Breaking News

ງາມຫຼາຍ! ສະແດງຄວາມຍິນດີ ດວງພະໄທ ເມກສີທອງ ML13 ຄວ້າຕຳແໜ່ງ ນາງສາວລາວ 2017

ແບ່ງປັນ

ປະກາດຜົນກັນໄປເປັນທີ່ຮຽບຮ້ອຍ ສຳລັບການປະກວດນາງງາມໃນເວທີ ນາງສາວລາວ (MISS LAOS 2017) ເຊິ່ງປີນີ້ກໍເປັນອີກປີໜຶ່ງທີ່ມີແມ່ຍິງລາວເຂົ້າປະກວດກັນຢ່າງຫຼວງຫຼາຍ ແລະ ທາງກອງປະກວດເພິ່ນກໍໄດ້ຄັດເລືອກໃຫ້ເຫຼືອພຽງແຕ່ 20 ຄົນສຸດທ້າຍຈາກທົ່ວປະເທດ ເພື່ອເຂົ້າຊິງໃນມື້ຕັດສິນ ໃນວັນທີ 18 ພະຈິກ ທີ່ຜ່ານມາ ແລະ ແຟນໆຫຼາຍໆທ່ານກໍຄົງຈະໄດ້ຮູ້ກັນແດ່ແລ້ວວ່າຄົນທີ່ຄວ້າມົງກຸດອັນຊົງກຽດໃນເວທີ MISS LAOS 2017 ນັ້ນກໍຄື ນາງ ດວງພະໄທ ເມກສີທອງ  ML13 ອາຍຸ 19 ປີ ລວງສູງ 170 ຈາກນະຄອນຫຼວງວຽງຈັນ (ຂໍສະແດງຄວາມຍິນດີນຳຫຼາຍໆ)

ແລະ ນອກຈາກນັ້ນສາວງາມທີ່ໄດ້ຕຳແໜ່ງຮອງມີດັ່ງນີ້:

ຮອງອັນດັບ 1: ML15 ຈັນປະເສີດ ສິດທິພັນ

 

ຮອງອັນດັບ2: ML19 ວິລະພອນ ຂັນແກ້ວ

 

ຮອງອັນດັບ3: ML9 ສຸດາວອນ ອິນທະວົງ

 

ຮອງອັນດັບ4: ML8 ເຂັມເພັດ ອານຸລັກ

 

ງົດງາມຫຼາຍແມ່ຍິງລາວ ຂໍສະແດງຄວາມຍິນດີກັບສາວງາມທຸກໆຄົນນຳເດີ້… #ແຊຣໄປໃຫ້ໂລກຮູ້ ??????

 

ຮູບພາບ: MISS LAOS ນາງສາວລາວ

ແບ່ງປັນ