Breaking News

ຊົມເຊີຍ! ນັກກິລາຍິງ Model Physique ໄປສ້າງຊື່ສຽງໃນຕ່າງປະເທດ!!!

ແບ່ງປັນ

ມາຮູ້ຈັກກັບ!!! ກິນນະລອນ ນັນທະລາດ (ຕ້ອມ) ອາຍຸ 33 ປີ ນັກກິລາຍິງຜູ້ໄປສ້າງຊື່ສຽງໃຫ້ປະເທດລາວ ໃນງານແຂ່ງຂັນກິລາໃນລຸ້ນ Model Physique ໃນງານ Thailand International Sport Expo 2017 ທີ່ເມືອງທອງທານີ (ປະເທດໄທ), ໃນງານນີ້ມີການແຂ່ງຂັນແມ່ຍິງທີ່ມີຮູບຮ່າງດີ  ຈາກຫຼາກຫຼາຍປະເທດເຂົ້າຮ່ວມ ບໍ່ວ່າຈະເປັນ ລາວ, ໄທ, ສ.ເກົາຫລີ, ແຖມງານນີ້ສາວລາວເຮົາກໍບໍ່ທຳມະດາ ສາມາດເປັນໜຶ່ງໃນຜູ້ເຂົ້າແຂ່ງຂັນທີ່ຜ່ານເຂົ້າໄປໃນຮອບ 10 ຄົນສຸດທ້າຍ ຈົນເປັນທີ່ຮືຮາຂອງຄົນທີ່ໄປຮ່ວມໃນງານ.

ສຳລັບ ຕ້ອມ ກິນນະລອນ ນັກກ້າມສາວລາວຄົນເກັ່ງ ປະຫວັດເພິ່ນກໍບໍ່ແມ່ນທໍາມະດາ ເພາະອາດີດເຄີຍເປັນນັກກິລາ basketball ຍິງທີມຊາດ ແລະ ຍັງເປັນຜູ້ຊະນະເລີດອັນດັບ 1 ໃນການແຂ່ງຂັນໃນງານດຽວກັບການປະກວດ Mr. Lao 2017 ເຊິ່ງເປັນຄັ້ງທຳອິດໃນການສົ່ງກິລາເພາະກາຍຍິງຮ່ວມແຂ່ງຂັນຂອງ Fitness Up2u ຈັດຂຶ້ນໃນວັນທີ 1 ເມສາ 2017 ທີ່ຜ່ານມາຢູ່ທີ່ ຫໍວັດທະນະທຳແຫ່ງຊາດ ໂດຍສະຫະພັນນັກເພາະກາຍລາວເປັນຜູ້ຈັດ, ປັດຈຸບັນ ຕ້ອມ ກິນນະລອນ ກຳລັງເປັນຄູເຝິກສອນອອກກຳລັງກາຍ (Trainer) ຢູ່ທີ່  Fitness Up2u ເຊິ່ງໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ໂດຍສະເພາະກຸ່ມຄົນທີ່ຮັກສຸຂະພາບ.

ຂໍຂອບໃຈສຳລັບຮູບພາບ

ແບ່ງປັນ