Breaking News

ລູກນໍ້າ ທິດາລັດ ນາງງາມລຸ້ນເອື້ອຍອອກມາໂພສໃຫ້ກຳລັງໃຈ ນຸ້ຍ ສຸພາພອນ Miss Universe Laos!!!

ແບ່ງປັນ

ລູກນໍ້າ ທິດາລັດ ວົງສິຣິ ອະດີດນາງສາວລາວ ໄດ້ອອກມາໂພສໃຫ້ກຳລັງໃຈ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ສາວງາມຕົວແທນປະເທດລາວທີ່ກຳລັງເຮັດໜ້າທີ່ປະກວດໃນເວທີລະດັບໂລກ Miss Universe 2017 ທີ່ USA, ເຊິ່ງໃນວັນທີ 21 ພະຈິກ 2017 ລູກນໍ້າ ທິດາລັດ ກໍໄດ້ອອກມາໂພສຜ່ານເຟສບຸກຂອງນາງເອງວ່າ: “ນ້ຳເຄີຍໄປຮ່ວມງານຢູ່ຫລາຍປະເທດ ຕັ້ງແຕ່ນ້ຳໄດ້ຮັບຕຳແໜ່ງ ໄດ້ເຈິຄົນຈາກຫລາຍໆປະເທດຮ່ວມງານນຳຫລືຢ່າງຜ່ານໆກາມີ ແຕ່ມີຄົນຕ່າງປະເທດບາງຄົນຖາມນ້ຳວ່າ: where are you from ນ້ຳບອກວ່າ: I am from Laos ແລ້ວເຂົາຖາມກັບຄືນມາວ່າ: Where is Laos? ໂອ້ ຄວາມຮູ້ສຶກນ້ຳຕອນນັ້ນ ໂຄດເຈັບປວດເລີຍ ພຽງແຕ່ຄຳຖາມສັ້ນໆທໍ່ນີ້…. ນ້ຳຢາກໃຫ້ຄົນລາວທຸກຄົນຊ່ວຍສົ່ງກຳລັງໃຈໄປໃຫ້ຄົນລາວທີ່ເຂົາເຮັດໜ້າທີ່ໂປໂໝດປະເທດເຮົາ. ທີ່ລາວທັງແບກຮັບພາລະ ຄວາມຮູ້ສຶກ ສິ່ງຕ່າງໆໄວ້ໃນໂຕຜູ້ຍິງນ້ອຍໆຄົນນັ້ນ.. ນ້ຳໃນຖານະຄົນລາວຄົນ 1 ສົ່ງແຮງໃຈໄປໃຫ້, ໃຫ້ຮູ້ວ່ານ້ຳຢູ່ທາງຂ້າງ ແລະ ຄົນລາວທັ້ງປະເທດຢູ່ທາງຂ້າງ ບໍ່ຕ້ອງຫ່ວງວ່າຈະໄດ້ມົງກຸດຫຼືບໍ່ໄດ້, ແຕ່ສິ່ງທີ່ນຸ້ຍໄດ້ເຮັດຄືຄວາມພູມໃຈຂອງຄົນລາວທັ້ງປະເທດ… . ເຮັດໃຫ້ເຂົາຮູ້ວ່າ ຄົນລາວມີດີຊ່ຳໃດ ໂຊໃຫ້ເຂົາເຈົ້າເຫັນໂລດວ່າ ນີ້ແມ່ນຄົນລາວ ແລະ ເຮັດໜ້າທີ່ທີ່ໄດ້ຮັບໃຫ້ເຕັມທີ່ທີ່ສຸດ”  ພໍແຕ່ ລູກນໍ້າ ໄດ້ໂພສຮູບພາບ ແລະ ຄຳອະທິບາຍດັ່ງກ່າວ ເຮັດໃຫ້ມີແຟນໆເຂົ້າມາສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ.

ນ້ຳເຄີຍໄປຮ່ວມງານຢູ່ຫລາຍປະເທດ ຕັ້ງແຕ່ນ້ຳໄດ້ຮັບຕຳແໜ່ງ ໄດ້ເຈິຄົນຈາກຫລາຍໆປະເທດຮ່ວມງານນຳຫລືຢ່າງຜ່ານໆກາມີ ແຕ່ມີຄົນຕ່າງປະເທດບາງ…

Louknum Vongsiliさんの投稿 2017年11月20日(月)

ລູກນໍ້າ ທິດາລັດ ວົງສິຣິ ອະດີດ ນາງສາວລາວ ປັດຈຸບັນເປັນດາລາ-ນັກສະແດງ

ນຸ້ຍ ສຸພາພອນ ສົມວິຈິດ  Miss Universe Laos 2017 

ຂໍຂອບໃຈສຳລັບຮູບພາບ

ແບ່ງປັນ