Breaking News

ຍິ່ງໃຫ່ຍສົມການລໍຖ້າ! ທັງມ່ວນ ທັງມັນແນ່ນອນທາງຜູ້ຈັດ Confirm ງານ ວັງວຽງ ເຟສ 2017 ປີນີ້ມີ 4 ເວທີໃຫ່ຍສຸດອະລັງການ!!!

ແບ່ງປັນ

ວັງວຽງ ເຟສ (Vang Vieng Fest 2017) ງານໃຫ່ຍລະດັບປະເທດປານນີ້ມີຫວາທີ່ຈະບໍ່ໄປຊ໋ອກແຊ໋ກເລື່ອງລາວມາຝາກທຸກໆຄົນ ໂດຍ ຊະນີIndy ມີໂອກາດໄດ້ເຈິຕົວຂອງ ທ່ານ ອະນຸລັກ ປະຖຳມະວົງ (ອ້າຍ ເປັດ), ຜູ້ອຳນວຍການບໍລິສັດ ອິນດີ້ ເຣັກຂອດ ແລະ ບໍລິສັດ ສາມາດ ອໍແກໄນ້ເຊີ້ ເລີຍດຶງໂຕເພິ່ນມາສຳພາດເຈາະເລິກເອົາເລື່ອງລາວມາຝາກແຟນໆ ເພື່ອໃຫ້ຮູ້ເຖິງຄວາມເຄື່ອນໄຫວຂອງຄວາມມັນ ຄວາມມ່ວນ ທີ່ຈະເກີດຂຶ້ນໃນງານ ວັງວຽງ ເຟສ 2017 ໃນລະຫວ່າງວັນທີ 15-16 ທັນວາ 2017 ນີ້.

ເຫັນໝູ່ເພື່ອນຫຼາຍຄົນພາກັນເວົ້າເຖິງງານເທສະການດົນຕີ ວັງວຽງ ເຟສ (Vang Vieng Fest 2017)  ເຊິ່ງເປັນງານເທສະການດົນຕີທີ່ທຸກຄົນລໍຖ້າ, ຊະນີIndy ເລີຍອົດບໍ່ໄດ້ທີ່ຈະໄປອັບເດດຄວາມເຄື່ອນໄຫວຂອງງານນີ້ມາຝາກແຟນໆ ເພື່ອອັບເດດຂໍ້ມູນໃນເວທີວັງວຽງເຟສ ມາຝາກທຸກໆຄົນ…ຈາກການສຳພາດ ອ້າຍ ເປັດ ຜູ້ອຳນວຍການສ້າງງານຍິ່ງໃຫ່ຍນີ້…

ສະບາຍດີ ອ້າຍ ເປັດ ຂໍອັບເດດຄວາມເຄື່ອນໄຫວຂອງງານ Vang Vieng Fest 2017 ໃຫ້ແຟນໆ ຂວັນໃຈ ໄດ້ຮູ້ນຳແດ່…

ໂຄງການນີ້ກໍມີມາຫຼາຍປີແລ້ວ ແລະ ທາງເຮົາກໍມີໂອກາດໄດ້ຈັດງານມາຕັ້ງແຕ່ປີ 2015 ເຊິ່ງພວກເຮົາໄດ້ເລືອກເອົາວັງວຽງ ເປັນບ່ອນຈັດງານເທສະການດົນຕີ, ແລ້ວງານ ວັງວຽງ ເຟສ ຂອງພວກເຮົາແມ່ນຈະໄດ້ຖືກກຳນົດໄວ້ເລີຍວ່າ ຈະຕ້ອງຈັດກາງເດືອນ ຫຼື ອາທິດທີ 2 ຂອງເດືອນ12 ຂອງແຕ່ລະປີ, ເຊິ່ງປີນີ້ກົງກັບວັນທີ 15-16 ສະຖານທີ່ແມ່ນຢູ່ຖໍ້າລົມ ຫ່າງຈາກໂຕເມືອງວັງວຽງ 5 ກິໂລແມັດ ເຊິ່ງເປັນສະຖານທີ່ທ່ອງທ່ຽວມາດຕະຖານທີ່ທຸກຄົນຕ້ອງໄປ ເຊິ່ງຢູ່ຖໍ້າລົມຈະມີພື້ນທີ່ກວ້າງ ແຕ່ປີນີ້ຈະພິເສດແດ່ເພາະເຮົາຈະຂະຫຍາຍພື້ນທີ່ ເຖິງ 2 ເທົ່າ ເພາະດ້ວຍຄວາມທີ່ວ່າຜ່ານມາເຖິງປັດຈຸບັນມີຄົນເດີນທາງໄປຮ່ວມງານຫຼາຍຂຶ້ນໃນທຸກໆປີ ແລະ ປີນີ້ແມ່ນພິເສດທີ່ສຸດທາງທີມງານເຮົາຈັດໃຫ້ພິເສດເລີຍ ເພາະຈະມີເຖິງ 4 ເວທີໃຫ່ຍ ຮັບຮອງງານນີ້ມ່ວນ ມັນ ແລະ ພິເສດກວ່າ 2 ປີທີ່ຜ່ານມາແນ່ນອນ

