ້ເລີຍ 8 ຂໍ້ທີ່ຈະພາກ້າວເຂົ້າສູ່ຄວາມເປັນຜູ້ໃຫ່ຍແບບມີປະສິດທິພາບ!!!

ແບ່ງປັນ

ອາຍຸ 25 ປີ ເປັນຊ່ວງອາຍຸທີ່ໜ້າອັດສະຈັນ ເປັນຊ່ວງໄວທີ່ກຳລັງມ່ວນ ແລະ ກຳລັງພາເຮົາກ້າວເຂົ້າສູ່ການເປັນຜູ້ໃຫ່ຍ ເປັນຊ່ວງໄວທີ່ກຳລັງເຕັມໄປດ້ວຍຄວາມຝັນ ໄອເດຍຕ່າງໆ ແລະ ກຳລັງເປັນຊ່ວງທີ່ຕ້ອງຄົ້ນຫາຕົວເອງໃຫ້ເຈິວ່າເຮົາຈະກ້າວໄປເປັນຜູ້ໃຫ່ຍໃນແບບໃດ?

 

8 ຂໍ້ສຳຄັນທີ່ຄວນທ່ອງໃຫ້ຂຶ້ນໃຈກ່ອນຈະກ້າວໄປສູ່ອາຍຸ 30 ປີ ແບບມີປະສິດທິພາບ:

  1. ຢ່າຢູ່ກັບສິ່ງທີ່ບໍ່ແມ່ນ

ໝາຍເຖິງວຽກທີ່ເຮັດໃຫ້ເຮົາບໍ່ມີຄວາມສຸກ ຄວາມສຳພັນທີ່ເຮັດໃຫ້ເຮົາຕົກຕໍ່າ ຢ່າປ່ອຍໃຫ້ຕົວເອງຕ້ອງເຈິກັບສິ່ງທີ່ເຮັດໃຫ້ເຮົາບໍ່ມີຄວາມສຸກໄດ້ແລ້ວ ເພາະເຮົາກໍມີດີຄືກັບຄົນອື່ນ ດັ່ງນັ້ນຢ່າກັກຕົວເອງໃຫ້ຢູ່ແຕ່ບ່ອນເກົ່າ ຈົ່ງຄົ້ນຫາແລະຄວ້າໂອກາດໃໝ່ໆ ທີ່ດີກວ່າເກົ່າ

2. ຖິ້ມຄວາມສຳພັນທີ່ເຮັດໃຫ້ເຈົ້າບໍ່ມີຄວາມສຸກ

ທຸກໆຄົນລ້ວນມີຄວາມຮັກ ມີຄວາມສຳພັນໄດ້ ແຕ່ພໍອາຍຸ 25 ປີໄປແລ້ວ ເຮົາຕ້ອງເບິ່ງຄືນແດ່ວ່າ ຄວາມສຳພັນນີ້ເຮັດໃຫ້ມີຄວາມສຸກໄດ້ແທ້ຫຼືບໍ່ ຄົນຮັກມີຄວາມຝັນ ທິດທາງໃນດ້ານດຽວກັບເຮົາຫຼືບໍ່ ຫຼື ໃຊ້ຊີວິດໄປເລື່ອຍໆໂດຍທີ່ບໍ່ມີຈຸດໝາຍຫຍັງ ເພາະນອກຈາກຄວາມຮັກແລ້ວ ເປົ້າໝາຍໃນການໃຊ້ຊີວິດຕ້ອງໄປໃນທາງດຽວກັນ

3. ພັດທະນາຕົວເອງສະເໜີ

ແມ່ຍິງສ່ວນຫຼາຍມັກຈະເບິ່ງຄົນອື່ນສຳຄັນສະເໝີ ເພື່ອບໍ່ໃຫ້ໂຕເອງເບິ່ງເປັນຄົນເຫັນແກ່ຕົວ ແຕ່ສິ່ງເຫຼົ່ງນີ້ເຮັດໃຫ້ກາຍເປັນຄົນທີ່ບໍ່ພັດທະນາຕົວເອງ ບໍ່ກ້າເຮັດຫຍັງໃໝ່ໆ ທັງທີ່ຕົວເຮົາເອງຄວນທີ່ຈະຫ່ວງແລະໃສ່ໃຈຕົວເອງທີ່ສຸດ ດັ່ງນັ້ນມີຝັນຫຍັງຈົ່ງເດີນໜ້າເຮັດໃຫ້ສຳເລັດ

4. ກ້າທີ່ຈະພົບເຈີສິ່ງໃໝ່ໆ 

ເມື່ອໄດ້ຮັບວຽກທີ່ສຳຄັນກັບຊີວິດ ມີຄວາມຍາກ ມີອຸປະສັກ ແຕ່ສິ່ງນີ້ແຫຼະຄື ຄວາມລັບແຫ່ງຄວາມສຳເລັດ ທີ່ຈະເຮັດໃຫ້ປ່ຽນມຸມມອງຄວາມຄິດກ່ຽວກັບຄວາມສຳເລັດໄດ້ເລີຍ ເພາະແທນທີ່ຈະເບິ່ງເລື່ອງອຸປະສັກເປັນສຳຄັນ ເບິ່ງພະລັງໃນການສ້າງສັນ ແລະ ແກ້ໄຂບັນການັ້ນສຳຄັນຍິ່ງກວ່າ ເປັນເລື່ອງທ້າທາຍ ແລະ ເປັນໂອກາດໃນການພັດທະນາຄວາມສາມາດຈະດີກວ່າ ແລະ ຍິ່ງເມື່ອໃດທີ່ວຽກງານສຳເລັດ ເຈົ້າຈະຮູ້ສຶກມີຄວາສຸກຢ່າງບອກບໍ່ຖືກ

