Breaking News

ຄົບກັນມາຕັ້ງດົນ! ເມື່ອແຟນບອກເລີກຕອນອາຍຸ 30 ປີ ຄວນເຮັດແນວໃດ?

ແບ່ງປັນ

ສາວໆສະໄໝນີ້ມີຄວາມໝັ້ນໃຈສູງ ບໍ່ຈຳເປັນຈະຕ້ອງໄປອາໄລອາວອນກັບຄົນທີ່ບໍ່ເຫັນຄຸນຄ່າ ບໍ່ເປັນຫຍັງເດີ້ຊີວິດເປັນຂອງເຮົາ ເດີນໜ້າຕໍ່ໄປ ສູ້ໆ..

ບໍ່ຮູ້ວ່າເປັນເພາະໂຊກຊະຕາຟ້າລິຂິດຫຼືວ່າແນວໃດ ເພາະມັກຈະເຫັນຄູ່ຮັກທີ່ຄົບຫາເບິ່ງໃຈກັນມາກໍຫຼາຍປີ ແຕ່ພໍຮອດໄລຍະໜຶ່ງແທນທີ່ຈະລົງເອີຍກັນແບບມີຄວາມສຸກ ແຕ່ພັດບໍ່ເປັນດັ່ງທີ່ຄິດ ເພາະມີຫຼາຍຄູ່ທີ່ເລີກກັນໄປແບບບໍ່ໄຍດີ ແລະ ມີສາວໆຫຼາຍຄົນອາຍຸກໍບໍ່ແມ່ນໜ້ອຍ ອາຍຸກໍກ້າວເຂົ້າໄປ 30-30+ ເປັນແບບນີ້ຈະເຮັດແບບໃດດີລະ… ລອງມາເບິ່ງ 3 ສິ່ງທີ່ຄວນເຮັດ…

  1. ເສີຍໃຈໃຫ້ພໍ ແຕ່ເມື່ອພໍແລ້ວຕ້ອງຢຸດ ແລະ ກ້າວຕໍ່ໄປ…

ແນວວ່າຄົນອົກຫັກຈະໃຫ້ມານັ່ງເຂັ້ມແຂງ ເປັນແມ່ຍິງແກ່ງຕະຫຼອດເວລາກໍຄືຈະບໍ່ແມ່ນ ເສຍໃຈກໍຄືເສຍໃຈ ບໍ່ຈຳເປັນຈະຕ້ອງປິດບັງ ຢາກຈະຮ້ອງໃຫ້ກໍຈົ່ງຮ້ອງໃຫ້ພໍ ເມື່ອຮ້ອງໃຫ້ພໍແລ້ວກໍຈົ່ງເຊົາ ແລະ ຖິ້ມຄວາມເສຍໃຈອອກໄປໃຫ້ໝົດ ແລ້ວລຸກຂຶ້ນມາຕໍ່ສູ້ກັບກັບໂລກແຫ່ງຄວາມຈິງ

2. ກັບມາເບິ່ງແຍງຕົວເອງ

ບໍ່ໄດ້ໝາຍຄວາມວ່າຈະຕ້ອງລຸກຂຶ້ນມາແຕ່ງງາມເພື່ອໃຫ້ແຟນເກົ່າເສຍດາຍ ແຕ່ໝາຍເຖິງຕ້ອງເບິ່ງແຍງຕົວເອງໃຫ້ຈິງຈັງ ຢ່າງທີ່ຮູ້ກັນວ່າເມື່ອອາຍຸເພີ່ມຂຶ້ນເລື້ອຍໆ ລະບົບຮ່າງກາຍກໍ່ບໍ່ໄດ້ແຂງແຮງຄືດັ່ງແຕ່ກ່ອນ ຮູບຮ່າງເລີ່ມບໍ່ຄືເກົ່າ, ດັ່ງນັ້ນຈຶ່ງໃຫ້ຫັນມາເບິ່ງແຍງຕົວເອງໃຫ້ດີ ແລະ ເມື່ອໃດເຮົາງາມຂຶ້ນ ສຸຂະພາບດີຂຶ້ນ ອາຍຸກໍບໍ່ສາມາດເຮັດຫຍັງເຮົາໄດ້

3. ອອກເດີນທາງທ່ອງທ່ຽວ

ກ່ອນໜ້ານີ້ຫຼາຍຄົນເຄີຍເປັນນັກສຶກສາ ພໍຮຽນຈົບກໍຟ້າວຕັ້ງໃຈເຮັດວຽກເພື່ອສ້າງຖານະຕົນເອງ ການທ່ອງທ່ຽວກໍມີຈຸດໝາຍ ມີຄວາມມ່ວນ ຕື່ນເຕັ້ນ ແຕ່ເມື່ອມາຊ່ວງໜຶ່ງທີ່ອາຍຸເລີ່ມກ້າວເຂົ້າເລກ 3 ເປົ້າໝາຍໃນການເດີນທາງກໍຈະປ່ຽນໄປ ເຖິງແມ່ນວ່າຈະໄປໃນສະຖານທີ່ໆເຄີຍໄປມາແລ້ວ ແຕ່ຄວາມຕື່ນເຕັ້ນກໍຈະຫຼຸດລົງ ຈະມີມຸມມອງໃນສະຖານທີ່ນັ້ນໆປ່ຽນໄປ ເຂົ້າໃຈໂລກຫຼາຍຂຶ້ນ ແລະ ຈະເລີ່ມເຂົ້າໃຈໃນຄຳວ່າ ພັກຜ່ອນ ຢ່າງແທ້ຈິງ.

ທີ່ມາ: https://women.mthai.com/love-sex/single/296215.html

ແບ່ງປັນ