Breaking News

ເປີດໂຕຕຶກອາຄານ ນັກສ້າງສັນວັນໃໝ່ (Makers of Tomorrow) ໂດຍບໍລິສັດ ບອດສ (BOSCH)

ແບ່ງປັນ

ວຽງຈັນ, ປະເທດລາວ ໃນວັນທີ 15 ພະຈິກ 2017 ທີ່ຜ່ານມາ ບໍລິສັດ ບອດສ (BOSCH), ຜູ້ຕອບສະໜອງເຕັກໂນໂລຊີ ແລະ ການບໍລິການຊັ້ນນຳຂອງໂລກ ຮ່ວມກັບພາກວິຊາວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ເປີດຕົວອາຄານຮຽນຮູ້ ນັກສ້າງສັນວັນໃໝ່ (Makers of Tomorrow) ໂດຍ ບໍລິສັດ ບອດສ (BOSCH) ພາຍໃຕ້ໂຄງການ “ຜູ້ສ້າງອະນາຄົດ”, ໃຫ້ກຽດເປັນປະທານງານໂດຍ ທ່ານ ດຣ. ສົມສີ ຍໍພັນໄຊ, ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ແອັນດຣິວ ເດ ຈອງ, ຜູ້ອຳນວຍການໃຫ່ຍ ບໍລິສັດບອດສ ປະເທດລາວ, ກຳປູເຈຍ ແລະ ພະມ້າ.

ໂຄງການ “ນັກສ້າງສັນວັນໃໝ່”  ແມ່ນໂຄງການລິເລີ່ມທໍາອິດ ແລະ ໄດ້ຮັບການນໍາສະເໜີຂອງ ບໍລິສັດ ບອດສ ປະເທດລາວເທົ່ານັ້ນ, ມີເປົ້າໝາຍເພື່ອແນ່ໃສ່ໃຫ້ນັກສຶກສາມີໂອກາດອັນສະເພາະໃນການລວບລວມຄວາມຮູ້ທິດສະດີ ແລະ ນຳໃຊ້ແມ່ນຫຍັງທີ່ເຂົາເຈົ້າໄດ້ຮໍ່າຮຽນມາໃນຫ້ອງຮຽນ ເພື່ອຂະຫຍາຍແນວຄວາມຄິດເຂົາເຈົ້າ ແລະ ຮ່ວມມືແກ້ໄຂສິ່ງທີ່ທ້າທາຍໃນຊີວິດຈິງ.

ບໍລິສັດ ບອດສ ເປັນບໍລິສັດທີ່ໃຫ່ຍ ແລະ ມີຊື່ສຽງທົ່ວໂລກດ້ານເຕັກໂນໂລຊີ, ເຕັກນິກອຸດສາຫະກຳ, ການບໍລິການ, ດ້ານພະລັງງານ, ເຕັກໂນໂລຊີ ແລະ ເຄື່ອງໃຊ້ຕ່າງໆ ທີ່ເປັນນະວັດຕະກຳໃໝ່ເຂົ້າໃນການນຳໃຊ້ຊີວິດປະຈຳວັນ, ນອກຈາກນັ້ນ ບໍລິສັດ ບອດສ ກໍ່ຍັງໃຫ້ການສະໜັບສະໜູນແກ່ຫຼາຍໆໂຄງການ ສຳລັບໂຄງການ ນັກສ້າງສັນວັນໃໝ່ ກໍເປັນໂຄງການໜຶ່ງທີ່ດີສຳລັບນັກສຶກສາ ໄດ້ພົວພັນກັບບໍລິສັດຢ່າງໃກ້ຊິດ ຕິດພັນກັບການຮຽນ-ການສອນ ພາກປະຕິບັດ ແລະ ຊີວິດປະຈຳວັນຫຼາຍທີ່ສຸດ ເຮັດໃຫ້ນັກສຶກສາມີຄວາມກະຕືລືລົ້ນຢາກຮຽນ ແລະ ອອກແຮງງານ.

ກ່ຽວກັບກຸ່ມ ບໍລິສັດ BOSCH

ກຸ່ມບໍລິສັດບອດສເປັນກຸ່ມຕອບສະໜອງທາງເຕັກໂນໂລຊີ ແລະ ການບໍລິການຊັ້ນນຳຂອງໂລກ. ມີພະນັກງານທົ່ວໂລກຫຼາຍກວ່າ 390,000 ຄົນ (ຂໍ້ມູນວັນທີ 31 ທັນວາ 2016). ອິງຕາມຕົວເລກເບື້ອງຕົ້ນປີ 2016 ຍອດຂາຍຂອງບໍລິສັດລວມທັງໝົດມີຢູ່ 73.1 ຕື້ ຍູໂຣ. ໂດຍຈັດແບ່ງການດຳເນີນງານອອກເປັນ 4 ຂະແໜງທຸລະກິດຄື: ຂະແໜງໂຊລູ່ຊັ່ນແຫ່ງການຂັບເຄື່ອນ, ຂະແໜງເຕັກໂນໂລຊີ່ອຸດສະຫະກຳ, ຂະແໜງສິນຄ້າອຸປະໂພກ-ບໍລິໂພກ ແລະ ຂະແໜງເຕັກໂນໂລຊີພະລັງງານ ແລະ ອາຄານ. ເປົ້າໝາຍຍຸດຖະສາດຂອງກຸ່ມ ບໍລິສັດ ບອສຈ ຄືການສ້າງໂຊລູ່ຊັ່ນເພື່ອຊີວິດ ທີ່ມີການເຊື່ອມຕໍ່ແບບ ແລະ ປັບປຸງຄຸນນະພາບຊີວິດໃນທົ່ວໂລກດ້ວຍການສົ່ງມອບນະວັດຕະກຳ ແລະ ສ້າງແຮງບັນດານໃຈດ້ານຜະລິດຕະພັນ ແລະ ການບໍລິການເວົ້າໂດຍຫຍໍ້ Bosch ຖືເປັນຜູ້ສ້າງ ເຕັກໂນໂລຊີ່ເພື່ອຊີວິດ.

ກຸ່ມ ບໍລິສັດ ບອດສ ປະກອບດ້ວຍບໍລິສັດ Robert Bosch GmbH ແລະ ບໍລິສັດໃນເຄືອ 450 ບໍລິສັດ ແລະ ລວມເຖິງສຳນັກງານລະດັບພູມມິພາກອີກກວ່າ 60 ປະເທດ. ຖ້າລວມເຖິງບໍລິສັດຄູ່ຄ້າຜູ້ຈັດຈຳໜ່າຍ ແລະ ໃຫ້ບໍລິການຕ່າງໆ ທັງສ່ວນການຜະລິດ, ວຽກງານ ດ້ານວິສະວະກຳ ແລະ ເຄືອຂ່າຍດ້ານການຂາຍ ບອສຈ ກວມເອົາເກືອບທຸກປະເທດໃນທົ່ວໂລກ. ເພາະພື້ນຖານການເຕີບໃຫ່ຍຂະຫຍາຍໂຕໃນອະນາຄົດຂອງບໍລິສັດ ແມ່ນຂຶ້ນຢູ່ກັບຄວາມແຂງແກ່ນດ້ານນະວັດຕະກຳປ່ຽນແປງໃໝ່. ບໍລິສັດຈຶ່ງມີພະນັກງານໃນສ່ວນຄົ້ນຄວ້າ ແລະ ການພັດທະນາກວ່າ 59,000 ຄົນ ໃນສູນຄົ້ນຄວ້າກວ່າ 120 ແຫ່ງທົ່ວໂລກ.

ແບ່ງປັນ