ວ້າວວວ!!! ຄັກໆຫຼາຍ…ຮູ້ສຶກຕື່ນເຕັ້ນຢາກໄປເລີຍ ແລ້ວ 4 ເວທີນີ້ມັນຈະມີຄວາມພິເສດແນວໃດ?

ຫຼັກໆເລີຍ ເວທີ 1  ຈະເປັນແບບເມນສະເຕດ (Main stage) ຈະເປັນເວທີໃຫ່ຍ ເປັນການລວມເອົາແນວເພງດົນຕີຫຼາຍໆແນວມາໄວ້ໃນເວທີນີ້ທັງໝົດ ແບບຄົບເຊັດ, ເວທີ 2 ຈະເປັນ ຟໍເລດ ສະເຕດ (Forest stage) ເຊິ່ງເວທີນີ້ຈະເປັນການລວມການກິນການດື່ມ ເປັນໂຊນທີ່ນັ່ງຊິວໆ ແນວດົນຕີກໍເປັນແນວເພງແບບເລັກເກ້ ແນວຟັງສະບາຍໆ, ສ່ວນເວທີ 3  ສະປິກເກີ້ ຮໍ (Speaker hall stage) ຫຼຶວ່າ ເປັນເວທີສະເພາະຂອງ EDM+HIP HOP ຈະຢູ່ທາງຫຼັງຂອງເວທີໃຫ່ຍ ແລະ ສຸດທ້າຍເວທີ 4 ພິເສດແດ່ປີນີ້ແມ່ນເຮົາໄດ້ລວມໂຕກັບສະມາຄົມລົດຕ່າງໆ ເຊິ່ງຈະເອົາລົດໄປໂຊ ບໍ່ວ່າຈະເປັນ ບິກໄບ້ ເປັນລົດຄາສສິກ ເປັນລົດຫຼາຍຮູບແບບ ລົດຈັກລົດໃຫ່ຍກໍຈະໄປໂຊກັນໃນໂຊນນີ້ ແລະ ຍັງຈະມີຄ້າຍໆເປັນຟູດທັກ (Food truck) ກໍຈະມີວົງດົນຕີໂຟກຊ່ອງ ເປັນສະຕາຍແນວເບົາໆ ກິນກັນໄປເລື້ອຍໆ ແລະ ກໍຍັງຈະມີອີກໂຊນ 1 ທີ່ເປັນໂຊນກາງເຕັ້ນ ສຳລັບໃຜທີ່ຢາກສຳພັດບັນຍາກາດ ທຳມະຊາດ ກິນແລ້ວບໍ່ຢາກເມືອນອນໂຮງແຮມ ທາງທີມງານເຮົາກໍຈັດໃຫ້ ໂດຍສາມາດນອນຫຼິ້ນຢູ່ຫັ້ນເລີຍກໍໄດ້ ເພາະງານເຮົາຢູ່ຫັ້ນຮອດ 2 ໂມງກາງຄືນ, ຫຼັກໆເວທີນີ້ເຮົາກໍເພື່ອຕອບສະໜອງໃຫ້ແກ່ຄົນທີ່ບໍ່ມີທີ່ພັກ

ສິລະປິນທີ່ຈະມາໃນງານນີ້ມີໃຜແດ່…?

ປີນີ້ກໍຈະມີສິລະປິນຫຼາຍເລີຍທັງສິລະປິນພາຍໃນ ແລະ ຕ່າງປະເທດ ແຕ່ຫຼັກໆຂອງສິລະປິນຕ່າງຊາດກໍຈະມີ ດາ ເອັນໂດຟິນ, ຣູມເທີຕີ້ນາຍ (Room39),  ບູມບູມແຄັດ (Boom Boom Cash) ແລະ ນອກຈາກນັ້ນຍັງມີອີກຫຼາກຫຼາຍສິລະປິນຈາກຫຼາກຫຼາຍປະເທດທົ່ວໂລກທີ່ຈະໝູນວຽນມາຂຶ້​ນໂຊໃນງານນີ້ຢ່າງຫຼວງຫຼາຍ

ງານປີນີ້ມີຈຸດພິເສດຫຍັງເດັ່ນໆແດ່ ອ້າຍ ເປັດ?

