Breaking News

ອະລັງການສຸດໆ! ມາເບິ່ງຊຸດປະຈຳຊາດລາວທີ່ໃຊ້ເຂົ້າໃນການປະກວດໃນເວທີລະດັບໂລກ #ແຊຣໄປໃຫ້ໂລກຮູ້

ແບ່ງປັນ

ມາໄວໆ…ມາເບິ່ງ ຊຸດປະຈຳຊາດລາວທີ່ໃຊ້ເຂົ້າໃນການປະກວດໃນເວທີການແຂ່ງຂັນສາວງາມລະດັບໂລກເຊັ່ນ: Miss Universe 2017, Miss International 2017, Miss Grand International 2017 ແລະ Miss Global 2017 ເຊິ່ງເວົ້າໄດ້ເລີຍວ່າໃນປີ 2017 ນີ້ ເຖິງປະເທດລາວເຮົາຈະເປັນປີທຳອິດທີ່ໄດ້ສົ່ງນາງງາມລາວໄປປະກວດໃນເວທີລະດັບໂລກ ແຕ່ລາວເຮົາເຖິງຈະເປັນປະເທດນ້ອຍ ແຕ່ກໍບໍ່ເຄີຍດ້ອຍໜ້າໃຜ, ໃນເວທີການປະກວດນາງງາມລະດັບໂລກແຕ່ລະເວທີ ກໍຈະມີການປະກວດຊຸດປະຈຳຊາດຂອງແຕ່ລະປະເທດ ໂດຍໃຫ້ສາວງາມຕົວແທນໄດ້ສວມໃສ່ ແລະ ນຳສະເໜີໃຫ້ຕ່າງຊາດໄດ້ຮູ້ເຖິງເອກະລັກຂອງຊຸດປະຈຳຊາດຂອງປະເທດຂອງຕົນເອງ ແລະ ປະເທດລາວເຮົາກໍເຊັ່ນດຽວກັນ, ລອງມາເບິ່ງ ຊຸດປະຈຳຊາດລາວ ທີ່ໃຊ້ເຂົ້າໃນການປະກວດໃນເວທີລະດັບໂລກ ເວົ້າໄດ້ເລີຍວ່າແຕ່ລະຊຸດ ແຕ່ລະເວທີ ອະລັງການງານສ້າງ ແລະ ງົດງາມຫຼາຍ.

#ຢ່າລືມແຊຣໄປໃຫ້ໂລກຮູ້ນຳແດ່  ??

ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017

ຊຸດປະຈຳຊາດລາວ ທີ່ຈະໃຊ້ເຂົ້າໃນການປະກວດ ນາງງາມຈັກກະວານ  (Miss Universe  2017) ທີ່ Las Vegas  (USA) ໃນວັນທີ 26 ພະຈິກ 2017 ນີ້, ມາໃນແບບຊຸດປະຍຸກ ເຊິ່ງ ຊຸດລາວຂອງ Miss Universe Laos 2017 ໄດ້ຮັບແຮງບັນດານໃຈມາຈາກຊຸດລາວຫລວງພະບາງ ແລະ ໄດ້ດັດແປງປະຍຸກເພື່ອໃຫ້ມີເອກະລັກສະເພາະ, ແປກຕາ ແລະ ໂດດເດັ່ນໃນເວທີການປະກວດນາງງາມຈັກກະວານ 2017 ນີ້.

ມິມິ່ ພູນຊັບ ພົນໂຍທາ Miss International Laos 2017

ສຳລັບຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າໃນການປະກວດ Miss International 2017 ໃນວັນທີ 14 ພະຈິກ 2017 ນີ້ ຢູ່ທີ່ປະເທດ ຍີ່ປຸ່ນ, ເຊິ່ງຊຸດດັ່ງກ່າວມີຊື່ວ່າ “ເຂົ້າໜຽວສຽງແຄນແດນຈຳປາ” ມີແຮງບັນດານໃຈມາຈາກຄວາມເປັນເອກະລັກຈາກການນຸ່ງຖືຂອງແມ່ຍິງລາວນຳສະເໜີສູ່ຊາວໂລກ ສີຂອງຊຸດແມ່ນໂທນສີເຫລືອງທອງສະແດງເຖິງຄວາມຮຸ່ງເຮືອງສີວິໄລ ແລະ ຄວາມອຸດົມສົມບູນທາງດ້ານສິລະປະ ຫັດຖະກຳຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງລາວເຮົາ ເຊີງອົງປະກອບທັງໝົດຂອງຊຸດນີ້ແຕ່ລະຢ່າງກໍ່ມິຄວາມໝາຍລັກສະນະຊາດເຊັ່ນ:

ດອກຈຳປາ ກໍ່ເປັນດອກໄມ້ປະຈຳຊາດລາວ
– ນຸ່ງສິ້ນ, ເກົ້າຜົມ ບ່ຽງແພ ປັກດອກຈຳປາ ກໍ່ແມ່ນເອກະລັກການນຸ່ງຖືຂອງແມ່ຍິງລາວມາແຕ່ບູຮານນະການ
– ເຂົ້າໜຽວສຽງແຄນ ໝາຍວິຖີການດຳລົງຊີວິດ, ສິນລະປະຖັດທະກຳ ແລະ ດົນຕີພຶ້ນເມືອງລາວ

