Breaking News

ເລີກກັນແລ້ວແທ້ຫວາ?ເຈ້ຍ-ໄຊ ອອກມາໂພສພ້ອມໆກັນວ່າ ທັງສອງເລີກກັນແລ້ວ ເຮັດເອົາແຟນຄລັບງົງ!!!

ແບ່ງປັນ

ເປັນກະແສ ດຮ່າມ່າ ຮ້ອນແຮງກັນອີ່ຫລີ ເມື່ອຄູ່ຮັກມາລາທອນ ເຈ້ຍ ປາຊີຟິກ ແລະ ໄຊ ທະວີໄຊ (ແຟນສາວ) ໄດ້ອອກມາໂພສທາງ ເຟສບຸກ ຂອງທັງສອງພ້ອມໆກັນວ່າ ທັງ ເຈ້ຍ ແລະ ໄຊ ໄດ້ເລີກກັນແລ້ວ ດ້ວຍຄວາມຮັກ ແລະ ຄວາມເຂົ້າໃຈ ແລະ ພ້ອມທີ່ຈະເປີດຮັບຄົນໃໝ່ເຂົ້າມາໃນຊີວິດ ຈົນເຮັດໃຫ້ມີກະແສ ຮ້ອນແຮງ ບາງຄົນກໍຍັງງົງໆວ່າແມ່ນເລື່ອງແທ້ຫຼືບໍ່? ເພາະວ່າທັງສອງຄົບຫາເບິ່ງໃຈກັນເປັນເວລາເຖິງ 16 ປີແລ້ວ  ຈົນເຮັດໃຫ້ເລື່ອງນີ້ຖືກເວົ້າເຖິງຈາກຄົນໃນວົງການບັນເທິງ ແລະ ແຟນຄລັບຢ່າງຫຼວງຫຼາຍ.

ໂດຍ ອ້າຍ ເຈ້ຍ ປາຊີຟິກ ເອງກໍໄດ້ໂພສຮູບ ແລະ ຂຽນຄຳອະທິບາຍວ່າ: “ເຈ້ຍ ກັບ ໄຊ ຕໍ່ໄປນີ້ ເຮົາເລີກກັນແລ້ວ ດ້ວຍຄວາມຮັກ ແລະ ຄວາມເຂົ້າໃຈພວກເຮົາຕົກລົງເຫັນດີ ແຍກທາງກັນ ບໍ່ແມ່ນຍ້ອນເຮົາ 2 ຄົນຜິດກັນ ແຕ່ເປັນຍ້ອນບັນຫາທີ່ເຫນືອການຄວບຄຸມຂອງເຮົາພວກເຮົາຕົກລົງທີ່ຈະບໍ່ໃຫ້ບັນຫາທີ່ແກ້ບໍ່ຕົກ ມາສ້າງບາດແຜໃຫ້ຊີວິດເຮົາ ເຮົາຈະແຍກທາງກັນ ແລະ ເປີດໃຈໃຫ້ຜູ້ອື່ນຂໍຄວາມກະລຸນາ ຢ່າຖາມຢ່າຖາມຫຍັງ ຂ້ອຍອີກ ເພາະ ຂ້ອຍໂພດທຸກເນື້ອໃນລະອຽດແລ້ວຖ້າໃຜທີ່ ຮັກຂ້ອຍ ເຫັນຫນ້າກັນກໍ່ຢ່າຖາມ ຖ້າຂ້ອຍຢາກເລົ່າ ຂ້ອຍສິເລົ່າສູ່ເຈົ້າຟັງເອງ ຂອບໃຈກັບ ຄວາມຮັກ ຄວາມຫ່ວງໄຍຕະຫຼອດ 16ປີ ຫວັງວ່າ ໄຊ ແລະ ເຈ້ຍ ຈະໄດ້ພົບກັນຄົນທີ່ເຂົ້າໃຈເຮົາ ແລະ ຮັກເຮົາ ຄືເຮົາເຄີຍ ຮັກກັນ”

ທີ່ມາ: Phoumsana Sirivongsa , Thavisay Keobounphanh

ແບ່ງປັນ