Breaking News

Gigi Hadid ນາງແບບຄົນດັງລະດັບໂລກ ໃຫ້ທຶນເພື່ອຊ່ວຍເຫຼືອສ້າງໂຮງຮຽນໃຫ້ແກ່ເດັກນ້ອຍລາວ!!!

ແບ່ງປັນ

ເປັນກະແສກັນໄປທົ່ວໂລກ!!! ເມື່ອວັນທີ 17 ພະຈິກ 2017 ຈີ່ຈີ້ ຮາດິດ (Gigi Hadid ) ນາງແບບຄົນດັງລະດັບໂລກ ໄດ້ໂພສຮູບພາບຜ່ານ ອິນສະຕາແກຼມ ເຖິງການໄດ້ຊ່ວຍເຫຼືອເດັກນ້ອຍລາວ ຢູ່ທີ່ ແຂວງ ຫຼວງພະບາງ ໂດຍການຊ່ວຍເຫຼືອຂອງ ຈີ່ຈີ່ ຮາດິດ ໃນເທື່ອນີ້ເປັນການຊ່ວຍເຫຼືອເພື່ອໃຫ້ທຶນໃນການສ້າງໂຮງຮຽນອະນຸບານ ແລະ ປະຖົມ ໃຫ້ເດັກນ້ອຍໃນເຂດຊົນນະບົດ ເພື່ອໃຫ້ພວກເຂົາໄດ້ຮັບການສຶກສາທີ່ດີ, ແລະ ຍັງໄດ້ໂພສຮູບພາບເດັກນ້ອຍລາວ ຮອຍຍິ້ມຂອງເດັກນ້ອຍລາວ ໃຫ້ແກ່ຊາວໂລກໄດ້ຮັບຮູ້ນຳອີກ.

ຈີ່ຈີ້ ຮາດິດ (Gigi Hadid ) ນາງແບບຄົນດັງລະດັບໂລກ ອາຍຸ 22 ປີ ລວງສູງ 179 ຊັງຕີແມັດ, ປັດຈຸບັນມີອາຊີບ ເປັນນາງແບບທີ່ມີຊື່ສຽງ ແລະ ກຳລັງມາແຮງທີ່ສຸດໃນວົງການນາງແບບ, ມີຜົນງານເດີນແບບໃນເວທີໃຫ່ຍໆມາແລ້ວທົ່ວໂລກ, ຖ່າຍແບບຕາມວາລະສານດັງລະດັບໂລກ, ເປັນພີເຊັນເຕີ້ໃຫ້ກັບເຄື່ອງສຳອາງດັງ ແລະ ຍັງມີໂອກາດສະແດງເອັມວີເພງອີກດ້ວຍ.

via: IG/gigihadid

ແບ່ງປັນ