Breaking News

ປ່ຽນແລ້ວເດີ້! ຊຸດປະຈຳຊາດທີ່ ນຸ້ຍ ສຸພາພອນ ຈະໃຊ້ເຂົ້າໃນການປະກວດ ນາງງາມຈັກກະວານ (Miss Universe 2017)

ແບ່ງປັນ

ປ່ຽນແລ້ວໆ… ຫຼັງຈາກທີ່ມີກະແສດຣ່າມ່າເຖິງຄວາມບໍ່ເໝາະສົມກັນມາໄລຍະໜຶ່ງກັບຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າໃນການປະກວດ ນາງງາມຈັກກະວານ (Miss Universe 2017) ເຊິ່ງປີນີ້ຈັດຂຶ້ນທີ່ Las Vegas ທີ່ (USA), ຫຼ້າສຸດ ທາງເພສກອງປະກວດ ມີສຢູນີເວີຣສ ລາວ ກໍໄດ້ປ່ອຍຮູບພາບຊຸດປະຈຳຊາດຊຸດໃໝ່ທີ່ ນຸ້ຍ ສຸພາພອນ ສົມວິຈິດ ຈະໃຊ້ເຂົ້າໃນການປະກວດ ໃນວັນທີ 26 ພະຈິກ 2017 ນີ້, ເຊິ່ງຊຸດປະຈຳຊາດຊຸດໃໝ່ຂອງ ມີສຢູນີເວີຣສ ລາວ ນີ້ແມ່ນໄດ້ແຮງບັນດານໃຈມາຈາກການໃຊ້ວັດທະນະທຳບຸນປະເພນີອອກພັນ ແລະ ຄວາມເປັນຈິງຂອງປວງຊົນລາວທຸກຄົນ ທີ່ສືບສານວັດທະນະທຳມາແຕ່ດັ້ງເດີມ ເປັນຕົ້ນແມ່ນ ບຸນປະເພນີລອຍກະທົງ ,ໄຫລເຮືອໄຟ , ແລະກິດຈະກຳແສງສີທີ່ປະຊາຊົນລາວໄດ້ສືບສານປະຕິບັດໃນແຕ່ລະປີ ແລະໄດ້ນຳມາປະສົມປະສານກັບການນຸ່ງຖືແບບແມ່ຍິງລາວດັ້ງເດີມ ເຊິ່ງແມ່ນການນຸ່ງສີ້ນ ເກົ້າຜົມບ່ຽງແພ ແລະທີ່ຂາດບໍ່ໄດ້ເລີຍກໍແມ່ນດອກໄມ້ນານາຊະນິດ ເຊິ່ງເຮົາກໍໄດ້ຍົກເອົາດອກດາວເຮືອງເຊິ່ງເປັນດອກໄມ້ທີ່ຂາດບໍ່ໄດ້ເລີຍໃນງານບຸນຕ່າງ ຈຶ່ງໄດ້ມາເປັນ ຊຸດທີ່ມີຊື່ວ່າ ”ທີດາພັນສາເຮືອງມາລາ“

 

#ແຊຣໄປໃຫ້ໂລກຮູ້  ?? (ຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້)

ທີ່ມາ: Miss Universe Laos ມີສຢູນີເວີຣສ ລາວ , Nui Soupphaphone Somvichit

ແບ່ງປັນ