Breaking News

ເປີດເຜີຍແລ້ວຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າໃນການປະກວດ Miss International 2017 ທີ່ປະເທດ ຍີ່ປຸ່ນ!!!

ແບ່ງປັນ

ເປີດເຜີຍໃຫ້ເຫັນກັນແລ້ວ ສຳລັບຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າໃນການປະກວດ Miss International 2017 ຢູ່ທີ່ປະເທດ ຍີ່ປຸ່ນ, ເຊິ່ງຊຸດດັ່ງກ່າວມີຊື່ວ່າ “ເຂົ້າໜຽວສຽງແຄນແດນຈຳປາ” ມີແຮງບັນດານໃຈມາຈາກຄວາມເປັນເອກະລັກຈາກການນຸ່ງຖືຂອງແມ່ຍິງລາວນຳສະເໜີສູ່ຊາວໂລກ ສີຂອງຊຸດແມ່ນໂທນສີເຫລືອງທອງສະແດງເຖິງຄວາມຮຸ່ງເຮືອງສີວິໄລ ແລະ ຄວາມອຸດົມສົມບູນທາງດ້ານສິລະປະ ຫັດຖະກຳຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງລາວເຮົາ ເຊີງອົງປະກອບທັງໝົດຂອງຊຸດນີ້ແຕ່ລະຢ່າງກໍ່ມິຄວາມໝາຍລັກສະນະຊາດເຊັ່ນ:

ດອກຈຳປາ ກໍ່ເປັນດອກໄມ້ປະຈຳຊາດລາວ
– ນຸ່ງສິ້ນ, ເກົ້າຜົມ ບ່ຽງແພ ປັກດອກຈຳປາ ກໍ່ແມ່ນເອກະລັກການນຸ່ງຖືຂອງແມ່ຍິງລາວມາແຕ່ບູຮານນະການ
– ເຂົ້າໜຽວສຽງແຄນ ໝາຍວິຖີການດຳລົງຊີວິດ, ສິນລະປະຖັດທະກຳ ແລະ ດົນຕີພຶ້ນເມືອງລາວ

ສຳລັບຊຸດ “ເຂົ້າໜຽວສຽງແຄນແດນຈຳປາ” ອອກແບບໂດຍສີມືຂອງຄົນລາວ ບິນລີ້ ສີອຳພັນ ເປັນຜູ້ອອກແບບຊຸດປະຈຳຊາດໃຫ້ກັບ ມິມິ່ ພູນຊັບ ພົນໂຍທາ Miss International Laos 2017, 

ມື້ຕັດສິນ Miss International 2017  ແມ່ນວັນທີ 14 ພະຈິກ 2017 ນີ້…ຢ່າລືມສົ່ງກຳລັງໃຈໃຫ້ສາວງາມຕົວແທນປະເທດລາວເຮົາແດ່ເດີ້!!!

#ແຊຣໄປໃຫ້ໂລກຮູ້  #ຮັກລາວເຊຍລາວ ??????

ທີ່ມາ: Miss International Laos 2017 , Phounsap Phonnyotha

ແບ່ງປັນ