Breaking News

ບອກຕໍ່ກັນແດ່! ແຈ້ງການປິດເສັ້ນທາງໃນໄລຍະ ສະຫາຍ ສີຈິ້ນຜິງ ມາຢ້ຽມຢາມລາວ ໃນລະຫວ່າງວັນທີ 13-14 ພະຈິກ 2017!!!

ແບ່ງປັນ

ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ອອກແຈ້ງການ ການປິດເສັ້ນທາງ ການສັນຈອນຂອງພາຫະນະທຸກປະເພດ ໃນໄລຍະ ສະຫາຍ ສີຈິ້ນຜິງ ເລຂາທິການໃຫ່ຍບໍລິຫານງານສູນກາງພັກກອມມູນິດຈີນ ປະທານປະເທດ ສປ ຈີນ ທີ່ຈະມາຢ້ຽມຢາມທາງລັດຖະກິດ ຢ່າງເປັນທາງການຢູ່ ສປປ ລາວ ໃນລະຫວ່າງວັນທີ 13-14 ພະຈິກ 2017, ດັ່ງນັ້ນຈຶ່ງແຈ້ງການມາໃຫ້ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນໃຫ້ຫຼີກເສັ້ນທາງທີ່ຈະປິດຊົ່ວຄາວດັ່ງຕໍ່ໄປນີ້:

ຖະໝົນສຸພານຸວົງ (ແຕ່ສາມແຍກສີໄຄ-ສີ່ແຍກໄຟອຳນາດສີຫອມ ຫຼັກ 1)

– ຖະໝົນເສດຖາທິລາດ (ແຕ່ສີ່ແຍກໄຟອຳນາດສີຫອມ ຫຼັກ 1-ສີ່ແຍກໄຟອຳນາດທາດຂາວ)

– ຖະໝົນສາມແສນໄທ (ແຕ່ສີ່ແຍກໄຟອຳນາດການຊ່າງລາວເຢຍລະມັນ-ສາມແຍກ ດອນຈັນພາເລດ)

– ຖະໝົນເຈົ້າຟ້າງຸ່ມ (ແຕ່ສາມທາດຂາວ-ສາມແຍກສຳນັກງານໃຫ່ຍ ທະນາຄານພັດທະນາລາວ)

– ຖະໝົນລ້ານຊ້າງ (ແຕ່ຫໍຄຳ-ປະຕູໄຊ)

– ຖະໝົນໄກສອນພົມວິຫານ (ແຕ່ປະຕູໄຂ-ສີ່ແຍກໄຟອຳນາດດົງໂດກ)

  • ນອກຈາກນັ້ນຍັງມີລະບຽບການ ການຈອດລົດຕາມແຄມທາງດັ່ງຕໍ່ໄປນີ້:

– ຫ້າມຈອດພາຫະນະທຸກປະເພດຕາມແຄມທາງ, ທາງຄົນຍ່າງ ຢ່າງເດັດຂາດ ຕາມເສັ້ນທາງທີ່ໄດ້ລະບຸໄວ້ຂ້າງເທິງ

– ໃຫ້ນັກຂັບຂີ່ພາຫະນະທຸກປະເພດປະຕິບັດຕາມການສັນຍານຂອງເຈົ້າໜ້າທີ່ຕຳຫຼວດຈາລະຈອນ ທີ່ປະຈຳຢູ່ແຕ່ລະຈຸດຕາມເສັ້ນທາງຢ່າງເຄັ່ງຄັດ

ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຜູ້ທີ່ໃຊ້ລົດໃຊ້ຖະໜົນທຸກໆຄົນ ໃຫ້ຄວາມຮ່ວມມືນຳກັນ ໃນການປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

ແບ່ງປັນ