ຈຸດພິເສດຂອງປີນີ່ກໍປະມານວ່າ ຄົນທີ່ໄປຮ່ວມໃນງານເນາະຖ້າເມື່ອຍຈາກອີກໂຊນໜຶ່ງ ກໍມາແວ່ອີກໂຊນໜຶ່ງ ຟັງເພງເບົາໆ ພໍມີແຮງກໍໄປຕໍ່ເວທີ EDM ຫຼືຈະອອກໄປຍ່າງຫຼິ້ນເບິ່ງລົດ ໂຊນນັ້ນຈະເປັນໂຊນທີ່ລົມກັນສະບາຍໆ ຈະເປັນຫຍັງທີ່ເຮັດໃຫ້ຄົນທີ່ໄປຮ່ວມງານບໍ່ເບື່ອ ແລະ ສຳລັບໃຜທີ່ເປັນແຟນຄລັບຂອງແນວດົນຕີໃດ ກໍຈະສາມາດຍ່າງໄປເບິ່ງແຕ່ລະແນວດົນຕີໄດ້ເລີຍ

ເລື່ອງການຈັດງານໃນປີນີ້ມີແນວໃດ? ແຕກຕ່າງຈາກປີກ່ອນໆບໍ່…

ປີນີ້ຂໍບອກວ່າແຕກຕ່າງຈາກຄອນເສັບເກົ່າໆ ຄືພວກເຮົາຈະບໍ່ເປັນພຽງແຕ່ງານເທສະການດົນຕີ ແຕ່ເຮົາຈະລວມທຸກສິ່ງທຸກຢ່າງ ບໍ່ແມ່ນພຽງແຕ່ດົນຕີທີ່ມີເວທີດຽວເທົ່ານັ້ນ ຄືທີ່ໄດ້ເວົ້າມາເນາະກໍມີ 4 ເວທີ ຄືມີໂຊນກິດຈະກຳໂຊນກິນ ໂຊນດື່ມ ໂຊນຖ່າຍຮູບຫຍັງຕ່າງໆ ຄືຍົກທັງເມືອງ ວັງວຽງ ຂຶ້ນມາໃນສວງສະຫວັນ (Heaven)  ຍົກຂຶ້ນມາໃຫ້ເປັນວັງວຽງເມືອງແຫ່ງສວງສະຫວັນຂອງພວກເຮົາ ສັງເກດເຫັນວ່າເຮົາຈະຫຼິ້ນກັບຄໍາວ່າສະຫວັນຊັ້ນ 7 ຊັ້ນ ເຊິ່ງມີແບ່ງອອກເປັນ 7 ໂຊນ ທຳອິດກໍເປັນສະຫວັນຂອງລົດ, ໂຊນທີ 2 ກໍຈະເປັນຊັ້ນສະຫວັນນາງຟ້າ ກໍຈະມີສາວໆພິດຕີ້ ໃສ່ຊຸດນາງຟ້າ ປະຈຳຢູ່ບ່ອນຖ່າຍຮູບ, ໂຊນ 3 ສະຫວັນຂອງອາຫານ ເປັນຊັ້ນສູນລວມອາຫານຕ່າງໆ, ໂຊນທີ 4 ກໍຈະເປັນໂຊນຊິວໆ ເປັນໂຊນຂອງເບຍລາວ, ໂຊນທີ 5 ສະຫວັນອິນດີ້ ກໍຈະມີເພງແນວອິນດີ້, ໂຊນທີ 6 ສະຫວັນຂອງສາຍຕືດໆໆໆແນວ EDM ແລະ ໂຊນທີ 7 ກໍສິແບບວ່າ ເປັນເວທີໃຫ່ຍສຸດ ເຊິ່ງພວກເຮົາຈະມີກິດຈະກຳເປັນຊັ້ນໆໄປ ແລະ ໃຜໄປຖ່າຍຮູບຄົບ 7 ໂຊນກໍຈະມີຂອງລາງວັນໃຫ້

ເລື່ອງຄວາມສະດວກ-ຄວາມປອດໄພ ຂອງນັກທ່ອງທ່ຽວທີ່ຈະໄປຮ່ວມງານ ມີການກະກຽມແນວໃດ?

