Breaking News

ເຊຍລາວສຸດໃຈ! ມາຮ່ວມສົ່ງກຳລັງໃຈໃຫ້ ມິມີ່ ພູນຊັບ ນາງງາມຕົວແທນປະເທດລາວໃນການປະກວດ Miss International 2017 ທີ່ ປະເທດ ຍີ່ປຸ່ນ

ແບ່ງປັນ

ມາອີກແລ້ວກັບອີກໜຶ່ງເວທີວົງການຂາອ່ອນ ກັບການປະກວດນາງສາວງາມເວທີລະດັບອິນເຕີຢ່າງ Miss International 2017 ຈັດຂຶ້ນທີ່ ເມືອງ ໂຕກຽວ ປະເທດ ຍີ່ປຸ່ນ ແລະ ໃນປີນີ້ປະເທດລາວຂອງເຮົາກໍມີສ່ວນເຂົ້າຮ່ວມໂດຍການສົ່ງຕົວແທນສາວງາມຄື ພູນຊັບ ພົນໂຍທາ (ມິມີ່) Miss International Laos ອາຍຸ 19 ປີ  ສາວໜ້າຫວານຜູ້ມີຄວາມໝັ້ນໃຈ ແລະ ຄວາມພຽບພ້ອມລ້ານເປີເຊັນ.

ຕື່ນເຕັ້ນ ຕື່ນຕາ ຕື່ນໃຈ… ມາຮ່ວມສົ່ງກຳລັງໃຈໃຫ້ ນ້ອງ ມິມີ່ ພູນຊັບ ພົນໂຍທາ Miss International Laos  ໃນການປະກວດ Miss International 2017  ທີ່ປະເທດ ຍີ່ປຸ່ນ ແລະ ຈະຕັດສິນໃນວັນທີ 14 ພະຈິກ 2017, ດັ່ງນັ້ນຈຶ່ງຂໍແຮງເຊຍ ແຮງໃຈຈາກຄົນລາວທົ່ວປະເທດມາຮ່ວມເປັນກຳລັງໃຈໃຫ້ ມິມີ່ ພູນຊັບ ນຳແດ່.

ແຟນໆສາມາດຕິດຕາມການປະກວດໃນມື້ Final show  ຂອງ Miss International 2017 ໄດ້ທີ່ເວັບໄຊ້   https://www.miss-international.org/ ເລີ່ມເວລາ 15:00 ເປັນຕົ້ນໄປ ໃນວັນທີ 14 ພະຈິກ 2017 ນີ້ແລ້ວ!!!

ຍັງບໍ່ໝົດ ນ້ອງ ມິມີ່ ພູນຊັບ ຍັງຝາກມາຂໍກຳລັງໃຈຈາກຄົນລາວທຸກໆຄົນນຳເດີ້…

ຮ່ວມສົ່ງແຮງໃຈເຊຍ ມິມີ່ Phounsap Phonnyotha​ ໂຕແທນສາວລາວຮ່ວມປະກ…

ຮ່ວມສົ່ງແຮງໃຈເຊຍ ມິມີ່ Phounsap Phonnyotha ໂຕແທນສາວລາວຮ່ວມປະກວດMiss International 2017 in Tokyo, Japanວັນທີ 14 ພະຈິກ 2017 ນີ້ ກໍ່ເປັນມື້ປະກວດຮອບສຸດທ້າຍແລ້ວເດີເລີ່ມເວລາ 3 ໂມງແລງເປັນຕົ້ນໄປເດີ ຕິດຕາມຮ່ວມເຊຍເດີຈະມີຖ່າຍທອດສົດທາງ https://www.miss-international.org/The Final show of Miss International will be live at https://www.miss-international.org/ 14 November 2017at 3PM onward – Cheer LAOS#firstmodeling #missinternationallaos#missinternationallaos2017 #missinternational

Miss International Laos 2017さんの投稿 2017年11月12日(日)

 

(ຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວຫຼາຍໆເດີ້)  #ແຊຣໄປໃຫ້ໂລກຮູ້ #ຮັກລາວເຊຍລາວ ??????

ຂໍຂອບໃຈສຳລັບຮູບພາບ: Phounsap Phonnyotha ,Miss International Laos 2017

ແບ່ງປັນ