Breaking News

ມາຮູ້ຈັກປະຫວັດ! ນຸ້ຍ ສຸພາພອນ ນາງງາມຕົວແທນປະເທດລາວທີ່ຈະເດີນທາງໄປປະກວດ Miss Universe 2017 ທີ່ USA

ແບ່ງປັນ

ໃກ້ເຂົ້າມາແລ້ວກັບການປະກວດ Miss Universe 2017 (ນາງງາມຈັກກະວານ) ເຊິ່ງ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ກໍກຳລັງກະກຽມຄວາມພ້ອມຢ່າງເຕັມທີ່ ເພື່ອຈະໄປເປັນສາວງາມຕົວແທນຈາກປະເທດລາວປີທຳອິດໃນການປະກວດ Miss Universe 2017 ແລະ ຈະເດີນທາງໃນວັນທີ 11 ພະຈິກ 2017 ນີ້ແລ້ວ ເຊິ່ງປີນີ້ຈັດຂຶ້ນທີ່ Las Vegas ທີ່ (USA) ແລະ ມື້ປະກວດແທ້ແມ່ນວັນທີ 26 ພະຈິກ 2017. (ຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້)

#ແຊຣໄປໃຫ້ໂລກຮູ້  ??

ມາຮູ້ຈັກປະຫວັດ! ນຸ້ຍ ສຸພາພອນ ນາງງາມຕົວແທນປະເທດລາວທີ່ຈະເດີນທາງໄປປະກວດ Miss Universe 2017 

ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ອາຍຸ 20 ປີ ລວງສູງ 1,78 ຊັງຕີແມັດ ຜົນງານໃນໄລຍະທີ່ຜ່ານມາແມ່ນມາຈາກການປະກວດ ນາງສາວນະຄອນຫຼວງປີ 2016 ໄດ້ຕຳແໜ່ງ ຮອງນາງສາວນະຄອນຫຼວງ ຫຼື ເອີ້ນວ່າ ຮອງອັນດັບໜຶ່ງ, ຕໍ່ມາມີວຽກດ້ານການຖ່າຍແບບ-ເດີນແບບຕາມວາລະສານ (ວາລະສານ ຂວັນໃຈ ກໍເຄີຍຂື້ນປົກມາແລ້ວ) ແລະ ຕາມງານເດີນແບບຕ່າງໆ, ນອກຈາກນັ້ນ ນຸ້ຍ ສຸພາພອນ ຍັງມີຜົນງານຖ່າຍແບບທີ່ໂດດເດັ່ນໃນປະເທດໄທ ແລະ ຜົນງານເດີນແບບຫຼາຍງານທີ່ເດັ່ນໃນປະເທດລາວ ຈຶ່ງເຮັດໃຫ້ນ້ອງ ນຸ້ຍ ສຸພາພອນ ໄດ້ມີລາຍຊື່ຮັບລາງວັນ ບຸກຄົນສຳຄັນແຫ່ງປີ 2017 (World Top Award 2017)  ທີ່ປະເທດໄທຈົນເຮັດໃຫ້ມີກະແສດັງໄປທົ່ວໂລກອອນລາຍໃນຊ່ວງຕົ້ນປີ 2017ທີ່ຜ່ານມາ, ຫຼ້າສຸດມີສະແດງເອັມວີເພງ “ກັບໄປສາ” ຂອງວົງ ແບັກອາຍ ເຊິ່ງເປັນເພງທີ່ກຳລັງເປັນກະແສ ແລະ ປັດຈຸບັນ ນຸ້ຍ ສຸພາພອນ  ເປັນສາວງາມ Miss Universe Laos 2017  ແລະ ກຳລັງຈະເດີນທາງໄປເປັນຕົວແທນປະເທດລາວ ແລະ ຖືໄດ້ວ່າເປັນສາວລາວຄົນທຳອິດທີ່ໄດ້ໄປປະກວດໃນເວທີນາງງາມຈັກກະວານ  (Miss Universe  2017).

ນຸ້ຍ ສຸພາພອນ ທັງງາມ ແລະ ມີຈຸດເດ່ນເປັນຄົນທີ່ມີຄວາມໝັ້ນໃຈໃນຕົນເອງສູງ ແລະ  ນຸ້ຍເປັນຄົນທີ່ມີພອນສະຫວັນດ້ານເດີນແບບ ຈະມັກໃນດ້ານນີ້ເປັນຊີວິດຈິດໃຈ ແລະ ອີກຢ່າງໜຶ່ງແມ່ນມັກການຫຼິ້ນກິລາທີ່ສຸດ ສ່ວນຫຼາຍກິລາທີ່ນຸ້ຍຫຼິ້ນແມ່ນປະເພດກິລາ  ເທຄວັນໂດ ເພາະສາວງາມຄົນນີ້ມີໂອກາດໄດ້ຮຽນກິລານີ້ມາແຕ່ນ້ອຍໆ.

ຮູບພາບ: Nui Soupphaphone Somvichit

ແບ່ງປັນ