ສ່ວນເລື່ອງຄວາມສະດວກເນາະ ປີນີ້ພວກເຮົາໄດ້ເພີ່ມຫ້ອງນໍ້າ ໃຫ້ຫຼາຍກວ່າປີກາຍນີ້ ແລະ ສ່ວນເລື່ອງບ່ອນຈອດລົດ ພວກເຮົາໄດ້ເພີ່ມແບບໃຫ່ຍເລີຍ ເພາະປີກາຍສະຖານທີ່ຈອດລົດຖືວ່າບໍ່ຢາກພໍ, ສ່ວນເລື່ອງຄວາມປອດໄພ ພວກເຮົາໄດ້ຂໍກຳລັງຈາກຕຳຫຼວດປະມານ 100 ຄົນ.

ຄົນທີ່ໄປງານ Vang Vieng Fest 2017 ຈະໄດ້ຫຍັງແດ່?

ແນ່ນອນເລີຍວ່າມາງານ ວັງວຽງ ເຟສ ນິຈະໄດ້ທັງຄວາມມ່ວນ ຄວາມມັນ ຄວາມປະທັບໃຈ ໄດ້ມິດຕະພາບດີໆ ແບບວ່າມັນອອກມາຈາກອິນເນີຂອງຄົນທີ່ມາຮ່ວມງານ, ແລະ ທີ່ສຳຄັນມາງານ ວັງວຽງ ເຟສ ບໍ່ຈຳເປັນຕ້ອງຈົດຈໍ່ເບິ່ງແຕ່ເວທີດຽວ ໂດຍທີ່ບໍ່ຕ້ອງມານັ່ງເບື່ອນັ່ງຖ້າ ນັ່ງເຊັງ ເພາະເບິ່ງວົງດົນຕີທີ່ບໍ່ມັກ ແຕ່ວ່າງານອ້າຍນິຈະມີລວມໝົດ ທຸກແນວຂອງດົນຕີເຊັ່ນ: ຣ໊ອກ ປ໋ອບ ອີດີເອັມ ຮິບຮ໋ອບ ແນວຟັງສະບາຍ ເຣ໋ກເກ້ ໂຟກຊ້ອງ ມັນຈະເປັນເທສະການດົນຕີທີ່ໃຫ່ຍ ແລະ ສຸດຄຸ້ມທີ່ສຸດ

ບັດເຂົ້າງານລາຄາ? ຊື້ໄດ້ຢູ່ໃສແດ່ນໍ..

ບັດແມ່ນລາຄາ 70,000 ກີບ ບັດດຽວສາມາດເຂົ້າໄດ້ທັງ 2 ມື້ ມີຈຳໜ່າຍທີ່ເອັມພ້ອຍມາກທຸກສາຂາ (M-point) ແລະ ຮ້ານອະເມຊອນ  (Amazon) ທຸກສາຂາ. ເປັນງານສຸດຄຸ້ມ ເພາະງານນີ້ເຮົາບໍ່ໄດ້ຫວັງເອົາເງິນຫຍັງຫຼວງຫຼາຍກັບຄົນທີ່ໄປຮ່ວມງານຂະໜາດນັ້ນ. ເພາະຖ້າທຽບໃສ່ກັບງານເທສະການດົນຕີຂອງປະເທດອື່ນ ກໍຈະແພງກວ່ານີ້ເປັນຫຼາຍສິບເທົ່າ ແຕ່ງານນີ້ເຮົາຕ້ອງການຈັດເພື່ອໃຫ້ທຸກຄົນໄດ້ມາມ່ວນ ມາຟັງເພງ ມາສາມັກຄີກັນຫຼາຍກວ່າ…

ຝາກທ້າຍຫາແຟນໆແດ່…

ສຸດທ້າຍເນາະກະຢາກຝາກຄົນທີ່ໄປທ່ຽວງານ ຮັກສາຄວາມສະອາດຊ່ວຍກັນ ເພາະປີນີ້ກໍເປັນປີທ່ອງທ່ຽວລາວ ທາງທີມງານເຮົາເອງກໍມີໂອກາດໄດ້ໃສ່ໂລໂກ້ຂອງປີທ່ອງທ່ຽວລາວນຳ ແລະ ກໍຢາກໃຫ້ທຸກຄົນເບິ່ງເລື່ອງຄວາມສະອາດຊ່ວຍກັນ ເຮົາໄປງານນັ້ນກະບໍ່ໄດ້ໝາຍວ່າເຮົາຈະໄປມ່ວນລູກດຽວ ກໍຢາກໃຫ້ທຸກໆຄົນເປັນຫູເປັນຕາຊ່ວຍກັນ ຮັກສາຄວາມສະອາດຊ່ວຍກັນ… (ຂອບໃຈຫຼາຍໆ)

ແບ່ງປັນ