Breaking News

Miss Universe Laos ຮ່ວມເສີດສາຍເທິງເວທີໂລກ ຊຸດປະຈຳຊາດລາວເປີດໂຕແບບສະຫງ່າງາມ (ມີຄລິບ)

ແບ່ງປັນ

ເປັນກະແສຮືຮາໂດ່ງດັງກັນເລີຍ ສຳລັບການຮ່ວມງານເປີດໂຕຊຸດປະຈຳຊາດລາວ ທີ່ໄດ້ເປີດຕົວໃນງານ Miss Universe 2017  ທີ່ Las Vegas (USA), ເຊິ່ງງານນີ້ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ຕົວແທນສາວງາມຈາກລາວເຮົາ ກໍເສີດສາຍໃນຮອບເປີດໂຕຊຸດປະຈຳຊາດໄດ້ຢ່າງສະຫງ່າງາມ ຈົນເອີ້ນສຽງຕົບມືຈາກແຂກທີ່ໄປຮ່ວມງານໄດ້ເປັນຢ່າງດີ.

ลอยกระทง #MissUniverse #Laos National Costume

ลอยกระทง #MissUniverse #Laos National Costume

BeautyQueenさんの投稿 2017年11月18日(土)

 

ສຳລັບຊຸດປະຈຳຊາດລາວ ທີ່ ນຸ້ຍ ສຸພາພອນ Miss Universe Laos ໄດ້ສວມໃສ່ນີ້ມີຊື່ວ່າ ຊຸດທີດາພັນສາເຮືອງມາລາ ໄດ້ແຮງບັນດານໃຈມາຈາກການໃຊ້ວັດທະນະທຳບຸນປະເພນີອອກພັນ ແລະ ຄວາມເປັນຈິງຂອງປວງຊົນລາວທຸກຄົນ ທີ່ສືບສານວັດທະນະທຳມາແຕ່ດັ້ງເດີມ ເປັນຕົ້ນແມ່ນ ບຸນປະເພນີລອຍກະທົງ ,ໄຫລເຮືອໄຟ , ແລະກິດຈະກຳແສງສີທີ່ປະຊາຊົນລາວໄດ້ສືບສານປະຕິບັດໃນແຕ່ລະປີ ແລະໄດ້ນຳມາປະສົມປະສານກັບການນຸ່ງຖືແບບຜູ້ຍິງລາວດັ້ງເດີມ ເຊິ່ງແມ່ນການນຸ່ງສີ້ນ ເກົ້າຜົມບ່ຽງແພ ແລະ ທີ່ຂາດບໍ່ໄດ້ເລີຍກໍແມ່ນດອກໄມ້ນານາຊະນິດ ເຊິ່ງເຮົາກໍໄດ້ຍົກເອົາດອກດາວເຮືອງເຊິ່ງເປັນດອກໄມ້ທີ່ຂາດບໍ່ໄດ້ເລີຍໃນງານບຸນຕ່າງນັ້ນເອງ.

ຮູບພາບ: Miss Universe Laos ມີສຢູນີເວີຣສ ລາວ

ແບ່ງປັນ