Breaking News

ດຣ່າມ່າ! ແອັບເປີ້ນ ສີສະຫງຽນ ອອກມາໂພສນຳໂຕອໍເກໄນ້ຈັດງານ ເກືອບເຮັດງານແຕ່ງດອງຢູ່ລາວຫຼົ້ມ!!!

ແບ່ງປັນ

ເອົາແລ້ວ!!! ເກີດກະແສດຣ່າມ່າກັນສະໜັ່ນຫວັ່ນໄຫວໃນຊ່ວງຄໍ່າຄືນທີ່ຜ່ານມາ ກັບເລື່ອງລາວຂອງ ແອັບເປີ້ນ ສີສະຫງຽນ ສີຫາລາດ ເນັດໄອດໍ້ຄົນດັງ ທີ່ອອກມາໂພສແບບສົດໆຮ້ອນໆ ໂດຍເປັນໂພສເພື່ອນຳຫາ ອໍເກໄນ້ (organise) ຈັດງານແຕ່ງດອງໃນລາວ ໃນວັນທີ 8 ພະຈິກ 2017 ທີ່ຜ່ານມາ, ເຊິ່ງໃຈຄວາມ ແອັບເປີ້ນ ກໍໄດ້ອອກມາຂຽນໂພສທາງເຟສບຸກວ່າ: “ນຳຫາຄົນບໍ່ເຫັນ ໂທຫາບໍ່ຮັບສາຍ ແລ້ວຕອນນີ້ທັງອ້າຍທັງນ້ອງ ຂໍຄວາມຊ່ວຍເຫຼືອແດ່ວ່າຕ້ອງເຮັດແນວໃດ ຊ່ວຍແດ່ ປະກາດຊ່ວຍແດ່ເດີ້ ຄົນຜູ້ນີ້ຕົວະເຮັດງານຂ້ອຍ ຊ່ວຍແຊຣແດ່” ພໍແຕ່ ແອັບເປີ້ນ ໂພສແບບນັ້ນກໍເກີດກະແສມີຄົນໃຫ້ຄວາມສົນໃຈ ເຂົ້າມາຄອມເມັ້ນສອບຖາມເລື່ອງລາວທີ່ເກີດຂຶ້ນກັນຢ່າງຫຼວງຫຼາຍ.

ເຖິງຢ່າງໃດງານແຕ່ງດອງຢູ່ລາວຂອງ ແອັບເປີ້ນ ສີສະຫງຽນ ແລະ ຟຸກ ຈິຣະ ຄູ່ຮັກດາລາສາວລາວບ່າວໄທ ກໍຜ່ານໄປໄດ້ດ້ວຍດີ, ສ່ວນເລື່ອງລາວທີ່ແທ້ຈິງຈະເປັນແນວໃດຕິດຕາມຕອນຕໍ່ໄປ (ເປັນແນວໃດກໍຂໍເປັນກຳລັງໃຈໃຫ້ທຸກໆຝ່າຍເລີຍເດີ້)

ທີ່ມາ: Appleple Sihalath

ແບ່ງປັນ