5. ຢ່າຄິດວ່າຄົນອື່ນຈະເບິ່ງແບບໃດ

ເມື່ອອາຍຸ 25 ຈະເລີ່ມໃສ່ໃຈໃນສິ່ງທີ່ຄົນອື່ນເວົ້າ ແຕ່ຕ້ອງເບິ່ງຄືນວ່າມັນສຳຄັນກັບຊີວິດເຮົາພຽງໃດ? ແມ້ວ່າຈະເປັນຄຳເວົ້າຈາກຄົນສຳຄັນເຊັ່ນພໍ່ ແມ່ ຫຼື ຄົນໃນຄອບຄົວ ແຕ່ທີ່ຈິງແລ້ວຊີວິດເປັນຂອງເຮົາທຸກຢ່າງມັນຂຶ້ນກັບການຕັດສິນໃຈຂອງເຮົາ ບໍ່ມີໃຜຮູ້ດີເທົ່າຕົວເຮົາເອງ ດັ່ງນັ້ນຄວນຟັງໄວ້ເພື່ອເປັນຂໍ້ມູນໃນການຕັດສິນໃຈ ຢ່າໃຫ້ຄົນອື່ນມາບົງການຊີວິດເຮົາ

6. ຮູ້ຈັກປະຕິເສດແດ່ກໍດີ

ຫາກລຶ້ງກັບການເອົາໃຈຄົນອື່ນ ຄົນອື່ນເວົ້າຫຍັງກໍເອີອໍໄປໝົດ ອາດຈະເຮັດໃຫ້ເຮົາເສຍເວລາໄປກັບກິດຈະກຳທີ່ໄຮ້ສາລະ ດັ່ງນັ້ນຄວນຮຽນຮູ້ການປະຕິເສດຄົນແດ່ ເພື່ອຫຼຸດຄວາມຈຸກຈິກໜ້າລຳຄານເຫຼົ່ານັ້ນຖິ້ມໄປ

7. ເບິ່ງແຍງສຸຂະພາບຕົວເອງ ເບິ່ງແຍງພໍ່ແມ່

ສິ່ງທີ່ສຳຄັນທີ່ສຸດກໍຄືສຸຂະພາບ ຢ່າງທີ່ເຮົາໄດ້ຍິນວ່າ ການທີ່ບໍ່ມີພະຍາດເປັນໂຊກອັນປະເສີດ ບໍ່ວ່າຈະເຮັດວຽກໜັກປານໃດ ແຕ່ສິ່ງທີ່ບໍ່ຄວນລືມກໍຄື ການກິນອາຫານໃນທຸກໆມື້ ແລະ ການອອກກຳລັງກາຍ ນອກຈາກນັ້ນ ພໍ່ແມ່ຂອງເຮົາກໍເຊັ່ນດຽວກັນ ຢ່າລືມເຊັກສຸຂະພາບຂອງພວກເພິ່ນນຳເລື້ອຍໆ ເພາະຫາກເຮົາມົວແຕ່ເຮັດວຽກຈົນລືມໃສ່ໃຈເພິ່ນ ອາດຈະເຮັດໃຫ້ເຮົາເສຍໃຈໄປຕະຫຼອດຊີວິດ

8. ເອົາຄົນບໍ່ດີອອກໄປຈາກຊີວິດ

ການເກັບຄົນທີ່ມີທັດສະນະຄະຕິເປັນພິດໄວ້ ຈະເຮັດໃຫ້ຊີວິດຕົກຕໍ່າລົງ ເຮັດໃຫ້ຫົດຫູ່ ແລະ ດຶງເຮົາຕໍ່າລົງ ເຂົາມັກຈະເບິ່ງໂລກໃນແງ່ຮ້າຍຫຼາຍກວ່າໃນແງ່ດີ ກ່ອນອື່ນເຮົາເອງຕ້ອງຄິດກ່ອນວ່າ ເຂົາເຮັດໃຫ້ເຮົາຮູ້ສຶກບໍ່ດີ ບໍ່ມີຄວາມສຸກພຽງໃດ ສາມາດເຈິໜ້າ ຫຼື ເວົ້າລົມກັນໄດ້ພຽງໃດ ຖ້າເປັນດັ່ງທີ່ເວົ້າມາກໍຄົງຈະເຖິງເວລາແລ້ວທີ່ຄວນຈະຕ້ອງຕັດເຂົາອອກໄປຈາກຊີວິດ

ໃນຊ່ວງອາຍຸ 25 ປີ ເຮົາຍັງມີເວລາທີ່ຈະເຮັດຫຍັງໄດ້ອີກຢ່າງຫຼວງຫຼາຍ ແລະ ຍັງຄົງເກັບກ່ຽວປະສົບການໄດ້ບໍ່ຮູ້ຈົບ ແລະກໍຕ້ອງເລີ່ມຄິດເຖິງຄວາມຮັບຜິດຊອບໃນຊີວິດຕົວເອງແລ້ວ, ຢ່າລືມນຳ 8 ຂໍ້ນີ້ໄປໃຊ້ເຕືອນສະຕິ ແລ້ວຮັບຮອງວ່າທຸກຊ່ວງໃນຊີວິດຂອງເຮົາຈະມີຄວາມສຸກທີ່ສຸດ.

ທີ່ມາ:  lifehack

Women MThai Team

ແບ່ງປັນ