Breaking News

ຄວາມເຈົ້າຊູ້ມີສູສີ! ອຸງ ທົດສະພອນ ແລະ ເຄນ ພູພູມ 2 ນັກສະແດງຈາກລາວ-ໄທ ຖ່າຍຮູບຮ່ວມກັນ ງານນີ້ແຟນຄລັບກຣີດໆໆຢ່າງໜັກ!!!

ແບ່ງປັນ

ຈະເກີດຫຍັງຂຶ້ນເມື່ອ ນ້ອງ ທົດສະພອນ ປະທະ ກັບ ອ້າຍ ທົດສະພົນ (555) ແຟນຄລັບກຣີດໆໆໆ…ຢ່າງໜັກ ເມື່ອ ອຸງ ທົດສະພອນ ແລະ ເຄນ ພູພູມ 2 ນັກສະແດງຈາກ ລາວ ແລະ ໄທ ຖ່າຍຮູບຮ່ວມກັນ ງານນີ້ຂໍບອກເລີຍວ່າຄວາມເຈົ້າຊູ້ ຄວາມຫຼໍ່ ແບບວ່າມີສູສີ ບໍ່ມີໃຜຍອມໃຜກັນເລີຍ ໂດຍຮູບພາບດັ່ງກ່າວຖືກໂພສຈາກ ອຸງ ທົດສະພອນ ນັກສະແດງ-ນາຍແບບ ຂອງລາວເຮົາ ໂດຍຍັງຂຽນແຄັບຊັ່ນຢ່າງຮາວ່າ: “ມື້ນີ້ ທົດສະພອນ ໄດ້ມາເຈີ ກັບ ອ້າຍທົດສະພົນ (ອ້າຍແທ້ໆ ທີ່ພັດພາກ ບໍ່ໄດເຈີກັນ ເປັນ20 ປີ) ເລື່ອງຄວາມ ຫຼໍ່ ນ້ອງຂໍຍອມແພ້”  ເຮັດໃຫ້ມີເຫຼົ່າແຟນຄລັບເຂົ້າໄປສະແດງຄວາມຄິດເຫັນ ກົດໄລ້ ກົດແຊຣກັນຢ່າງຫຼວງຫຼາຍເລີຍ.

ມື້ນີ້ ທົດສະພອນ ໄດ້ມາເຈີ ກັບ ອ້າຍທົດສະພົນ (ອ້າຍແທ້ໆ ທີ່ພັດພາກ ບໍ່ໄດເຈີກັນ ເປັນ20 ປີ) 😂😂😂 ເລື່ອງຄວາມ ຫຼໍ່ ນ້ອງຂໍຍອມແພ້#slimconcept

Oung Thotsaphone Sitphaxayさんの投稿 2017年11月19日(日)

ໜຸ່ມໆ…ນັກສະແດງຈາກ ລາວ ແລະ ໄທ ເຮົາມີແຕ່ຄົນເຈົ້າຊູ້ ໜ້າຮັກ ຖືກໃຈແຟນໆປານນີ້ບໍ່ໃຫ້ໃຈລະລາຍ…ສິໄປໃສວ່າບໍ່ແຟນໆ (ອິອິ) 

ທີ່ມາ: Oung Thotsaphone Sitphaxay , ken_phupoom

ແບ່ງປັນ