ຟ້າໃສ ຈິນນາລີ ນໍລະສິງ  Miss Grand Laos 2017

ໃນຮອບປະກວດຊຸດປະຈຳຊາດຂອງ  Miss Grand International 2017 ປະເທດລາວຂອງເຮົາກໍມາໃນຊຸດທີ່ໄດ້ແຮງບັນດານໃຈມາຈາກພຣະທາດຫຼວງວຽງຈັນ ເຊີ່ງເປັນປູຊະນີຍະສະຖານທີ່ເກົ່າແກ່ ແລະ ສຳຄັນແຫ່ງໜຶ່ງຂອງປະເທດລາວ ແລະ ຍັງເປັນສູນລວມຈິດໃຈຂອງປະຊາຊົນລາວທັງຊາດ. ການອອກແບບຊຸດແມ່ນໄດ້ຍົກເອົາເອກະລັກ ແລະ ລັກສະນະເດັ່ນຂອງພຣະທາດຫຼວງມາດັດແປງໃຫ້ເປັນອົງປະກອບຂອງຊຸດ ແລະ ພາກສ່ວນເຄື່ອງປະດັບ ແມ່ນໄດ້ນຳເອົາອົງປະກອບ ແລະ ຮູບຊົງຂອງພຣະທາດຫຼວງມາເຮັດໃຫ້ເກີດລູກຫຼິ້ນ ໂດຍສາມາດເຮັດໃຫ້ຊຸດເບີ່ງມີມິຕິ ແລະ ສະແດງໃຫ້ເຫັນເຖີງວັດທະນະທຳ, ສິນລະປະ ແລະ ລວດລາຍຄວາມເປັນລາວຫລາຍຂື້ນ. ໂທນສີຂອງຊຸດ ເນັ້ນໃຊ້ສີຄຳຄືດັ່ງພຣະທາດຫລວງ ແລະ ສີຂອງກົມມະລຽນທີ່ອ້ອມຮອບພຣະທາດມາເປັນສີຫລັກໃນການເຮັດຊຸດນີ້ ແລະ ເອົາລວດລາຍຕ່າງໆທີ່ເປັນສີນລະປະລາຍລາວເພີ່ມເຂົ້າໄປໃນຊຸດ ໂດຍຜ່ານສາວງາມ ເພື່ອນຳສະເໜີ ແລະ ເຜີຍແຜ່ຊຸດໃຫ້ຊາວຕ່າງຊາດໄດ້ເຫັນເຖີງວັດທະນະທຳ , ຮີດຄອງປະເພນີ ແລະ ເອກະລັກຄວາມເປັນຊາດລາວໄດ້ຢ່າງລົງໂຕ.

ເມ ວະລິສະລາ ຕັງສຸວັນ Miss Global Laos 2017

ມາເບິ່ງ…ຄວາມອະລັງການງານສ້າງກັບຊຸດປະຈຳຊາດ (National Costume) ທີ່ຈະໃຊ້ເຂົ້າໃນການປະກວດ Miss Global 2017 ທີ່ປະເທດ ກຳປູເຈຍ ຈະຕັດສິນໃນວັນທີ 17 ພະຈິກ 2017, ເຊິ່ງລາວເຮົາກໍໄດ້ຈັດເຕັມເນລະມິດຊຸດທີ່ມີຊື່ວ່າ ນາຄາມະນີວາລີນິມິດ(Jewel of Mekong) ເຊິ່ງໄດ້ແຮງບັນດານໃຈໃນການສ້າງໃຫ້ມີຮູບຮ່າງຄ້າຍກັບພຣະຍານາກ ໂຕມີເກັດ ມີສຽນເຈັດສຽນ ລຳໂຕສີຂຽວທອງເຫລື້ອມ ໃນມືຖືລູກໄຟເຊິ່ງ ໃນຄວາມເຊື່ອໝາຍເຖິງ ວັນທີ່ພະພຸດທະເຈົ້າສະເດັດລົງມາຈາກສະຫັວນຊັ້ນດາວະດຶງ ເຊິ່ງກົງກັບວັນທີ່ 15ຄຳ່ ເດືອນ 11 ຈະເຫັນເປັນລູກໄຟຜຸດຂຶ້ນມາຈາກແມ່ນຳ້ຂອງ ປຽບເຫມືອນເຫຼົ່າພຣະຍານາກໄດ້ມາບູຊາພຣະພຸດທະເຈົ້າເປັນຄວາມເຊື່ອ ແລະ ສັດທາທີ່ຖືກຖ່າຍທອດມາຈາກລຸ້ນສູ່ລຸ້ນ ແລະ ຍັງສືບສານຕໍ່ໄປອີກຍາວນານ.

ຂໍຂອບໃຈຂໍ້ມູນ ແລະ ຮູບພາບ

ແບ່ງປັນ